ເປີດກິດຈະກຳການທ່ອງທ່ຽວໃໝ່ ຢູ່ແຫຼ່ງທ່ອງທ່ຽວອຸທິຍານຕາດເລາະ ແຂວງສາລະວັນ

2019

ເພື່ອເປັນການດຶງດູດນັກທ່ອງທ່ຽວ ຢູ່ເຂດແຫຼ່ງທ່ອງທ່ຽວອຸທິຍານຕາດເລາະແຂວງສາລະວັນ ໄດ້ເປີດກິດຈະກຳການທ່ອງທ່ຽວຮູບແບບໃໝ່ ຄື: ເປີດບໍລິການ ຂີ່ສະລິງ ແລະ ຂົວອູ່ ຂ້າມນ້ຳຕົກຕາດເລາະ ເພື່ອເປັນການຊົມວິວທິວທັດຄວາມສວຍງາມຂອງນ້ຳຕົກຕາດ ແລະ ເປັນຈຸດເຊື່ອມຕໍ່ຂອງການທ່ອງທ່ຽວໃນເຂດດັ່ງກ່າວ ໃຫ້ເປັນວົງຈອນ ສາມາດທ່ຽວໄດ້ຫຼາຍບ່ອນ ແລະ ມີກິດຈະກຳຫຼາຍຢ່າງ, ທີ່ສ້າງຄວາມປະທັບໃຈຕໍ່ກັບນັກທ່ອງທ່ຽວ.


ທ່ານ ຫຼຸຍ ເປສເລີ ຜູ້ລົງທຶນສຳປະທານກິດຈະກຳບໍລິການທ່ອງທ່ຽວຢູ່ອຸທິຍານຕາດເລາະ ໄດ້ລາຍງານໃຫ້ຮູ້ວ່າ: ກິດຈະກຳການຂີ່ສະລິງ ແລະ ຂົວອູ່ ຊົມທິວທັດນ້ຳຕົກຕາດເລາະ ແມ່ນໄດ້ຮັບຄຳແນະນຳ ແລະ ເຫັນດີຈາກອົງການປົກຄອງແຂວງ, ເມືອງ, ຂະແໜງການທີ່ກ່ຽວຂ້ອງ ໃຫ້ຄໍາແນະນຳໃນການດຳເນີນການກໍ່ສ້າງ ໃຊ້ເວລາເກືອບ 1 ເດືອນ ຈຶ່ງສຳເລັດ ເປັນຕົ້ນ: ສະລິງ ແລະຂົວອູ່, ມີຄວາມຍາວທັງໝົດ 100 ແມັດ, ສູງ 12 ແມັດ, ໃນນັ້ນກິດຈະກຳດັ່ງກ່າວ ແມ່ນໄດ້ຂີ່ສະລິງຂ້າມໄປ ແລະ ຂ້າມຂົວອູ່ກັບມາ ອີງຕາມນັກທ່ອງທ່ຽວ ຈະໃຊ້ບໍລິການ.

.

ນອກນັ້ນຍັງໄດ້ໃຫ້ປະຊາຊົນເຂດດັ່ງເຂົ້າມາມີສ່ວນຮ່ວມໃນດ້ານບໍລິການ, ພ້ອມທັງເປັນຜູ້ໃຫ້ຄຳແນະນໍາວິທີການຂີ່ສະລິງ ໃຫ້ນັກທ່ອງທ່ຽວ ແລະ ມີຄວາມຮັບປະກັນຄວາມປອດໄພ. ສໍາລັບວັດສະດຸຕ່າງໆ ທີ່ນຳມາໃຊ້ ແມ່ນມີຄວາມຮັບປະກັນດ້ານຄວາມປອດໄພ ແລະ ໃນແຕ່ລະປີ ກໍຈະໄດ້ປ່ຽນຖ່າຍ ແລະ ກວດກາຄືນ ເປັນປະຈຳ. ນອກນັ້ນຍັງມີກິດຈະກຳ ແບບພະຈົນໄພເຊັ່ນ: ຂີ່ສະລິງ ເທິງຕົ້ນໄມ້, ຂີ່ສະລິງໃນດອນ, ປີນຕົ້ນໄມ້, ຍ່າງປ່າ, ຍ່າງຕາມຂົວອູ່ເທິງຕົ້ນໄມ້, ມີບໍລິການເຮືອນພັກແບບຊຸມຊົນ(ໂຮມສະເຕ) ແລະ ອື່ນໆ.


ພິທີເປີດໄດ້ຈັດຂຶ້ນໃນວັນທີ 13 ເມສານີ້ ຢູ່ແຫຼ່ງທ່ອງທ່ຽວອຸທິຍານຕາດເລາະ ແຂວງສາລະວັນ, ເຂົ້າຮ່ວມໃນພິທີໂດຍ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ມີບັນດາທ່ານຮອງເຈົ້າແຂວງ, ການນຳຂັ້ນແຂວງ, ບັນດາຫົວໜ້າພະແນກການ, ຜູ້ຕາງໜ້າອົງການປົກຄອງເມືອງສາລະວັນ, ເມືອງເລົ່າງາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ຂ່າວພາບ: ວິໄລວອນ ສິດທິໄຊ