ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ

902

ພິທີມອບ-ຮັບໜ້າທີ່ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມກວດກາ ແລະ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄດ້ຈັດຂຶ້ນໃນວັນທີ 12 ເມສານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ຄະນະເລຂາ ຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມພະນັກງານການນຳຂອງກະຊວງ ແລະ ແຂກຖືກເຊີນຮ່ວມ.


ການມອບ-ຮັບໜ້າທີ່ໃນຄັ້ງນີ້ ປະກອບມີຄື: ທ່ານ ຂັນແກ້ວ ພົມມະໄກສອນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຜູ້ເກົ່າ, ທ່ານ ນາງ ສຸພາລັກ ທິລະວົງ ຫົວໜ້າກົມກວດກາຜູ້ເກົ່າ ແລະ ທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໂທລະພາບແຫ່ງຊາດລາວ ຜູ້ເກົ່າ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກພັກການ-ຮັບອຸດໜູນບຳນານ ແລະ ທ່ານ ອາລຸນ ບຸນມີໄຊ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານຜູ້ໃໝ່, ທ່ານ ນາງ ບົວມະນີ ໄຊທິລາດ ເປັນຫົວໜ້າກົມກວດກາ ຜູ້ໃໝ່ ແລະ ທ່ານ ສຸວັນ ວິໄລແສງ ເປັນຜູ້ອຳນວນຍການໃຫຍ່ໂທລະພາບແຫ່ງຊາດລາວ ຜູ້ໃໝ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.


ໃນໂອກາດນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ: ພາຍຫຼັງທີ່ໄດ້ມີການປະກາດແຕ່ງຕັ້ງ ແລະ ຖືກມອບໝາຍໜ້າທີ່ວຽກງານຢ່າງເປັນທາງການໃນຄັ້ງນີ້ ແລ້ວ ສະເໜີໃຫ້ຮີບຮ້ອນນໍາພາການເຄື່ອນໄຫວວຽກງານຂົງເຂດທີ່ຕົນຮັບຜິດຊອບໃຫ້ດໍາເນີນໄປເປັນ ປົກກະຕິໂດຍສືບຕໍ່ມູນເຊື້ອອັນດີທີ່ບັນດາທ່ານໄດ້ນຳພາ-ຊີ້ນຳຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ໃນໄລຍະຜ່ານມາ, ເນື່ອງຈາກວ່າພາຍຫຼັງຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ IX ແລ້ວ ພວກເຮົາມີວຽກງານຫຼາຍອັນທີ່ໜັກໜ່ວງ ແລະ ທ້າທາຍຢູ່ເບື້ອງໜ້າທີ່ຈະຕ້ອງໄດ້ຮີບ ຮ້ອນໃນການຈັດຕັ້ງປະຕິບັດ, ໃຫ້ບັນດາກົມ ໂດຍສະເພາະພະນັກງານ-ລັດຖະກອນ ໃນແຕ່ລະຂົງ ເຂດວຽກງານຈົ່ງໄດ້ເພີ່ມທະວີີຄວາມຄວາສາມັກຄີເປັນຈິດໜຶ່ງໃຈດຽວຮ່ວມກັບບັນດາທ່ານທີ່ໄດ້ຮັບການ ແຕ່ງຕັ້ງຂຶ້ນມາໃໝ່ ຕ້ອງໄດ້ບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ຢູ່ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄຸນນະພາບ.

ສືບຕໍ່ຄົ້ນຄວ້າປັບປຸງໃນບາງຂົງເຂດ ທີ່ເຫັນວ່າການປະຕິບັດໜ້າທີ່ວຽກງານຍັງມີຄວາມຫຍຸ້ງຍາກ, ກົງຈັກຍັງບໍ່ທັນສົມກັບວຽກງານເພື່ອແນ ໃສ່ຮັບປະກັນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ, ວ່ອງໄວ, ທັນເວລາ. ລວມທັງການຄົ້ນ ຄວ້າສັບຊ້ອນບຸກຄະລາກອນໃນບາງຂົງເຂດໃຫ້ສອດຄ່ອງກັບວຽກງານຕົວຈິງ, ສະເໜີໃຫ້ຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ບັນດາກົມຕ່າງໆ ເປັນເຈົ້າການຮີບຮ້ອນຄົ້ນຄວ້າ ການປັບປຸງບັນດານິ ຕິກໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງການຈັດຕັ້ງຕ່າງໆໃຫ້ມີຄວາມສອດຄ່ອງກັບໜ້າ ທີ່ວຽກງານໄລຍະໃໝ່ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແລະ ໄດ້ຮັບ ຜົນສໍາເລັດສູງເທົ່າທີ່ຄວນ.

ຄົ້ນຄວ້າຜັນຂະຫຍາຍແຜນການເຄື່ອນໄຫວວຽກງານຂອງ ກະຊວງ ຖວຖ ເປັນແຜນການເຄື່ອນໄຫວລະອຽດແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກົງຈັກເສນາທິການໄດ້ ນໍາໄປຜັນຂະຫຍາຍເປັນແຜນການເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນ ແລະ ພ້ອມກັນສູ້ຊົນ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ, ເອົາໃຈໃສ່ການບໍາລຸງຍົກລະດັບວິຊາການດ້ານຕ່າງໆ ໃຫ້ແກ່ພະ ນັກງານ-ລັດຖະກອນ ຂອງແຕ່ລະກົມ, ແຕ່ລະພາກສ່ວນໃຫ້ເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການ ປະຕິບັດໜ້າທີ່ວຽກງານຂອງກະຊວງມີປະສິດທິຜົນ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ ວຽກງານໃນໄລຍະໃໝ່.

ທີ່ມາ: ໜັງສືພິມປະຊາຊົນ