ອຄ ສະຫວັນນະເຂດ ຈະເຂັ້ມງວດ ກວດກາລາຄາສິນຄ້າ ຊ່ວງບຸນປີໃໝ່ ບໍ່ໃຫ້ສວຍໂອກາດເອົາລັດເອົາປຽບກັນ

233

ທ່ານ ໂພສີສ້ອຍ ກຸທິລາດ ໜ້າພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນ ນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ ຂ່າວໜັງສືພິມສະຫວັນພັດທະ ນາຂອງພວກເຮົາໃນຕອນ ບ່າຍວັນທີ 8 ເມສາ2021 ນີ້ວ່າ: ເພື່ອບໍ່ໃຫ້ເປັນການ ເອົາລັດເອົາປຽບລະຫວ່າງ ຜູ້ຊື້ ແລະຜູ້ຂາຍ ຫຼືບໍ່ໃຫ້ພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາ ຄາ ສິນຄ້າ ໃນຊ່ວງໄລຍະການ ສະເຫຼີມສະຫຼອງບຸນປີໃໝ່ ລາວ, ທາງພະແນກອຸດສາຫະ ກຳ ແລະການຄ້າແຂວງສະ ຫວັນນະເຂດ ກໍ່ໄດ້ມີການ ວາງລະບຽບການ, ມາດຕະ ການໃນການຄວບຄຸມລາຄາ ສິນຄ້າຢູ່ຕາມທ້ອງຕະຫຼາດ ໃຫ້ເປັນກະເອພາບກັນໃນທົ່ວແຂວງ.

ເຊິ່ງໃນໄລຍະບຸນປີ ໃໝ່ລາວປະຈຳປີ ພສ 2564 ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງໄດ້ເອົາ ໃຈໃສ່ຄຸ້ມຄອງຕິດຕາມ ແລະ ອອກແຈ້ງການສະບັບເລກທີ 0609/ພອຄ.ສຂ, ລົງວັນທີື 30 ມີນາ 2021 ໃຫ້ຫ້ອງການອຸດສາຫະກຳ ແລະການຄ້າເມືອງ-ນະຄອນ ເປັນເຈົ້າການກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນເມືອງ-ນະຄອນຂອງຕົນ ເພື່ອຕິດຕາມ, ກວດກາ ແລະຄຸ້ມຄອງສິນຄ້າ ແລະບໍລິການບໍ່ໃຫ້ມີການຂຶ້ນລາຄາຕາມລຳພັງໃຈ ແລະປະຕິບັດຕາມລະບຽການຢ່າງເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ສະບຽງອາຫານປະເພດເຂົ້າກິນ, ປະເພດຊີ້ນ (ໝູ, ງົວ, ຄວາຍ,ໄກ່, ປາ) ແລະພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ ແລະ ບໍລິໂພກ ແລະສິນຄ້າທົ່ວໄປທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ພາຍໃນເມືອງ-ນະຄອນຂອງຕົນ ໃຫ້ໄປຕາມກົນໄກຂອງຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດໃນແຕ່ລະໄລຍະ ບົນພື້ນຖານຂອງດຳລັດ 474/ນຍ ແລະ ຕາມລະບຽບທີ່ກ່ຽວຂ້ອງ ພ້ອມນັ້ນກໍ່ຕ້ອງຄິດໄລ່ໂຄງປະກອບ ລາຄາໃນແຕ່ລະຂອດຢ່າງຊັດເຈນ (ນັບແຕ່ຂອດຕົ້ນທຶນການຜະລິດ, ຂອດການຂາຍຍົກຂາຍຍ່ອຍ ເພື່ອຫຼີກເວັ້ນການສວຍໂອກາດຂື້ນລາຄາ, ເປັນເຈົ້າການລະດົມຊຸກຍູ້ໃຫ້ຜູ້ປະກອບການ ຜູ້ບໍລິໂພກ ໃນໄລຍະເທດສະການປີໃໝ່ລາວ ພສ 2564 ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນທ້ອງຖີ່ນຕົນ.

ພ້ອມນັ້ນກໍ່ໃຫ້ເປັນເຈົ້າການປະຕິບັດ ແລະແກ້ໄຂບັນຫາຕ່າງໆ ທີ່ເກີດຂື້ນໃນໄລຍະເທດສະການປີໃໝ່ລາວນີ້ ດ້ວຍຄວາມຮັບຜິດຊອບສູງ ໃຫ້ຫ້ອງການອຸດສາຫະກຳ ແລະການຄ້າເມືອງ-ນະຄອນ ແຕ່ງຕັ້ງເຈົ້າໜ້າທີ່ການຄ້າ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຕາມກວດກາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະແມ່ນການຊື້-ຂາຍຕົວຈິງ ການຕິດປ້າຍລາຄາສິນຄ້າເປັນເງິນກີບເປັນຕົ້ນ: ເຂົ້າ, ຊີ້ນ, ປາ, ແລະສິນຄ້າທົ່ວໄປ, ຕິດສະຫຼາກເປັນພາສາລາວ, ວັດແທກຊັ່ງຜອງ (ຊິງກາງ) ພ້ອມນັ້ນກໍ່ໃຫ້ເຂັ້ມງວດ, ກວດກາສິນຄ້າທີ່ເສຍຄຸນ ແລະສິນຄ້າໝົດອາຍຸທີ່ຈຳໜ່າຍຕາມທ້ອງຕະຫຼາດ ແລະຕາມສະຖານທີ່ຫ້າງຮ້ານຕ່າງໆ.

ໃນກໍລະນີພົບເຫັນວ່າເປັນການລະເມີດ ຫຼືຝ່າຝືນ ແມ່ນໃຫ້ໃຊ້ມາດຕະການທີ່ລະບຸໄວ້ໃນຂໍ້ທີ 6 ຂອງດຳລັດ 474/ນຍ, ລົງວັດທີ 18 ພະຈິກ 2010 ແລະ ລະບຽບການອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ.