ຄະນະສະເພາະກິດ ຖະແຫຼງຂ່າວປະຈຳວັນທີ 11 ເມສາ 2021 ຢັ້ງຢຶນສປປລາວ ພົບກໍລະນີີຕິດເຊື້ອໂຄວິດ-19 ເພີ່ມ2 ກໍລະນີ.

524

ໃນວັນທິ 11 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບກໍລະນີພົບຜູ້ຕິດເຊື້ອໂຄວິດ-19.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ໃນວັນທີ 10 ເມສາ 2021 ໄດ້ເກັບຕົວຢ່າງມາກວດ1.607ຄົນ ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ


ທ່ານ ດຣ. ພອນປະດີດ ສັງໄຊຍະລາດ ກ່າວວ່າ: ກໍລະນີ50 ເພດຊາຍ, ອາຍຸ 41 ປີ, ສັນຊາດ: ໄທ, ອາຊີບ: ນັກທຸລະກິດ, ປະຈຸບັນຜູ້ກ່ຽວໄດ້ອາໄສຢູ່ ສປປ ລາວ ນັບແຕ່ ເດືອນກຸມພາ ປີ 2020 ຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ໃນໄລຍະ 1 ອາທິດກ່ອນໜ້ານີ້ ຜູ້ກ່ຽວ ມີປະຫວັດສຳຜັດກັບຄົນທີ່ເດີນທາງມາຈາກປະເທດໄທ ທີ່ລັກລອບເຂົ້າມາ ສປປ ລາວ ບໍ່ຖືກລະບຽບ;
– ວັນທີ 8 ເມສາ 2021 ຜູ້ກ່ຽວຮູ້ສຶກໄຂ້, ໄອ, ປວດຕາມຕົນໂຕ ແລະ ເຈັບຄໍ;
– ວັນທີ 10 ເມສາ 2021 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ພົບເຊື້ອໂຄວິດ-19. ປະຈຸບັນ ຜູ້ກ່ຽວໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ;
– ກະຊວງສາທາລະນະສຸກ ໄດ້ສົ່ງທີມງານລົງສອບສວນ ແລະ ເກັບກຳປະຫວັດການເດີນທາງຂອງຜູ້ກ່ຽວ;
– ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 10 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ກຳລັງລໍຖ້າຜົນກວດ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ກໍລະນີ51 ເພດຊາຍ, ອາຍຸ 41 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານ, ກ່ອນເດີນທາງກັບມາ ສປປ ລາວ ຜູ້ກ່ຽວໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ໃນວັນທີ 06 ເມສາ 2021 ແລະ ບໍ່ພົບເຊື້ອ (ກວດຢູ່ປະເທດມົງໂກນ);
– ໃນວັນທີ 7 ເມສາ 2021 ຜູ້ກ່ຽວໄດ້ເດີນທາງຈາກປະເທດມົງໂກນ ຫາສະໜາມບິນອິນຊອນ, ປະເທດເກົາຫຼີໃຕ້ ແລະ ມາຮອດສະໜາມບິນສາກົນວັດໄຕ, ສປປ ລາວ ໃນວັນທີ 9 ເມສາ 2021. ວັນທີ 10 ເມສາ ຜົນກວດວິເຄາະຢັ້ງຢືນວ່າ ພົບເຊື້ອໂຄວິດ-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ;
– ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 31 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບ່ໍພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 142,596 ຕົວຢ່າງ, ກວດພົບເຊື້ອສະສົມ 51 ຄົນ.

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ຂໍໃຫ້ບັນດາທ່ານ ສະເຫຼີມສະຫຼອງດ້ວຍຄວາມລະມັດລະວັງ, ຫຼີກລ້ຽງການສ້າງສັນທີ່ມີຜູ້ຄົນແອອັດຫຼາຍ, ຫຼີກລ້ຽງການໄປສະຖານທີ່ບັນເທິງ ເຊິ່ງມີຄວາມສ່ຽງ ຕໍ່ຜູ້ທີ່ລັກລອບເຂົ້າມາ ສປປ ລາວທີ່ບໍ່ຖືກລະບຽບ ອາດຈະເດີນທາງໄປຍັງສະຖານທີ່ດັ່ງກ່າວ


ໃຫ້ຍົກລະດັບ ການເຝົ້າລະວັງທົ່ວປະເທດ ໂດຍສະເພາະ ແມ່ນຜູ້ທີ່ມີອາການອັກເສບລະບົບຫາຍໃຈ ຫຼື ຖ້າມີການພົບເຫັນ ກຸ່ມຄົນທີ່ມີອາການ ໄຂ້, ໄອ ຕ້ອງລາຍງານແກ່ສະຖານທີ່ບໍລິການສາທາລະນະສຸກທັນທີ ເພື່ອເກັບຕົວຢ່າງພວກກ່ຽວ ມາກວດຊອກຫາເຊື້ອໂຄວິດ-19;

ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ເຝົ້າລະວັງ ຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ໂດຍສະເພາະແມ່ນ ການລັກລອບເຂົ້າມາເມືອງ ແບບບໍ່ຖືກລະບຽບຫຼັການ ເຊິ່ງອາດມີຄວາມສ່ຽງໃນການນຳເອົາເຊື້ອພະຍາດເຂົ້າມາໃນປະເທດຂອງພວກເຮົາ;


ການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ຂໍໃຫ້ບັນດາທ່ານ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 286/ຫສນຍ, ລົງວັນທີ 25 ມີນາ 2021 ແລະ ສະບັບເລກທີ 308/ຫສຍນ, ລົງວັນທີ 31 ມີນາ 2021;