ແບບຢ່າງຄວາມອົດທົນຈາກກໍາມະກອນ ໃນສວນກ້າເບ້ຍໄມ້ສູ່ຜູ້ຮ່ວມທຶນບໍລິສັດ

3949

ໃນໂລກນີ້ມີຄົນຈໍານວນບໍ່ໜ້ອຍທີ່ຜິດຫວັງ, ບໍ່ປະສົບຜົນສໍາເລັດໃນຊີວິດ ແຕ່ກໍມີຄົນຈໍານວນບໍ່ໜ້ອຍເຊັ່ນກັນທີ່ສົມຫວັງ ແລະ ປະສົບຄວາມສໍາເລັດໃນຊີວິດ ເຊິ່ງບໍ່ມີໃຜສາມາດຮູ້ໄດ້ວ່າກຸ່ມຄົນເຫຼົ່ານັ້ນຕ້ອງຕໍ່ສູ້, ຕ້ອງຜ່ານຜ່າຫຍັງມາແດ່ ກ່ອນຈະມາຮອດຈຸດນີ້, ບາງຄົນເກີດມາຕົ້ນທຶນພຽງຮ່າງກາຍ ແລະ ຫົວໃຈສູ້ຊີວິດດັ່ງ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຈາກເດັກນ້ອຍຕ່າງແຂວງຊ່ວຍແມ່ຮ່ອນແກ້ວຫາເງິນປະຄອງຊີວິດ ແຕ່ໃຈສູ້ໃຝ່ສຶກສາຫາຮຽນຮູ້ຜັກດັນຕົນເອງຈົນກາຍເປັນແມ່ຍິງອີກທ່ານໜຶ່ງທີ່ປະສົບຄວາມສໍາເລັດໃນປັດຈຸບັນ.

อาจเป็นรูปภาพของ 1 คน, กำลังยืน, ดอกไม้, ต้นไม้ และกลางแจ้ง

ທ່ານຜູ້ອ່ານທີ່ຮັກແພງ ລາຍການ Business Talk ຂອງພວກເຮົາມີໂອກາດໄດ້ໂອ້ລົມສົນທະນາກັບ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈຳກັດ ເຊິ່ງເຮັດໃຫ້ຮູ້ເຖິງເສັ້ນທາງຊີວິດຂອງເພິ່ນວ່າ: ຖິ່ນຖານບ້ານເກີດຂອງເພິ່ນແມ່ນຢູ່ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຄອບຄົວທຸກຍາກ, ພໍແຕ່ຮູ້ຄວາມກໍຮູ້ວ່າມີແຕ່ແມ່ ແລະ ອ້າຍເອື້ອຍນ້ອງນໍາກັນ 8 ຄົນເທົ່ານັ້ນ ສ່ວນພໍ່ແມ່ນເສຍຊີວິດແລ້ວ, ການໃຊ້ຊີວິດໃນໄລຍະນັ້ນແມ່ນມີແມ່ເປັນເສົາຫຼັກ ເຮັດທຸກຢ່າງໃຫ້ລູກກິນອີ່ມນຸ່ງອຸ່ນ ແລະ ໄດ້ຮຽນໜັງສືທຸກຄົນ, ໄລຍະຊີວິດໃນໄວເດັກແມ່ນອາໄສເວລາເລີກຮຽນຊ່ວຍແມ່ຫາເງິນດ້ວຍການຮ່ອນແກ້ວ, ຂຸດແກ້ວຕາມສາຍຫ້ວຍຕ່າງໆ ເພື່ອລ້ຽງຊີບໄປແຕ່ລະວັນ.

อาจเป็นรูปภาพของ เด็ก, กำลังยืน และกลางแจ้ง

อาจเป็นรูปภาพของ ธรรมชาติ

ໄລຍະຊີວິດໃນໄວເດັກ ຫຼັງເລີກຮຽນກັບເຮືອນກໍຊ່ວຍແມ່ຮ່ອນແກ້ວ, ຂຸດແກ້ວຂາຍວົນວຽນຢູ່ແບບນັ້ນ ແຕ່ຖືເປັນເລື່ອງດີທີ່ເປັນຄົນມັກຮຽນ, ຮຽນເກັ່ງຄະແນນດີມາແຕ່ນ້ອຍ, ສະນັ້ນປຶ້ມສໍທີ່ໃຊ້ຮໍ່າຮຽນໃນຕອນນັ້ນຈໍານວນໜຶ່ງແມ່ນຂອງຂວັນນັກຮຽນເກັ່ງ ເຊິ່ງກໍຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ສ່ວນໜຶ່ງ, ຍ້ອນຄວາມຮັກໃນການຮຽນເຮັດໃຫ້ຕົນເອງໃຝ່ສຶກສາມາໂດຍຕະຫຼອດ ຈາກຮຽນຈົບຊັ້ນປະຖົມ, ມັດທະຍົມ ແລະ ອຸດົມສຶກສາແລ້ວກໍກ້າວສູ່ການຮຽນວິຊາຊີບໃນມະຫາວິທະຍາໄລແຫ່ງຊາດ ແລະ ໃຊ້ເວລາໃນການຮໍ່າຮຽນຢູ່ຫຼາຍປີພໍສົມຄວນ, ທ່ານ ນາງ ສຸໄພວັນ ກ່າວ.

อาจเป็นรูปภาพของ 2 คน, ผู้คนกำลังยืน, ดอกไม้ และกลางแจ้ง

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວຕື່ມວ່າ: ພາຍຫຼັງຮຽນຈົບໂຮງຮຽນວິຊາຊີບປ່າໄມ້ ຈາກປະເທດເຢຍລະມັນ ໃນປີ 1991 ຄວາມຄິດທຳອິດແມ່ນຢາກທົດແທນບຸນຄຸນໃຫ້ກັບປະເທດຊາດທີ່ໃຫ້ທຶນແກ່ຕົນເອງໄປສຶກສາເອົາຄວາມຮູ້ກັບມາຈາກປະເທດທີ່ຈະເລີນ ແຕ່ກໍບໍ່ເປັນດັ່ງຫວັງ ເພາະເວລານັ້ນກະຊວງກະສິກໍາ ແລະ ປ່າໄມ້ ແມ່ນບໍ່ມີເງື່ອນໄຂທີ່ຈະຮັບພະນັກງານ, ຕົນເອງຈຶ່ງຕັດສິນໃຈໄປຊອກຮຽນພາສາອັງກິດຕື່ມ ເຫດການບັງເອີນທີ່ຍັງມີຄວາມໂຊກເຂົ້າຂ້າງອີກຄັ້ງ ເມື່ອຄູສອນພາສາອັງກິດ ຮູ້ຈັກຮັກແພງກັບທ່ານຜູ້ອໍານວຍການ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ເລີຍແນະນຳມາສະໝັກວຽກ, ໃນທີ່ສຸດກໍຕັດສິນໃຈເຂົ້າໄປສະໝັກ ແລະ ເຮັດວຽກກັບບໍລິສັດດັ່ງກ່າວ ນັບແຕ່ປີ 1991 – 2011 ເປັນເວລາ 20 ປີ ທີ່ຕົນເອງເຮັດວຽກໃນບໍລິສັດນີ້ເກືອບທຸກຕໍາແໜ່ງ ໂດຍເລີ່ມຈາກເປັນກໍາມະກອນຢູ່ສວນກ້າເບ້ຍໄມ້, ເປັນວິຊາການສົ່ງເສີມປະຊາຊົນປູກໄມ້, ຜູ້ຊ່ວຍການເງິນ, ຫົວໜ້າການເງິນ, ເກັບຊື້ວັດຖຸດິບ, ການຕະຫຼາດ, ສົ່ງອອກ. ໃນທີ່ສຸດໃນປີ 2011 ຈົນຮອດປັດຈຸບັນໄດ້ກາຍເປັນຮອງອໍານວຍການທັງລົງທຶນຮ່ວມກັບບໍລິສັດນີ້.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

อาจเป็นรูปภาพของ กลางแจ้ง

ທ່ານຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈຳກັດ ຍັງໃຫ້ຮູ້ເຖິງຄະຕິການເຮັດວຽກຂອງເພິ່ນ ພ້ອມໃຫ້ຮູ້ເຖິງໂອກາດໃນການເຮັດທຸລະກິດອຸດສາຫະກໍາ – ກະສິກໍາ ວ່າ: ມີສິ່ງໜຶ່ງທີ່ຕົນເອງຢຶດຖືເອົາເປັນຄະຕິໃນການເຮັດວຽກມາໂດຍຕະຫຼອດ ກໍຄືແຜນວຽກໃຫ້ຊັດເຈນ, ປະຕິບັດໂມງເວລາ, ມີລະບຽບໃນການໃຊ້ຈ່າຍຈົນເຮັດໃຫ້ບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວ. ສໍາລັບຂໍ້ຄິດການດໍາເນີນທຸລະກິດອຸດສາຫະກໍາ, ກະສິກໍາ ໃຜທີ່ສົນໃຈຢາກເຮັດທຸລະກິດນີ້ ໂດຍສະເພາະການປູກໄມ້ອຸດສາຫະກໍາ ໃຫ້ເພື່ອໃຈໄວ້ກ່ອນວ່າມັນຕ້ອງໃຊ້ເວລາຍາວ, ຕ້ອງວາງແຜນໃຫ້ຊັດເຈນ ຈຶ່ງຈະສາມາດຍືນຍົງໄດ້ຫາກບໍ່ມີການວາງແຜນໃຫ້ຊັດເຈນ ມັນກໍສ່ຽງທີ່ຈະລົ້ມແຫຼວງ່າຍ, ຕ້ອງມີການສຶກສາລະອຽດ ແລະ ປະຕິບັດນິຕິກໍານະໂຍບາຍຕ່າງໆຂອງລັດຖະບານວາງອອກ.

อาจเป็นรูปภาพของ กำลังยืน, ธรรมชาติ และต้นไม้

อาจเป็นรูปภาพของ ต้นไม้ และธรรมชาติ

ແນວໃດກໍຕາມ, ສໍາລັບໃຜທີ່ຢາກເຮັດທຸລະກິດນີ້ຜືນແຜ່ນດິນລາວຍັງມີດິນອຸດົມສົມບູນຫຼາຍ ເຫຼືອພຽງແຕ່ຕັ້ງໃຈ ແລະ ຕັດສິນໃຈລົງມືເຮັດເທົ່ານັ້ນ, ທ່ານຮອງຜູ້ອໍານວຍການກ່າວ.