ການປູລາງລົດໄຟລາວ-ຈີນ ແຕ່ສະຖານີນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕ່ນ ແຂວງຫຼວງນໍ້າທາ ຈະສຳເລັດພາຍໃນເດືອນພຶດສະພາ 2021

215

ມາຮອດປັດຈຸບັນ ໂຄງການປູລາງລົດໄຟລາວ-ຈີນ ໄດ້ປູຈາກນະຄອນຫຼວງວຽງຈັນ ໄປຫາແຂວງຫຼວງພະບາງ ແລະຕໍ່ໃສ່ອຸດົມໄຊ ເຊິ່ງສໍາເລັດແລ້ວ 80% ແລະຄາດວ່າການປູລາງລົດໄຟ ນັບແຕ່ສະຖານີນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕ່ນ ແຂວງຫຼວງນໍ້າທາ ຊາຍແດນລາວ-ຈີນ ຈະໃຫ້ສຳເລັດພາຍໃນເດືອນພຶດສະພາ 2021 ຢ່າງແນ່ນອນ.

ດັ່ງນັ້ນ, ຈິ່ງຮັບປະກັນໄດ້ວ່າ ໂຄງການທາງລົດໄຟລາວ-ຈີນ ຈະສ້າງສຳເລັດຕາມແຜນ ແລະເປີດໃຫ້ບໍລິການໃນທ້າຍປີ 2021 ຢ່າງແນ່ນອນ. ທ່ານ ຫູປິ່ນ ຫົວໜ້າບັນຊາການ ແລະວິສະວະກອນລະດັບສູງ ຂອງກຸ່ມບໍລິສັດທາງລົດໄຟເລກ 2 ແຫ່ງ ສປ ຈີນ ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນ ເມື່ອວັນທີ 30 ມີນາ 2021ນີ້ ຢູ່ທີ່ໂຄງການທາງລົດໄຟລາວ-ຈີນ ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.


ທ່ານ ຫູປິ່ນ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງການນຳພັກ,ລັດ ແລະປະຊາຊົນລາວທີ່ໄດ້ເອື້ອອຳນວຍຄວາມສະດວກທຸກຢ່າງ ເຮັດໃຫ້ໂຄງການນີ້ໄດມີຄວາມຄືບໜ້າ ແລະຖືກຕ້ອງຕາມແຜນການທີ່ວາງໄວ້. ເຖິງແມ່ນວ່າຈະພົບກັບບາງບັນຫາທີ່ເປັນອຸປະສັກ ໃນໄລຍະໂຄວິດ-19 ກໍ່ຕາມ, ແຕ່ທຸກວຽກງານຍັງດຳເນີນໄປໄດ້ດວ້ຍດີ. ທ່ານກ່າວຕື່ມວ່າ: ໃນການຈັດຕັ້ງປະຕິບັດວຽກງານ ແມ່ນໄດ້ຖືສຳຄັນການປະຕິບັດວຽກໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະມາດຕະຖານຕ່າງໆຢ່າງເຂັ້ມງວດ, ໃຫ້ຄວາມສຳຄັນຕໍ່ຄວາມປອດໄພຂອງພະນັກງານ, ກຳມະກອນ ແລະປະຕິບັດຕາມຜົນການກວດກາ ຕາມລະບຽບກົດໝາຍຂອງໜ່ວຍງານທີ່ກ່ຽວຂ້ອງ ພ້ອມຮັບປະກັນດ້ານຄວາມປອດໄພຕ່າງໆ.

ໂຄງການທາງລົດໄຟລາວ-ຈີນ ນອກຈາກ ການກໍ່ສ້າງທາງລົດໄຟແລ້ວ, ຍັງໄດ້ຊວ່ຍເຫຼືອສັງຄົມ ກໍຄືປະຊາຊົນລາວໃຫ້ມີວຽກເຮັດງານທຳ, ຊວ່ຍດ້ານການພັດທະນາບ້ານໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະຊວ່ຍສ້າງພະນັກງານ, ກຳມະກອນລາວໃຫ້ກາຍເປັນຜູ້ຊຳນານງານຕື່ມອີກ. ປັດຈຸບັນ, ໂຄງການທາງລົດໄຟລາວ-ຈີນ ມີກໍາມະກອນ ແລະພະນັກງານທາງລົດໄຟຄົນລາວກວມເອົາ 60%.

ພາບ-ຂ່າວ: CRI