ດີ້ນຮົນໜີຄວາມທຸກຍາກດ້ວຍສອງຝາມືເປົ່າ ຜັກດັນຕົນເອງສູ່ເຈົ້າຂອງທຸລະກິດອະສັງຫາລິມະຊັບ

3836

ທຸກຄົນເກີດມາມີພື້ນຖານ ແລະ ຕົ້ນທຶນຊີວິດທີ່ແຕກຕ່າງກັນ ບາງຄົນເກີດມາມີພຽບພ້ອມ ຄອບຄົວພໍ່ແມ່ຫາໄວ້ໃຫ້ ເຫຼືອພຽງຕໍ່ຍອດສິ່ງທີ່ມີຢູ່ ແຕ່ກົງກັນຂ້າມບາງຄົນບໍ່ມີຫຍັງ ແມ່ນກະທັງທຶນການສຶກສາຕ້ອງອາໄສຜ້າເຫຼືອງ, ອາໄສສາສະໜາພາຮຽນຮູ້ ພັກດັນຕົນເອງສຸດຊີວິດ ເພື່ອເປົ້າໝາຍດຽວຄືໃຫ້ມີຊີວິດທີ່ດີຂຶ້ນ ແລະ ກາຍເປັນເຈົ້າຂອງທຸລະກິດສ່ວນຕົວໃຫ້ໄດ້ ເຊິ່ງທັງໝົດທີ່ຜູ້ຂຽນກ່າວມານັ້ນໝາຍເຖິງ ທ່ານ ຫຸມພັນ ໄຊຍະລາດ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ບໍລິສັດ ເຣັນສະບາຍ.

ທ່ານ ຫຸມພັນ ໄຊຍະລາດ ນັກທຸລະກິດໜຸ່ມຜູ້ສູ້ຊີວິດທ່ານນີ້ມີຖິ່ນຖານບ້ານເກີດມາຈາກເມືອງນໍ້າບາກ ແຂວງ ຫຼວງພະບາງ ກ່ອນຍົກຍ້າຍໄປຢູ່ເມືອງຮຸນ ແຂວງອຸດົມໄຊ, ຫຼັງຈາກນັ້ນກໍອາໄສບວດຮຽນພຽນຮູ້ມາເມືອງໃຫຍ່ ນະຄອນຫຼວງ ວຽງຈັນ ເຊິ່ງເສັ້ນທາງການກ້າວສູ່ຫົນທາງທຸລະກິດຂອງເພິ່ນນັ້ນ ແມ່ນບໍ່ທໍາມະດາ ສຸດຄົດລ້ຽວ ພົບອຸປະສັກຫຼາຍຢ່າງພັນປະການໃນສະພາບແວດລ້ອມທີ່ບໍ່ເອື້ອອໍານວຍ ແຕ່ເພິ່ນກໍຍັງໃຈສູ້ ຝ່າຟັນທຸກຢ່າງຈົນເຮັດໃຫ້ມີມື້ນີ້ ມື້ທີ່ມີທຸລະກິດເປັນຂອງຕົນເອງດັ່ງຝັນ ໄວ້.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และชุดสูท

ລາຍການ Business Talk ຂອງພວກເຮົາ ໄດ້ມີໂອກາດໂອ້ລົມສົນທະນາເຖິງຊີວິດຂອງ ທ່ານ ຫຸມພັນ ໄຊຍະລາດ ເຊິ່ງເພິ່ນໄດ້ເລົ່າຄືນໃຫ້ຮູ້ເຖິງຈັງຫວະຂອງຊີວິດ ກ່ອນກ້າວສູ່ເຈົ້າຂອງທຸລະກິດອະສັງຫາລິມະຊັບທີ່ກໍາລັງເຮັດຢູ່ ວ່າ: ເສັ້ນທາງການກ້າວສູ່ຖະໜົນທຸລະກິດຂອງຕົນເອງນັ້ນສຸດຄົດລ້ຽວ ພົບອຸປະສັກຫຍຸ້ງຍາກຫຼາຍໆຢ່າງໃນສະພາບແວດລ້ອມທີ່ບໍ່ເອື້ອອໍານວຍ, ບໍ່ວ່າຈະເປັນດ້ານການສຶກສາທີ່ຕ້ອງໄດ້ອາໄສຄຸນພຸດທະສາສະໜາເປັນທີ່ເພິ່ງຫາຮຽນຮູ້, ການຕໍ່ສູ້ກັບຄວາມຄິດຂອງຕົນເອງ ບໍ່ຮູ້ແມ່ນກະທັງເປົ້າໝາຍຂອງຊີວິດວ່າຕ້ອງການຫຍັງແທ້, ລວມໄປເຖິງການຕັດສິນໃຈອັນຍິ່ງໃຫຍ່ ແລະ ເດັດຂາດ ເມື່ອຮູ້ເປົ້າໝາຍຂອງຕົນເອງ ນັ້ນກໍຄືລາອອກຈາກການເຮັດວຽກປະຈໍາກິນເງິນເດືອນໃນອົງກອນໃຫຍ່ທີ່ຄິດວ່າໝັ້ນຄົງແລ້ວ ເພື່ອກ້າວຂາລົງສູ່ສະໜາມເສັ້ນທາງທຸລະກິດຢ່າງເຕັມຕົວ ທ່າມກາງຄວາມສ່ຽງນາໆປະການ ທັງທີ່ຕອນນັ້ນມີພຽງເງິນພໍເຊົ່າຫ້ອງແຖວຢູ່ ແລະ ຊື້ອາຫານລ້ຽງຊີບໄປບໍ່ເທົ່າໃດເດືອນເທົ່ານັ້ນ.

อาจเป็นรูปภาพของ 2 คน ซึ่งรวมถึง Noy Saylakham, ผู้คนกำลังยืน, ผู้คนกำลังนั่ง, ชุดสูท และสถานที่ในร่ม

ທ່ານ ຫຸມພັນ ໄຊຍະລາດ ໃຫ້ຮູ້ອີກວ່າ: ເມື່ອຮູ້ເຖິງຄວາມຕ້ອງການຂອງຕົນເອງ ກໍຄືການເຮັດທຸລະກິດແລ້ວ, ຫຼັງຈາກນັ້ນແມ່ນພະຍາຍາມສຶກສາຫາຄວາມຮູ້ຂັ້ນພື້ນຖານທຸກຢ່າງໃນການເດີນທາງສາຍນີ້ ພ້ອມຂົນຂວາຍລ່າທຶນໄປຮຽນຕໍ່ເພື່ອມາສະໜັບສະໜູນ ຄວາມຄິດດັ່ງກ່າວ. ແຕ່ເຖິງແມ່ນວ່າໃຈມາເຕັມຮ້ອຍ ແຕ່ໃນຕອນນັ້ນສະພາບຄອບຄົວຂອງຕົນເອງກໍຍັງບໍ່ພຽງພໍທີ່ຈະເອື້ອອໍານວຍໃຫ້ເປັນນັກທຸລະກິດໄດ້ ອີກທັງໃນຕອນນັ້ນຍັງຢູ່ເຮືອນເຊົ່າເຂົ້າຊື້ຈະເປັນນັກທຸລະກິດໄດ້ຈັ່ງໃດ ແຕ່ກໍບໍ່ຖອຍຊອກຫາຊ່ອງທາງລອງເລືອກຫາທຸລະກິດທີ່ຈະເປັນໄປໄດ້ ເຊິ່ງກໍພົບຫຼາຍຢ່າງ ໂດຍສະເພາະແມ່ນທຸລະກິດດ້ານການບໍລິການ ເພາະເຊື່ອວ່າມັນສາມາດເລີ່ມຕົ້ນໄດ້ເລີຍ ເປັນທຸລະກິດທີ່ໃຊ້ທັກສະເຮົາເອງ, ຕໍ່ມາກໍແນມເຫັນທຸລະກິດອະສັງຫາລິມະຊັບ ເຊິ່ງເປັນທຸລະກິດທີ່ບໍ່ໃຊ້ຕົ້ນທຶນສູງ ແຕ່ຜົນຕອບແທນຫຼາຍຈຶ່ງເລັງເຫັນວ່ານາຍໜ້າອະສັງຫາຈະສາມາດຕອບໂຈດຄວາມຕ້ອງການຂອງເຮົາໄດ້ ຈຶ່ງເລີ່ມຕົ້ນໃຊ້ເວລາວ່າງຈາກການເຮັດວຽກປະຈໍາໄປສຶກສາວຽກດ້ານນີ້ກັບໝູ່, ໃນຕອນນັ້ນເອີ້ນໄດ້ວ່າເຮັດວຽກຫຼາຍຢ່າງ ຈົນເຮັດໃຫ້ໄດ້ຄວາມຮູ້ ແລະ ຊຶມຊັບໄດ້ວິທີການບໍລິຫານຈັດການກັບອົງກອນ ຫຼື ການບໍລິຫານພະນັກງານພາຍໃນອົງກອນ ພ້ອມທ້ອນເງິນເພື່ອກຽມພ້ອມເດີນຕາມເປົ້າໝາຍມີທຸລະກິດເປັນຂອງຕົນເອງ.

อาจเป็นรูปภาพของ 4 คน, ผู้คนกำลังยืน และสถานที่ในร่ม

ພາຍຫຼັງທີ່ເລັງເຫັນເປົ້າໝາຍທຸກຢ່າງແລ້ວ ສິ່ງທີ່ຍາກສຸດອັນຕໍ່ມາທີ່ຕ້ອງເຮັດຄືການຕັດສິນໃຈອອກຈາກວຽກປະຈໍາທີ່ມີເງິນເດືອນສູງຢູ່ແລ້ວ ເພື່ອມາເຮັດທຸລະກິດສ່ວນຕົວ ເຊິ່ງກໍຍ້ອນຄວາມກ້າຫານທີ່ມີຈຶ່ງຕັດສິນໃຈອອກຈາກວຽກ ໂດຍມີເງິນກ້ອນໜຶ່ງເປັນທຶນເຊົ່າບ່ອນຢູ່ອາໄສໄດ້ພຽງ 6 ເດືອນເທົ່ານັ້ນ ແລະ ເງິນສຳລັບລ້ຽງປາກທ້ອງພຽງ 3 ເດືອນເທົ່ານັ້ນ ຫາກທຸລະກິດບໍ່ໄປຕາມເປົ້າທີ່ວາງໄວ້.

ແຕ່ແນວໃດກໍຕາມ, ຫຼັງຈາກຕັດສິນໃຈໄດ້ແລ້ວ ກໍສູ້ເຕັມທີ່ ເຮັດທຸກຢ່າງເພື່ອພາຕົນເອງໄປຮອດເປົ້າໝາຍທີ່ວາງໄວ້ ນັ້ນກໍຄືຫຼຸດພົ້ນອອກຈາກຄວາມທຸກຍາກ, ມີຊີວິດການເປັນຢູ່ທີ່ດີ, ສາມາດລ້ຽງດູ ແລະ ເຮັດໃຫ້ແມ່ຢູ່ສຸກສະບາຍໄດ້, ທ່ານ ຫຸມພັນ ໄຊຍະລາດ ກ່າວ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

ທ່ານກ່າວຕື່ມວ່າ: ຕະຫຼອດໄລຍະການດໍາເນີນທຸລະກິດອະສັງຫາລິມະຊັບມາ ກໍພົບຫຼາຍບົດທົດສອບ ໂດຍເລີ່ມຈາກການກຳເນີດຂຶ້ນຂອງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ປະກາດຂາຍກໍມີການໃຊ້ພື້ນທີ່ອອນລາຍປະກາດຂາຍເອງ ເຊິ່ງມັນສົ່ງຜົນກະທົບຕໍ່ທຸລະກິດນາຍໜ້າອະສັງຫາໂດຍກົງ ລາຍຮັບທີ່ເຄີຍໄດ້ມາກໍໜ້ອຍລົງ ກ້າວເຖິງຂັ້ນບໍ່ມີລາຍຮັບເຂົ້າມາເລີຍ ແຕ່ກົງກັນຂ້າມຕ້ອງເຮັດວຽກໜັກຂຶ້ນ, ຕໍ່ມາແມ່ນການລະບາດຂອງພະຍາດໂຄວິດ – 19 ເຊິ່ງມັນໄດ້ສົ່ງຜົນກະທົບເປັນວົງກວ້າງ ສະເພາະອະສັງຫາແມ່ນເອີ້ນໄດ້ວ່າຢຸດຊະງັກ ປະມານ 2 ໄຕມາດ ບໍ່ມີການເຄື່ອນໄຫວ. ແນວໃດກໍຕາມ, ຕໍ່ກັບວິກິດ ຫຼື ບັນຫາທີ່ເກີດຂຶ້ນ ເຮົາກໍຈະມີວິທີແກ້ໄຂ, ມີການປັບຕົວ, ປັບປຸງ ແລະ ຮຽນຮູ້ ເພື່ອຜ່ານທຸກອຸປະສັກທີ່ເຂົ້າມາໄປໄດ້.

ໃນຕອນທ້າຍຂອງການໂອ້ລົມກັບ ທ່ານ ຫຸມພັນ ໄຊຍະລາດ ຍັງໄດ້ຝາກຂໍ້ຄິດໃນການດໍາເນີນທຸລະກິດ ວ່າ: ມີຄະຕິເຕືອນໃຈໜຶ່ງທີ່ບອກຕົນເອງສະເໝີມາ ນັ້ນກໍຄືທຸກວິກິດນັ້ນມີໂອກາດ ແລ້ວແຕ່ເຮົາຈະເບິ່ງເຫັນ ແຕ່ເມື່ອເຫັນໂອກາດແລ້ວກໍໃຫ້ຄິດໃຫຍ່ ແຕ່ວິໄນການປະຕິບັດໃຫ້ມັນນ້ອຍ ເພື່ອໄປເຖິງເປົ້າໝາຍອັນຍິ່ງໃຫຍ່, ສິ່ງສໍາຄັນການພັດທະນາຕົນເອງ ທຸກຄົນສາມາດເປັນຜູ້ປະກອບການໄດ້ໃນເງື່ອນໄຂທີ່ບໍ່ເອື້ອອໍານວຍ ແລ້ວແຕ່ວ່າເຮົາຈະເຫັນໂອກາດນັ້ນຈັ່ງໃດ ພ້ອມລົງມືເຮັດ ແລະ ອົດທົນສູ້ບໍ່ຖອຍ ເປົ້າໝາຍທີ່ຕັ້ງໄວ້ກໍຈະຢູ່ບໍ່ໄກ.