ບໍລິສັດ ເດລີເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ ມອບເຄື່ອງໃຊ້ໃຫ້ ໂຮງຮຽນເດັກກໍາພ້າ ນະຄອນຫລວງພະບາງ

422

ບໍລິສັດ ເດລີເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ ( ຟູດແພນດ້າ) ໄດ້ຈັດ ພິທີ ມອບເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ ໂຮງຮຽນ ມ.ສ ເດັກກໍາພ້າ ໃນວັນທີ 28 ມີນາ 2021 ຢູ່ທີ່ສະໂມສອນໂຮງຮຽນ ມ.ສ ເດັກກໍາພ້າ ບ້ານຂົວທີ1 ນະຄອນຫລວງພະບາງ ແຂວງຫລວງພະບາງ ໂດຍກ່າວມອບເຄື່ອງ ທ່ານ ວົງສະຫວັນ ແກ້ວມະນີ ຫົວຫນ້າ ຟູດແພນດ້າ ( foodpanda) ສາຂາແຂວງຫລວງພະບາງ ແລະ ກ່າວຮັບເຄື່ອງ ທ່ານ ນາງ ຄໍາແສງ ລໍສະຫວັນ ຮອງຜູ້ອໍານວຍການ ໂຮງຮຽນ ມ.ສ ເດັກກໍາພ້າ ພ້ອມດ້ວຍຄູອາຈານ, ພະນັກງານ ວິຊາການຂອງບໍລິສັດຟູດແພນດ້າ,ອ້າຍນ້ອງໄຣເດີ້ ( riders) ແລະ ນັກຮຽນເຂົ້າຮ່ວມປະມານ 400 ກວ່າຄົນ.


ທ່ານ ວົງສະຫວັນ ແກ້ວມະນີ ໃຫ້ຮູ້ວ່າ: ” ຟູດແພນດ້າ (foodpanda) ໄດ້ເຂົ້າມາດຳເນີນທຸລະກິດໃນ ສປປ ລາວ ຂອງພວກເຮົານັບແຕ່ເດືອນ ພະຈິກ ປີ 2019 ຜ່ານມາ, ເຊິ່ງປະຈຸບັນນີ້ ຟູດແພນດ້າ (foodpanda) ໄດ້ມີການຂະຫຍາຍທຸລະກິດໄປໄດ້ທັງຫມົດ 12 ແຂວງທົ່ວປະເທດ, ເຊິ່ງຫນຶ່ງໃນນັ້ນກໍ່ຄືແຂວງຫລວງພະບາງຂອງພວກເຮົາ ໂດຍເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 18 ພຶດສະພາ 2020. ພວກເຮົາໄດ້ມອບຄວາມສະດວກສະບາຍໃຫ້ຄົນລາວເວົ້າລວມ ເວົ້າສະເພາະກໍ່ຄືຄົນພາຍໃນແຂວງຫລວງພະບາງຂອງພວກເຮົາ ໃນການສັ່ງອາຫານ ຫລື ສິນຄ້າຕ່າງໆທີ່ມີຢູ່ໃນແອັບສັ່ງອາຫານຂອງຟູດແພນດ້າ ( foodpanda .App) ໂດຍບໍ່ໄດ້ເສຍຄ່າບໍລິການຈັດສົ່ງແຕ່ຢ່າງໃດເລີຍ, ແລະ ທ່ານ ຍັງໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັບວຽກງານ ພັດທະນາເສດຖະກິດ ຫລື ວຽກງານຊ່ວຍເຫລືອສັງຄົມ ກໍ່ເປັນອີກວຽກງານຫນຶ່ງທີ່ພວກເຮົາໄດ້ໃຫ້ຄວາມສຳຄັນເຊັ່ນດຽວກັນ, ຜ່ານມາພວກເຮົາໄດ້ເອົາໃຈໃສ ແລະ ປະກອບສ່ວນຊ່ວຍເຫຼືອງສັງຄົມ ຮ່ວມກັບທິມງານອາຍນ້ອງໄຣເດີ້ແຂວງຂອງພວກເຮົາໃນຫຼາຍກິດຈະກຳເຊັ່ນ: ກິດຈະກຳມອບເຄື່ອງອຸປະກອນການຮຽນ,ເຄື່ອງໃຊ້ຈຳເປັນພື້ນຖານໃຫ້ແກ່ໂຮງຮຽນ ມ.ສ ຊົນເຜົ່າກິນນອນສວນຫລວງ ເມືອງຊຽງເງິນ, ມ.ສ ເມືອງປາກແຊງ, ມ.ສ ເມືອງນານ, ເກັບຂີ້ເຫຍື້ອພາຍໃນຕົວເມືອງ ແລະ ກິດຈະກໍາບໍລິຈາກເລືອດ”.


ສໍາລັບເຄື່ອງໃຊ້ທີ່ນໍາມາມອບໃຫ້ ໂຮງຮຽນ ມ.ສ ເດັກກໍາພ້າໃນຄັ້ງນີ້ປະກອບມີ: ແຟັບ, ສະບູ, ຢ່າຖູແຂ້ວ, ໄມ້ຖູແຂ້ວ, ການແຈກອາຫານ ໂດຍມີຫຼາຍພາກສ່ວນໄດ້ຮ່ວມອຸປະຖຳໂດຍມີ ທ່ານ ນາງ ພອຍໄພລິນ ກຽງຄຳ ໃນມູນຄ່າ 4.000.000 ກີບ, ທ່ານ ນາງ ອຳໄພກັນຍາ ພາຍຸຮັກ ມູນຄ້າ 1.000.000 ກີບ ແລະ ພາກສ່ວນອື່ນໆ ລວມມູນຄ່າທັງຫມົດໃນການມອບຄັ້ງນີ້ 9.700.000 ກີບ.


ຈາກນັ້ນ ທ່ານ ນາງ ຄໍາແສງ ລໍສະຫວັນ ຮອງ ຜູ້ອໍານວຍການ ໂຮງຮຽນ ມ.ສ ເດັກກຳພ້າ ໄດ້ກ່າວຮັບພ້ອມສະແດງຄວາມຂອບໃຈນຳ ຟູດແພນດ້າ (foodpanda) ແລະ ຜູ້ຮ່ວມອຸປະຖຳ ທີ່ໄດ້ເສຍສະລະຊັບສິນເງິນຄຳ, ວັດຖຸປັດໄຈອັນມີຄ່າມາຊ່ວຍເຫຼືອງນ້ອງໆນັກຮຽນໃນຄັ້ງນີ້ ເພື່ອໃຫ້ນ້ອງໆນັກຮຽນເດັກກຳພ້າພວກເຮົາໄດ້ກິນອີມ ແລະ ມີເຄື່ອງໃຊ້ສອຍຈຳເປັນແລະເປັນການສ້າງຄວາມສະດວກໃຫ້ໃຫ້ແກ່ນັກຮຽນບໍ່ວ່າຈະເປັນທາງດ້ານຈິດໃຈ ແລະ ຮ່າງກາຍ.
ຂ່າວ: ຈໍາປາ