29 ມີນາ ລາວເຮົາ ເກີດແຜ່ນດິນໄຫວ 4 ຄັ້ງ, ແຮງສຸດ 4,5 ຣິກເຕີ ທີ່ເມືອງ ພູຄູນ ແຂວງຫຼວງພະບາງ

569

ເຫດການແຜ່ນດິນໄຫວຢູ່ໃນ ສປປ ລາວ ເລີ່ມພົບຖີ່ຂຶ້ນເລື່ອຍໆ, ຫຼ້າສຸດໃນວັນທີ 29ມີນານີ້ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກວດພົບແຜ່ນດິນໄຫວ 4 ຄັ້ງແຮງສຸດ 4,5 ຣິກເຕີ.

ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2021 ເວລາ 8:20 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 4 ຄັ້ງ, ໃນບໍລິເວນ ພາກເໜືອ ຂອງປະເທດລາວ ລາຍລະອຽດຂອງການເກີດແຜ່ນດິນໄຫວຄື: ໃນເວລາ 08:29:35 ໂມງ, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.447°N ແລະ ເສັ້ນແວງທີ່ 101.292°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,4 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສາລາ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 11 ກິໂລແມັດ.


ໃນເວລາ 11:00:43 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 18.815°N ແລະ ເສັ້ນແວງທີ່ 103.067°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ້ ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫໍ້ໃຕ້ ເມືອງ ເຈົ້າອະນຸວົງ, ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເຈົ້າອະນຸວົງ ປະມານ 10 ກິໂລແມັດ.


ໃນເວລາ 11:04:12 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.079°N ແລະ ເສັ້ນແວງທີ່ 103.111°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫຼວງພັນໄຊ, ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງອະນຸວົງ ປະມານ 20 ກິໂລແມັດ.
ໃນເວລາ 11:10:02 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.73°N ແລະ ເສັ້ນແວງທີ່ 102.75°E ຄວາມແຮງສັ່ນສະເທືອນວັດແທກໄດ້ 4,5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 83 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງ ພູຄູນ ແຂວງຫຼວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ພູຄູນ ປະມານ 46 ກິໂລແມັດ, ແຕ່ໃກ້ກັບໝູ່ ບ້ານ ດົງເງິນ ທີ່ຂື້ນກັບເມືອງ ໂພນໄຊ ແຂວງ ຫຼວງພະບາງ ແລະ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.