ທ່ານ ວຽງສະຫວັດ ສີພັນດອນ ຮັບໜ້າທີ່ເປັນລັດຖະມົນຕີ ກະຊວງ ຍທຂ ທາງການແລ້ວ

1127

ໄລຍະນີ້ບັນດາລັດຖະມົນຕີກະຊວງຕ່າງໆ ທີ່ໄດ້ມີການແຕ່ງຕັ້ງໂຍກຍ້າຍໜ້າທີ່ໃໝ່ແມ່ນກຳລັງມີການມອບ-ຮັບ ເພື່ອປະໄປຕິບັດໜ້າທີ່ຢູ່ໃນຕຳແໜ່ງໃໝຕາມການມອບໝາຍ, ເຊິ່ງໃນເຊົ້າວັນທີ 29 ມີນາ 2021 ນີ້ກໍໄດ້ມີພິທີມອບ-ຮັບ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ, ທ່ານ ນາງ ວົງຄຳ ສຸທຳມະວົງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆ ກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ຍທຂ ເປັນຕົ້ນແມ່ນມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 9/ສພຊ ລົງວັນທີ 22/03/2021 ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ວຽງສະຫວັດ ສີພັນດອນ ມາເປັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຜູ້ໃໝ່ ແລະ ດຳລັດຂອງປະທານປະເທດ ສປປ ລາວ ເລກທີ 116/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການພັກການ-ຮັບອຸດໜູນບຳນານ ໂດຍໄດ້ອະນຸມັດໃຫ້ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ.


ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມໃນພິທີດັ່ງກ່າວ, ໂດຍມີເນື້ອໃນບາງຕອນສຳຄັນວ່າ: ມອບໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການຊັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້; ບົນພື້ນຖານນັ້ນ, ໃຫ້ບັນດາສະຫາຍ ສືບຕໍ່ນໍາພາແນວຄິດຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະ ແນກການໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການຊັບປ່ຽນພະນັກງານການນໍາໃນເທື່ອນີ້, ເພື່ອໃຫ້ ການສະໜັບສະໜູນ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຜູ້ໃໝ່) ເພື່ອພ້ອມກັນຜ່ານຜ່າ ທຸກອຸປະສັກນາໆປະການໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ ສືບຕໍ່ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ສ້າງຄວາມເປັນເອກະພາບພາຍໃນ ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ, ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ; ສະໜັບສະໜູນລັດຖະມົນຕີຄົນໃໝ່ ເພື່ອຮ່ວມມືໃນການພັດທະນາວຽກງານ ໃຫ້ມີຄວາມໜັກແໜ້ນ, ປະຕິບັດແບບແຜນວິທີການເຮັດວຽກງານ ຍທຂ ໃຫ້ແຂງແຮງ ຂຶ້ນເປັນກ້າວໆ.

ຂ່າວຈາກ: ຂປລ