ເລີ່ມຕົ້ນທຸລະກິດຫັດຖະກໍາດ້ວຍໃຈຮັກ ສ້າງອາຊີບ ແກ່ແມ່ຍິງລາວ ປະດິດຜົນງານຕໍ່າພົມສົ່ງອອກສູ່ສາກົນ

2019

ທ່ານຜູ້ອ່ານທີ່ຮັກແພງ ເດືອນນີ້ແມ່ນເດືອນມີນາ ໜຶ່ງໃນວັນສໍາຄັນຂອງເດືອນນີ້ແມ່ນວັນທີ 8 ມີນາ ວັນແມ່ຍິງສາກົນ. ດັ່ງນັ້ນ, ໃນໂອກາດອັນດີນີ້ ຜູ້ຂຽນຂໍນໍາພາທ່ານມາຮູ້ຈັກກັບ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ທັງເປັນເຈົ້າຂອງໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ຜູ້ມີໃຈມັກຮັກພູມປັນຍາຂອງຄົນລາວກໍຄືຫັດຖະກໍາ ພ້ອມທຸ່ມເວລາ 20 ກວ່າປີ ເພື່ອປົກປັກຮັກສາ ແລະ ພັດທະນາສີໄມ້ລາຍມືຂອງແມ່ຍິງລາວ ໂດຍສະເພາະການຕໍ່າຜ້າພົມ ຈາກຜະລິດສະໜອງຕະຫຼາດພາຍໃນກ້າວໄກຕີຕະຫຼາດສາກົນໄດ້ສໍາເລັດ ພ້ອມສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງລາວຫຼາຍຮ້ອຍຊີວິດ.

อาจเป็นรูปภาพของ 2 คน และสถานที่ในร่ม

ລາຍການ Business Talk EP 9 ໄດ້ໂອກາດໂອ້ລົມສົນທະນາກັບປະທານສະມາຄົມຫັດຖະກໍາລາວ ເຊິ່ງເພິ່ນເຜີຍເຖິງຈຸດເລີ່ມຕົ້ນການກ້າວສູ່ເສັ້ນທາງທຸລະກິດຫັດຖະກໍາຕໍ່າພົມ ຕໍ່ລາຍການຂອງພວກເຮົາວ່າ: ເລີ່ມແຕ່ປີ 1989 ລັດຖະບານໄດ້ເປີດປະຕູໃຫ້ສາມາດເຮັດທຸລະກິດສ່ວນຕົວໄດ້ ແລະ ຕົນເອງໄດ້ຫຼິງເຫັນວ່າບ້ານເຮົາມີພຽງໂຮງແຮມ ແຕ່ຍັງບໍ່ມີເຮືອນພັກ ຈຶ່ງເລີ່ມເຮັດທຸລະກິດເຮືອນພັກ ແລະ ຮ້ານອາຫານ ຈົນມາຮອດປີ 1998 ກໍໄດ້ຫັນມາເຮັດທຸລະກິດຫັດຖະກໍາ ທີ່ເລີ່ມຈາກຄວາມມັກຮັກໃນດ້ານນີ້ ແລະ ມີການສະສົມຜ້າແພເກົ່າແກ່ຫຼວງຫຼາຍ ແລະ ສະສົມມາເລື້ອຍໆ ຈຶ່ງເຫັນໄດ້ວ່າບ້ານເຮົາມີພຽງຜ້າແພເປັນສ່ວນຫຼາຍ ແຕ່ບໍ່ມີຜ້າພົມ ຈຶ່ງຕັດສິນໃຈເລີ່ມຕົ້ນໂດຍການເຮັດຫັດຖະກໍາຕໍ່າພົມ ແຕ່ກໍຖືວ່າເປັນເລື່ອງໃໝ່ສໍາລັບບ້ານເຮົາ ເພາະຜ່ານມາມີແຕ່ການຕໍ່າຜ້າແພ, ຫຼັງຈາກນັ້ນບໍ່ດົນຫັດຖະກໍາຕໍ່າພົມ ກໍໄດ້ກາຍເປັນອາຊີບໃໝ່ ຫຼື ເປັນອີກອາຊີບທາງເລືອກ ໃຫ້ແກ່ຊາວຊ່າງຫັດຖະກໍາລາວ ເພື່ອສ້າງລາຍຮັບ ຫຼື ຫາລາຍໄດ້ເສີມເຂົ້າຄອບຄົວ.

อาจเป็นรูปภาพของ 1 คน, กำลังนั่ง และสถานที่ในร่ม

ນອກຈາກການເລີ່ມຕົ້ນທຸລະກິດດ້ວຍໃຈມັກຮັກແລ້ວ ຍັງໄດ້ແຮງສະໜັບສະໜູນຈາກຄອບຄົວຊ່ວຍຍູ້ໜູນເຮັດໃຫ້ມີແຮງບັນດານໃຈໃນການເຮັດ ຈາກທີ່ຄິດໄວ້ວ່າເຮັດເພື່ອຮຽນຮູ້ແຕ່ຫຼັງລົງມືໄປ ກໍມີຜົນຕອບຮັບດີກາຍເປັນບ່ອນສ້າງອາຊີບໃຫ້ເອື້ອຍນ້ອງແມ່ຍິງເຮົາຈາກມີພຽງ 4 – 5 ຄົນ ກໍເພີ່ມຈໍານວນຂຶ້ນເລື້ອຍໆຈົນກາຍເປັນບ່ອນຮຽນຮູ້ ແລະ ມີໂຮງງານດັ່ງທຸກມື້ນີ້.

ທັງນີ້, ຈຸດປະສົງຫຼັກຕັ້ງແຕ່ຕອນເລີ່ມຕົ້ນຈົນຮອດປັດຈຸບັນໃນການເຮັດທຸລະກິດຫັດຖະກໍານີ້ແມ່ນຢາກຊ່ວຍເຫຼືອເອື້ອຍນ້ອງແມ່ຍິງ ໂດຍສະເພາະຄົນດ້ອຍໂອກາດ, ຄົນພິການ, ສະນັ້ນໃນໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ແມ່ນມີເອື້ອຍນ້ອງແມ່ຍິງຄົນພິການ ກວມເຖິງ 25%, ທ່ານປະທານສະມາຄົມຫັດຖະກໍາລາວ ກ່າວ.

ไม่มีคำอธิบายรูปภาพ

ເມື່ອເວົ້າເຖິງໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ທ່ານ ນາງ ສຸວິຕາ ປະເສີດ ເຜີຍວ່າ: ຄໍາເອີ້ນວ່າໂຮງງານໄດ້ເຮັດໃຫ້ຄົນສ່ວນໜຶ່ງຄິດວ່າຄົງຈະໄດ້ຍິນແຕ່ສຽງຈັກກະທົບກັນເພື່ອຕໍ່າເປັນພົມ ແຕ່ມັນບໍ່ແມ່ນດັ່ງທີ່ຄິດເຊັ່ນນັ້ນເລີຍ ໃນໂຮງງານແຫ່ງນີ້ຈະເຫັນແຕ່ 2 ຝາມືນ້ອຍໆຂອງເອື້ອຍນ້ອງເໜັງຕີງດັ່ງຄຳບູຮານເພິ່ນວ່າ: ພວກເຂົາເຈົ້າ “ ຂວໍ້າມືເປັນລາຍ ຫງາຍມືເປັນດອກ ”, ມັນເປັນໜ້າງຶດງໍ້ອັດສະຈັນແທ້. ສຳລັບກີ່ມະຫັດສະຈັນຕໍ່າພົມລາວ ແມ່ນການປະສົມປະສານລະຫວ່າງເຕັກນິກພື້ນເມືອງລາວ ແລະ ເຕັກນິກພາກກາງຂອງທະວີບອາຊີ ຊາວຕວັກເມນິສະຖານ ( Turkmenisatan ) ມາສ້າງເປັນຜະລິດຕະພັນໃໝ່ ເຊິ່ງໃຊ້ກີ່ ແລະ ເຄືອຫູກຕັ້ງຢືນ, ເນື້ອຂອງພົມຕໍ່າດ້ວຍເສັ້ນໄໝມ້ອນ, ຍ້ອມດ້ວຍສີທໍາມະຊາດ 100% ເພື່ອເຮັດໃຫ້ຜະລິດຕະພັນທີ່ອອກມາມີຄຸນນະພາບສູງຕາມຄວາມໃຝ່ຝັນ ແລະ ມີຫຼາກຫຼາຍ ສົ່ງອອກຕະຫຼາດຕ່າງປະເທດ.

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

ປັດຈຸບັນໂຮງງານແຫ່ງນີ້ໄດ້ກາຍເປັນແຫຼ່ງຮຽນຮູ້ ແລະ ຕໍ່ຍອດດ້ານວິຊາການໄປບໍ່ຢຸດຢ່ອນ, ໄດ້ຄຽງບ່າຄຽງໄຫຼ່ກັບສະມາຊິກສະມາຄົມຫັດຖະກຳລາວ ເຂົ້າໄປປະກວດແຂ່ງຂັນຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບຫຼາຍໆລາງວັນ, ພິເສດແມ່ນໄດ້ຮັບ 2 ຫຼຽນເງິນ ແລະ 1 ຫຼຽນຄຳ ຈາກສິ່ງປະດິດສ້າງຂອງແມ່ຍິງສາກົນຢູ່ປະເທດສ.ເກົາຫຼີປະດັບກຽດໃຫ້ແກ່ສີມືຊາວຊ່າງ, ໃຫ້ແກ່ຕົນເອງ, ໃຫ້ແກ່ສະມາຄົມ ແລະ ປະເທດຊາດ.