ສະພາແຫ່ງຊາດຮັບຮອງທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດແຫ່ງ ສປປ ລາວຄົນໃໝ່

536

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ເປີດຂຶ້ນມື້ນີ້ (22 ມີນາ 2021) ກອງປະຊຸມ ໄດ້ສະເໜີ ແລະ ຮັບຮອງເອົາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຄະແນນສຽງເປັນສ່ວນຫຼາຍ ຈາກຜູ້ເຂົ້າຮ່ວມທັງໝົດ 163 ທ່ານ ເຫັນດີ 161 ທ່ານ ກວມເອົາ 98.77%; ບໍ່ເຫັນດີ 1 ທ່ານ ກວມເອົາ 0,61%; ບໍ່ອອກສຽງ 1 ທ່ານ ກວມ 0,61%.

ທ່ານທອງລຸນ ສີສຸລິດ ເກີດເມື່ອວັນທີ 10 ພະຈິກປີ 1945 ທີ່ແຂວງຫົວພັນ, ທ່ານຈົບການສຶກສາຈາກສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ) ກ່ອນຈະມາດຳລົງຕຳແໜ່ງເປັນປະທານປະເທດແມ່ນໄດ້ຮັບຫຼາຍຕຳແໜງໜ້າທີ່

1985 – 1986 – ຫົວໜ້າກົມຄົ້ນຄວ້າ,ສຳນັກງານ ນາຍົກລັດຖະມົນຕີ.
1987 – 1992 – ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
1993 – 1996 – ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

1997 – 2001 – ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ.
2001 – 2006 – ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ.( ປະທານຄະນະກຳມະການຄຸ້ມຄອງການລົງທຶນ,ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ, ສະມາຊິກສະພາແຫ່ງຊາດ).
2006 – 2016 – ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ມາຮອດວັນທີ 20 ເມສາປີ 2016 ທ່ານຈິ່ງໄດ້ຮັບເລືອກໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງເປັນນາຍົກລັດຖະມົນຕີຄົນທີ7 ຂອງ ສປປ ລາວ ນັບແຕ່ສະຖາປະນາເປັນສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ


ດ້ວຍຜົນງານ ແລະຄວາມຮູ້ຄວາມສາມາດໃນການເຮັດວຽກຢ່າງມີແບບແຜນຂອງທ່ານນັບແຕ່ເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີ ທ່ານໄດ້ນຳພາຄະນະລັດຖະບານປະຕິຮູບຫຼາຍຢ່າງ ບໍ່ພຽງເທົ່ານັ້ນ ທ່ານຍັງເປັນຫົວໜ້າລັດຖະບານຄົນໜຶ່ງທີ່ເອົາໃຈໃສ່ເບິ່ງແຍງຄວາມທຸກສຸກຂອງປະຊາຊົນລົງຢ້ຽມຢາມຜູ້ຕົກທຸກໄດ້ຍາກ ຮອດທ້ອງຖິ່ນຮາກຖານ ຈົນທ່ານໄດ້ສາຍານາມວ່າເປັນນາຍົກຂອງປະຊາຊົນ.


ດ້ວຍຜົນງານການທຸ່ມເທເຮັດວຽກຢ່າງເອົາຈີງເອົາຈັງ ເຮັດໃຫ້ກອງປະຊຸມຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ໄດ້ເລືອກທ່ານມາເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໃນວັນທີ 15 ມັງກອນປີ 2021 ຜ່ານມານີ້ເອງ. ມາໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ເປີດຂຶ້ນມື້ນີ້ (22 ມີນາ 2021)

ແລະກອງປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຈິິ່ງໄດ້ລົງຄະແນນສຽງຮັບຮອງເອົາທ່ານ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ ເຊິ່ງເປັນປະທານປະເທດຄົນທີ 7 ຂອງ ສປປ ລາວເຮົາ.


ຄະແນນສຽງ