ເປີດໂຄງການນະໂຍບາຍອຸດສາຫະກໍາສີຂຽວ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບ

121

ກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບ ສະຖາບັນເຕີບໂຕສີຂຽວໂລກ ປະຈໍາ ສປປ ລາວ ( GGGI ) ເປີດໂຕໂຄງການສ້າງນະໂຍບາຍສີຂຽວ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກຳຂອງ ສປປ ລາວ.

ພິທີເປີດໂຕຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ທ່ານ Christophe Aaaicot ຮອງຫົວໜ້າ GGGI, ເຂົ້າຮ່ວມມີເຈົ້າໜ້າທີ່ພາກລັດ ແລະ ພາກທຸລະກິດຂົງເຂດອຸດສາຫະກຳ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ໂຄງການສ້າງນະໂຍບາຍສີຂຽວ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກຳຂອງ ສປປ ລາວ ເປັນໂຄງການທີ່ຮັບທຶນຈາກກອງທຶນປ່ຽນແປງດິນຟ້າອາກາດສີຂຽວ Green Climate Fund – GCF ເຊິ່ງພວກເຮົາຈະຮ່ວມມືກັນວາງແຜນ, ໂອ້ລົມ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການ ສ້າງຄວາມພ້ອມໃຫ້ແກ່ການລົງທຶນໃນການນໍາໃຊ້ພະລັງງານຢ່າງມີປະສິດທິພາບ ໂດຍໃຫ້ຄັດເລືອກເອົາຫົວໜ່ວຍທຸລະກິດຈໍານວນໜຶ່ງມາເປັນຕົວແບບໃນການສຶກສາ ແລະ ເກັບກໍາຂໍ້ມູນ ເພື່ອກໍານົດແຜນສ້າງໃຫ້ເປັນບໍລິສັດ ຫຼື ໂຮງງານທີ່ຈະກ້າວໄປສູ່ລະບົບນໍາໃຊ້ພະລັງງານຢ່າງມີປະສິດທິພາບໃຫ້ໄດ້ໃນອະນາຄົດອັນໃກ້ນີ້ ເຊິ່ງຈະກາຍເປັນເຄື່ອງມືສໍາລັບປະເທດເຮົາໃນການຫັນເປັນອຸດສາຫະກຳສີຂຽວ ແລະ ຍືນຍົງ ສ້າງໃຫ້ສະພາບແວດລ້ອມຂອງປະເທດເຮົາເປັນຕາໜ້າຢູ່.

อาจเป็นรูปภาพของ หนึ่งคนขึ้นไป และดอกไม้

ທ່ານຮອງຫົວໜ້າສະຖາບັນເຕີບໂຕສີຂຽວໂລກ ປະຈໍາ ສປປ ລາວ ( GGGI ) ກ່າວວ່າ: GGGI ດີໃຈຫຼາຍທີ່ໄດ້ສະໜັບສະໜູນລັດຖະບານ ສປປ ລາວ ໃນການອອກແບບ ນະໂຍບາຍສີຂຽວແຫ່ງຊາດ ແລະ ຊ່ວຍກະຊວງ ອຄ ເພື່ອໄດ້ຮັບທຶນຊ່ວຍເຫຼືອຈາກ GCF ເພື່ອກະກຽມຕະຫຼາດໃນປະເທດ ຊຸກຍູ້ການລົງທຶນໃນອຸດສາຫະກຳສີຂຽວ ການປະຢັດພະລັງງານ, ພວກເຮົາເພີ່ມຄວາມສາມາດໃນການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ແລະ ເພີ່ມທະວີຄວາມສາມາດໃນການຕອບໂຕ້ການປ່ຽນແປງດິນຟ້າອາກາດ

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານກ່າວວ່າ: GCF ເປັນກອງທຶນທີ່ໃຫຍ່ ໄດ້ຮັບທຶນສະໜັບສະໜູນປີລະຫຼາຍກວ່າ 10 ຕື້ໂດລາ ເພື່ອສົ່ງເສີມນະໂຍບາຍໃຫ້ມີການນໍາໃຊ້ພະລັງງານທີ່ປະຢັດຂຶ້ນ ແລະ ສີຂຽວ, ນອກຈາກນັ້ນມີການປັບປຸງນະໂຍບາຍທີ່ຊໍານິຊໍານານຂອງຂະແໜງການກ່ຽວຂ້ອງທັງພາກເອກະຊົນມີສ່ວນຮ່ວມເພີ່ມຂຶ້ນ, ໃນໄລຍະກາງ ໂຄງການດັ່ງກ່າວຈະໄດ້ຜັນຂະຫຍາຍການລົງທຶນຂອງພາກເອກະຊົນໃຫ້ເກີດການປະຢັດພະລັງງານ ແລະ ໃນໄລຍະຍາວ ເຮົາຈະເຫັນວ່າການນໍາໃຊ້ພະລັງງານໃນພາກອຸດສາຫະກຳມີປະສິດທິຜົນຂຶ້ນ.

ໃນພິທີຍັງໄດ້ເຊັນສັນຍາຈັດຕັ້ງໂຄງການກອງທຶນປ່ຽນແປງດິນຟ້າອາກາດສີຂຽວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຜົນສໍາເລັດຕາມລະດັບຄາດໝາຍ.