IFC ພ້ອມສະໜັບສະໜູນການພັດທະນາລະບົບການບໍລິການຂົນສົ່ງ ແບບຄົບວົງຈອນແຫ່ງທໍາອິດຂອງ ສປປ ລາວ ເພື່ອສົ່ງເສີມການຄ້າ – ການບໍລິການ

418

ພິທີເຊັນສັນຍາວ່າດ້ວຍການສະໜັບສະໜູນດ້ານວິຊາການ ສຳລັບເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ບໍລິສັດ ຂົນສົ່ງສິດທິ ຈໍາກັດ ( Sitthi Logistic Company Limited ) ກັບ ອົງການການເງິນສາກົນ ( IFC ) ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2021, ທີ່ບໍລິສັດ ປີໂຕຣເທຣດ ນະຄອນຫຼວງວຽງຈັນ ຕາງໜ້າເຊັນໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດສິດທິໂລຈິສຕິກ ແລະ ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈໍາ ສປປ ລາວ, ມີທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີສຳນັກງານນາຍົກລັດຖະມົນຕີ ປະທານກຳມະການຍຸດທະສາດ ແລະ ການວາງແຜນ, ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ທ່ານ ສີລາ ວຽງແກ້ວ ອະດີດຮອງລັດຖະມົນຕີກະຊວງການເງິນ ທີ່ປຶກສາອາວຸໂສບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ພ້ອມດ້ວຍບັນດາຄະນະປະທານ, ຄະນະສະພາບໍລິຫານ, ຄະນະຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນ, ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ, ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 13 คน และผู้คนกำลังยืน

ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນສັນຍານຂອງການຫັນອອກຈາກຄ້າຜ່ານທາງທະເລໄປສູ່ການຄ້າຜ່ານທາງລົດໄຟ ສໍາລັບ ສປປ ລາວ ເຊິ່ງເປັນປະເທດທີ່ບໍ່ຕິດກັບທະເລ ຄາດວ່າຈະເປັນການຊຸກຍູ້ສົ່ງເສີມການຄ້າຂ້າມແດນ ພາຍຫຼັງສໍາເລັດການສ້າງທາງລົດໄຟທີ່ເຊື່ອມຕໍ່ ສປປ ລາວ ກັບ ສປ ຈີນ, ໄທ ແລະ ຫວຽດນາມ. ຄາດຄະເນວ່າຮອດປີ 2030 ປະມານ 70% ຈະຮັບໃຊ້ການຄ້າສອງຝ່າຍລະຫວ່າງ ສປ ຈີນ ແລະ ສປປ ລາວ ແລະ ການຂົນສົ່ງສິນຄ້າຜ່ານແດນຂອງປະເທດໄທ, ມາເລເຊຍ ແລະ ສິງກະໂປ ຈະຍ້າຍມາສູ່ການຂົນສົ່ງທາງລົດໄຟຜ່ານ ສປປ ລາວ ເຊິ່ງໂຄງການດັ່ງກ່າວຈະຖືກພັດທະນາໃນຮູບແບບ BOT ( ສ້າງ, ດໍາເນີນກິດຈະການ ແລະ ໂອນ ) ຕາມສັນຍາສໍາປະທານ 50 ປີ ກັບລັດຖະບານ, ຜູ້ພັດທະນາລະບົບການບໍລິການຂົນສົ່ງ ແລະ ຜູ້ສະໜອງທຶນ ປະກອບດ້ວຍບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ( VLP ) ແລະ ບໍລິສັດ ສິດທິໂລຈິສຕິກລາວ ຈໍາກັດ ພາຍໃຕ້ການສະໜັບສະໜູນດ້ານວິຊາການຈາກອົງການ IFC.

อาจเป็นรูปภาพของ 2 คน, ผู้คนกำลังยืน, ดอกไม้ และสถานที่ในร่ม

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: “ ນີ້ຖືເປັນໂຄງການສໍາປະທານໄລຍະຍາວ ໂຄງການທໍາອິດໃນຂະແໜງດັ່ງກ່າວຢູ່ ສປປ ລາວ, ພວກຂ້າພະເຈົ້າຕັ້ງເປົ້າໝາຍໄວ້ວ່າຈະເຮັດໃຫ້ທ່າບົກນີ້ ເປັນໂຄງການທີ່ມີຄຸນນະພາບສູງ ແລະ ກາຍເປັນສູນກາງດ້ານການຂົນສົ່ງ ເພື່ອໃຫ້ບໍລິການແກ່ການຄ້າທີ່ນັບມື້ຈະເພີ່ມຂຶ້ນ ແລະ ສະໜັບສະໜູນຄວາມສາມາດດ້ານການແຂ່ງຂັນຂອງເສດຖະກິດ ສປປ ລາວ ”.

“ ການສະໜັບສະໜູນຂອງ IFC ທີ່ເຂົ້າມາຖືກຍາມພໍດີ ຈະຊ່ວຍໃຫ້ພວກຂ້າພະເຈົ້າມີແຫຼ່ງເງິນກູ້ທີ່ພຽງພໍໃນການດໍາເນີນທຸລະກິດ ຕາມທິດຂອງການປະຕິບັດທີ່ດີເລີດດ້ານອຸດສາຫະກໍາ ແລະ ສິ່ງແວດລ້ອມ ແລະ ສັງຄົມ ”, ທ່ານ ຈັນທອນ ສິດທິໄຊ ກ່າວ.

ທ່ານກ່າວຕື່ມວ່າ: IFC ຈະສະໜັບສະໜູນການວາງໂຄງສ້າງຂອງໂຄງການ ເພື່ອໃຫ້ດຶງດູດເອົາຄູ່ຮ່ວມລົງທຶນທີ່ມີປະສົບການດ້ານການດໍາເນີນທຸລະກິດ ແລະ ສະໜອງທຶນ, ການດໍາເນີນການເຊິ່ງຈະລວມເອົາການພັດທະນາຍຸດທະສາດການຫຼຸດຜ່ອນຄວາມສ່ຽງແບບມີໂຄງສ້າງທີ່ອາດຈະເກີດຈາກບັນຫາສໍາຄັນດ້ານກົດໝາຍ, ການຄຸ້ມຄອງ, ເຕັກນິກ, ການເງິນ, ສິ່ງແວດລ້ອມ ແລະ ສັງຄົມ. ໜ້າວຽກແມ່ນຈະປະກອບດ້ວຍການພັດທະນາມາດຕະຖານການດໍາເນີນງານຂອງໂຄງການທີ່ສອດຄ່ອງຕາມການປະຕິບັດທີ່ດີເລີດຂອງສາກົນ.

อาจเป็นรูปภาพของ 1 คน, กำลังยืน, ดอกไม้ และสถานที่ในร่ม

ທ່ານ ພົງສະຫວັນ ພົມກອງ ໄດ້ກ່າວວ່າ: “ ການມີປະສົບການຢ່າງຫຼວງຫຼາຍໃນຂະແໜງການບໍລິການຂົນສົ່ງຢູ່ທົ່ວໂລກ ເຮັດໃຫ້ອົງການ IFC ຢູ່ໃນຕໍາແໜ່ງທີ່ດີໃນການຊ່ວຍພັດທະນາລະບົບການບໍລິການຂົນສົ່ງໃນລະດັບໂລກ ເຊິ່ງສາມາດຖືເປັນຕົ້ນແບບສໍາລັບບັນດາໂຄງການບໍລິການຂົນສົ່ງອື່ນໆຢູ່ພາຍໃນປະເທດ ເຊິ່ງເປັນການດຶງດູດເອົາບັນດາຜູ້ສະໜອງທຶນຈາກຕ່າງປະເທດ ”.

ການມີສ່ວນຮ່ວມຂອງອົງການ IFC ເປັນຂີດໝາຍໃຫ້ແກ່ສິ່ງທີ່ເອີ້ນວ່າການເຮັດວຽກແບບ “ ປຽບທຽບ ” ເພື່ອຊ່ວຍວາງໂຄງສ້າງທີ່ຖືກຕ້ອງໃນການພັດທະນາໂຄງການທີ່ສາມາດດຶງດູດທຶນຈາກຕ່າງປະເທດ. ນອກຈາກນັ້ນ, ຂະແໜງບໍລິການຂົນສົ່ງທີ່ເຂັ້ມແຂງຈະຊ່ວຍໃຫ້ ສປປ ລາວ ພັດທະນາການຄ້າທີ່ມີປະສິດທິຜົນ ແລະ ສາມາດແຂ່ງຂັນ, ຊ່ວຍໃຫ້ປະເທດຊາດບັນລຸເປົ້າໝາຍການກາຍເປັນສູນກາງແຫ່ງການເຊື່ອມໂຍງຂອງພາກພື້ນ, ທ່ານ ພົງສະຫວັນ ພົມກອງ ໄດ້ກ່າວ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໂຄງການຂະຫຍາຍທ່າບົກໄລຍະທໍາອິດ ຄາດວ່າຈະໃຫ້ສໍາເລັດທ້າຍປີ 2021, ສ່ວນທີ່ເຫຼືອຈະໃຫ້ສໍາເລັດພາຍໃນປີ 2024, ສໍາລັບການກໍ່ສ້າງເຂດໂລຊິດສະຕິກ, ໃນນັ້ນລວມມີສາງສິນຄ້າ, ສູນແຈກຢາຍສິນຄ້າ, ເຂດດໍາເນີນການ ເພື່ອການສົ່ງອອກ ແລະ ສູນອຸດສາຫະກໍາ ແລະ ອື່ນໆ ຈະໃຫ້ສໍາເລັດພາຍໃນໄລຍະແຕ່ປີ 2021 ຫາ 2030. ຄາດວ່າຂີດຄວາມສາມາດໃນການຂົນສົ່ງສິນຄ້າຂອງໂຄງການທ່າບົກ ທ່ານາແລ້ງ ທີ່ມີການຂະຫຍາຍໃໝ່ນີ້ ຈະມີເຖິງ 10,5 ລ້ານແມັດໂຕນ ( MMT ) ຕໍ່ປີ ຈາກປັດຈຸບັນທີ່ມີ 3 MMT ພາຍຫຼັງທາງລົດໄຟ ລາວ – ຈີນ ແລະ ທາງລົດໄຟ ລາວ – ໄທ ເປີດນໍາໃຊ້ໃນປີ 2021 ແລະ 2026 ຕາມລໍາດັບ.