WhatsApp ເປີດໃຫ້ໃຊ້ງານໂທອອກດ້ວຍສຽງ ແລະ Video Call ຜ່ານທາງຄອມພິວເຕີ

350

ເຖິງວ່າ WhatsApp ຍັງຢູ່ໃນປະເດັນຮ້ອນແຮງກ່ຽວ ກັບການອັບເດດນະໂຍບາຍ ຄວາມເປັນສ່ວນຕົວຮູບແບບໃໝ່ ຈົນເຮັດໃຫ້ຫຼາຍຄົນແບນ WhatsApp ແລ້ວໄປໃຊ້ແອັບພລິເຄຊັນຄູ່ແຂ່ງແທນ ແຕ່ທາງ WhatsApp ກໍຍັງໂນ້ມນ້າວດ້ວຍຟີເຈີໃໝ່ໆຢ່າງຕໍ່ເນື່ອງ ເຊັ່ນ: ການໂທອອກດ້ວຍສຽງ ແລະ ວິດີໂອຜ່ານແອັບພລິເຄຊັນໃນຄອມພິວເຕີ Desktop.

ທາງ WhatsApp ຖະແຫຼງຜ່ານ Blog ຂອງເວັບ ໄຊ ວ່າ: ຕະຫຼອດປີ 2020 ທີ່ຜ່ານມາ ມີຈຳນວນຜູ້ໃຊ້ ງານໂທອອກຫາກັນຜ່ານ WhatsApp ເພີ່ມຂຶ້ນຫຼາຍ ໂດຍສະເພາະໃນວັນທີ 31 ທັນວາ ທີ່ມີຜູ້ໂທອອກ ແລະ Video Call ຫຼາຍເຖິງ 1,4 ພັນລ້ານຄັ້ງ.

อาจเป็นรูปภาพของ 4 คน, หน้าจอ และโทรศัพท์

ທາງ WhatsApp ຈຶ່ງໄດ້ປັບປ່ຽນວິທີການສົນທະນາໃໝ່ໆ ເຊັ່ນ: ການໂທ ແລະ Video Call ຜ່ານແອັບພລິເຄຊັນໃນຄອມພິວເຕີ ເຮັດໃຫ້ຜູ້ໃຊ້ງານຕິດຕໍ່ທຸກຄົນໄດ້ທຸກທີ່ທົ່ວໂລກ ບໍ່ວ່າຈະໃຊ້ເຕັກໂນໂລຊີໃດຢູ່ກໍຕາມ.

ແຕ່ WhatsApp ເອງ ບໍ່ໄດ້ລະບຸວ່າຈຳນວນຜູ້ໃຊ້ງານຜ່ານຄອມພິວເຕີມີຈຳນວນເທົ່າໃດ ແຕ່ທັງນີ້ເປັນການເພີ່ມທາງເລືອກໃຫ້ຜູ້ໃຊ້ງານທັງໝົດຈຳນວນ ປະມານ 2 ພັນລ້ານຄົນ ແລະ ການໃຊ້ງານສ່ວນນີ້ຍັງບໍ່ສາມາດເຮັດໄດ້ໃນບຣາວເຊີ ແລະ ຄາດວ່າໃນອະນາຄົດຈະສາມາດໃຊ້ງານການໂທ ແລະ Video Call ແບບກຸ່ມໄດ້.

( ທີ່ມາ: blog.whatsapp.com, www.socialmediatoday.com )