ຄະນະສະເພາະກິດລົງເຂດເສດຖະກິດສາມຫຼ່ຽມຄຳ ກວດກາໂຮງໝໍ ແລະສູນກັກຕົວ

103

ເພື່ອຮັບປະກັນການຄັດກອງຄົນເຂົ້າ-ອອກເຂດເສດຖະກິດພິເສດສາມຫຼ່ຽມຄຳໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນໜຶ່ງໃນບັນດາຈຸດທີ່ມີຄວາມສ່ຽງສູງຕໍ່ການເຝົ້າລະວັງບັນຫາພະຍາດລະບາດໂຄວິດ-19, ໃນວັນທີ 2 ມີນາ 2021 ນີ້ຄະນະສະເພາະກິດໄດ້ລົງຢ້ຽມຢາມເຂດດັ່ງກ່າວ ໂດຍສະເພາະກວດກາໂຮງໝໍ ແລະສູນຈຳກັດບໍລິເວນທີ່ຈັດໄວ້ສຳລັບຮອງຮັບກຸ່ມຄົນເຂົ້າ-ອອກເຂດ.

ໂດຍທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງີນ; ແລະ ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນາສຸກພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ,ແຂວງ,ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ.

ໃນການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອໃຫ້ທິດຊີ້ນຳວຽກງານປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຢູ່ພາຍໃນ ຂສພຄ ແລະ ວຽກງານທີ່ຕິດພັນກັບການພັດທະນາ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.


ໃນນີ້ຍັງໄດ້ມີກອງປະຊຸມຮ່ວມກັນລະຫວ່າງຄະນະສະເພາະກິດ ແລະເຂດເສດຖະກິດພິເສດ ທ່ານ ນາງທອງຄູນ ພົນທອງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ລາຍງານສະພາບການພັດທະນາຂອງເຂດ ແລະ ການປ້ອງກັນສະກັດກັ້ນຂອງພະຍາດໂຄວິດ-19,ພ້ອມນັ້ນໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນກ່ຽວກັບການຄຸ້ມຄອງຄົນເຂົ້າ-ອອກ ເຂດເສດຖະກິດ ສາມຫຼ່ຽມຄຳ ແມ່ນໃຫ້ສືບຕໍ່ຕິດຕາມກວດກາຈຳນວນຄົນເຂົ້າ-ອອກ ຢ່າງເຂັ້ມງວດ.

ພາຍຫຼັງສຳເລັດກອງປະຊຸມບັນດາກົມທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກໄດ້ລົງໄປທ່ຽວຊົມກວດກາເຄື່ອງມືກວດໂຄວິດຂອງໂຮງໝໍສິງກະໂປແລະ ສູນກັກຕົວທີ່ຮອງຮັບຄົນເຈັບຂອງເຂດເສດຖະກິດ ສາມຫຼ່ຽມຄຳ.