ນ້ຳໃຈຈາກ ສປ ຈີນ ສົ່ງ-ມອບວັກແຊັງປ້ອງກັນໂຄວິດ-19 ແກ່ ສປປ ລາວ 3 ແສນໂດສ

167

ໃນວັນທີ 8 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີ ມອບ-ຮັບວັກແຊັງປ້ອງກັນໂຄວິດ-19 ໂດຍການຊ່ວຍເຫຼືອລ້າຈາກ ລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ, ຕາງໜ້າ ສປ ຈີນ ມອບໂດຍທ່ານ ຈ່ຽງ ຈ່າຍຕູ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ຕາງໜ້າຮັບຝ່າຍລາວ ໂດຍທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂດຍມີບັນດາຄະນະນໍາ ວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໃນພິທີ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວຂອບໃຈ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍມີບາງຕອນກ່າວວ່າ: ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມພິທີມອບ-ຮັບ ຢາວັກແຊັງປ້ອງກັນໂຄວິດ-19 ຈໍານວນ 300.000 ໂດສ, ເຊີແລງຈໍານວນ 300.800ອັນ ຈາກ ສປ ຈີນ ພ້ອມທັງຊ່ວຍດ້ານການຂົນສົ່ງມາມອບໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.

ທັ້ງນີ້ ທ່ານ ພັນຄໍາ ວິພາວັນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານການແພດ, ໜ້າກາກອະນາໄມ, ນໍ້າຢາກວດເຊື້ອພະຍາດ ລວມທັງຢາວັກແຊັງ ເພື່ອປ້ອງກັນໂຄວິດ-19 ໃນໄລຍະຜ່ານມາ ກໍ່ຄືການຊ່ວຍເຫຼືອເພີ່ມໃໝ່ໃນຄັ້ງນີ້, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ລັດຖະບານລາວ ມີຜົນສໍາເລັດໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃນລະດັບສູງຄືປັດຈຸບັນນີ້.

ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ວັກແຊັງທີ່ໄດ້ຮັບມາໃນຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ນອກຈາກນີ້, ໃນຕອນທ້າຍຂອງພິທີມອບຮັບວັກແຊັງປ້ອງກັນໂຄວິດ-1ຊ ໃນຄັ້ງນີ້ ທ່ານ ພັນຄໍາວິພາວັນກໍ່ໄດ້ຕາງໜ້າ ສປປ ລາວ ມອບຈົດໝາຍຂອບໃຈໄປເຖິງລັດຖະບານ ສປ ຈີນ ອີກດ້ວຍ.

ຂ່າວ-ພາບ: ເອຢິບ