ມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງ ທ່ານຄຳ​ພັນ ພົມ​ມະ​ທັດ (ຜູ້​ເກົ່າ) ກັບ ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ຜູ້ໃໝ່

535

ປະຊາຊົນ, ພິທີ​ມອບ​-​ຮັບ​ໜ້າທີ່​ຫົວ ໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່ ລະຫວ່າງ ສະຫາຍ ຄຳ​ພັນ ພົມ​ມະ​ທັດ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ສະຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ຜູ້​ໃໝ່ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 3 ກຸມພາ​ນີ້ ທີ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ ຂອງ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະ​ໄໝ​ທີ XI ຮອງ​ນາຍົກລັດຖະມົນຕີ ປະ​ທານ​ອົງ​ການກວດ​ກາ​ລັດ​ຖະ​ບານ ຫົວ​ໜ້າ​ອົງ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​, ມີ​ບັນດາສະຫາຍ​ການ​ນຳ​ພັກ​-​ລັດ ແລະ ສະ ມາຊິກ​ພັກ, ພະນັກງານ​ຄະ​ນະໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.


ການ​ມອບ​-​ຮັບ​ໜ້າ​ທີ່ຄັ້ງ​ນີ້ ແມ່ນ​ອີງ​ຕາມ​ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ອີງ​ຕາມ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 031/ກມ​ສ​ພ, ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າ​ດ້ວຍ​ວຽກ​ງານ​ຄຸ້ມ​ຄອງ​ພະ​ນັກ​ງານ, ອີງ​ຕາມ​ການ​ຕົກ​ລົງ​ໃນ​ກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຄັ້ງ​ວັນ​ທີ 27 ມັງ​ກອນ 2021, ອີງ​ຕາມ​ໜັງ​ສື​ສະ​ເໜີ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 11/ຄ​ຈ​ສ​ພ, ລົງ​ວັນ​ທີ 28 ມັງ​ກອນ 2021 ກົມ​ການ​ເມືອງ​ສູນ​ກາງ​ພັກ ຕົກລົງ​ແຕ່ງຕັ້ງ ສະຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ​ຄະ​ນະເລຂາທິການ​ສູນ​ກາງ​ພັກ ເປັນ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ.


ໃນ​ພິ​ທີ​ດັ່ງ​ກ່າວ, ສະຫາຍ ບຸນ​ທອງ ຈິດ​ມະນີ ​ ກໍ​ໄດ້ໃຫ້​ກຽດ​ໂອ້​ລົມ ໂດຍຕາງໜ້າໃຫ້ກົມ​ ການເມືອງ ແລະ ​ຄະນະ​ເລຂາ ທິການ​ສູນ​ກາງ​ພັກ​ສະແດງ​ ຄວາມ ຍ້ອງ​ຍໍໍ​ຊົມເຊີຍຕໍ່​ຜົນງານ​ອັນ​ພົ້ນ​ເດັ່ນ ກໍ​ຄື ບັນ​ດາ​ຕໍ່າ​ແໜ່​ງ​ທີ່​ບັນດາ​ສະຫາຍ ໄດ້​ຮັບ​ການ​ເລືອກ​ຕັ້ງ ມອບ​ໝາຍ ຈາກ​ການ ຈັດຕັ້ງ​ພັກ ແລະ ໄດ້ສະເໜີ​ບັນດາ​ສະຫາຍ ໃຫ້​ເອົາໃຈໃສ່​ບາງ​ບັນຫາດັ່ງນີ້: ໃຫ້​ບັນດາ​ສະຫາຍ​ການ​ນໍາ​ທຸກ​ຂັ້ນ ຕ້ອງ​ເປັນ​ເອກະ​ພາບ​ນໍາ​ຂັ້ນ​ເທິງ ບົນ​ພື້ນຖານ​ນັ້ນ ໃຫ້​ບັນດາ​ສະຫາຍ​ເຮັດ​ວຽກ​ງານ​ສຶກສາ​ອົບ​ຮົມ​ນໍາ​ພາ​ແນວ​ຄິດຂອງ​ພະນັກ​ງານ​-​ສະມາຊິກ​ພັກ ຢູ່​ແຕ່​ລະ​ກົມ, ພະແນກການ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າໃຈ ແລະ ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ ຕໍ່​ການ​ສັບ​ຊ້ອນ​ຈັດ​ວາງ​ພະນັກງານ​ການ​ນໍາ​ດັ່ງກ່າວ, ບໍ່​ໃຫ້​ມີ​ການ​ສວຍໂອກາດ ທັບ​ຖົມ​-​ໂຈມ​ຕີ​ກັນ ໃນ​ທາງ​ບໍ່​ດີ. ອັນ​ໃດ​ເປັນ​ຜົນ​ສໍາ​ເລັດ ທີ່​ພວກ​ສະຫາຍ​ພ້ອມ​ກັນ​ນໍາ​ພາ​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ກໍ​ໃຫ້​ພ້ອມ​ກັນ​ຮັກສາ ແລະ ເສີມ​ຂະຫຍາຍ​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ອັນ​ໃດ​ຍັງ​ອ່ອນ ແລະ ຄົງ​ຄ້າງ ບັນດາ​ສະຫາຍ​ພ້ອມ​ກັນ​ປັບປຸງ​ແກ້​ໄຂ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ນໍາ​ພາ​ພະນັກງານ ແລະ ສະມາຊິກ​ພັກ ໃນ​ອົງການ​ຂອງ​ຕົນ ປະຕິບັດ​ໜ້າທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ​ປະດິດ​ສ້າງ ເພື່ອ​ສ້າງ​ການ​ຫັນປ່ຽນ​ທີ່​ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນ​ວຽກ​ງານ​ຕົວ​ຈິງ,ໃຫ້​ບັນດາ​ສະຫາຍ ສືບຕໍ່​ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ດີງາມ, ໂດຍ​ສະເພາະ ພາຍ​ໃນ​ຄະນະ​ພັກ​-​ຄະ​ນະ​ນໍາ ຕ້ອງ​ສາມັກຄີ​ກັນ​ແໜ້ນ, ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ສືບຕໍ່​ເປັນ​ຫຼັກ​ເປັນ ແຫຼ່ງ ເປັນ​ຄັນ​ທຸງ ແລະ ​ເປັນ​ແກນ​ນໍາ ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ ໃນ​ຖັນ​ແຖວ​ພະ ນັກງານ ສະມາຊິກ​ພັກ.

ພ້ອມ​ນັ້ນ ບັນດາ​ສະຫາຍ ຈະ​ຕ້ອງ​ໄດ້​ຊ່ວຍເຫຼືອ ແລະ ໃຫ້ການ​ຮ່ວມ​ມື​ກັບ​ສະຫາຍ ຄໍາ​ພັນ ເຜີຍ​ຍະ​ວົງ ທີ່​ມາ​ເຮັດ​ໜ້າທີ່​ເປັນ​ຫົວໜ້າ​ຜູ້​ໃໝ່. ເຖິງ​ວ່າ​ສະຫາຍ ຈະ​ເຄີຍ​ເຮັດ​ວຽກ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ​ແລ້ວ​ກໍຕາມ, ແຕ່​ອາດ​ຍັງ​ມີ​ຫຼາຍ​ໜ້າ​ວຽກ​ທີ່​ເປັນ​ວຽກ​ໃໝ່ ອາດ​ກໍາ​ບໍ່​ທັນ​ໄດ້​ໝົດ​ທຸກ​ບັນຫາ; ໃຫ້​ເອົາໃຈໃສ່ ແລະ ​ຖື​ສໍາ​ຄັນ ລະບອບ, ແບບແຜນ ວິທີ​ເຮັດ​ວຽກ, ລະບອບ​ປະຊຸມ​ປຶກສາ​ຫາລື ສ່ອງ​ແສງ​ລາຍ​ງານ ເພື່ອ​ສືບ​ຕໍ່​ນໍາ​ພາ​ພະນັກ​ງານ​-​ສະມາຊິກ​ພັກ ຈັດ​ຕັ້ງ ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິ​ການ​ໃຫ້​ສູນ​ກາງ​ພັກ ກໍ​ຄື​ກົມ​ການເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ.ໃນ​ຜ່ານ​ມາ ຫຼື ປັດຈຸ​ບັນ, ສັງຄົມ​ເບິ່ງ​ຄະນະ​ໂຄສະນາ​ອົບຮົມ ຫຼື ວຽກ​ງານ​ໂຄສະນາ​ອົບຮົມ ໃນ​ແງ່​ມູມ​ໃດ​ກໍ​ຕາມ, ​ຄະ​ນະໂຄສະນາ​ອົບຮົມ​ ຕ້ອງ​ໄດ້​ຕັດສິນ​ໃຈ​ບືນ​ຕົວ​ພັດທະນາ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ, ໂດຍ​ສຸມ​ໃສ່​ສືບຕໍ່​ປັບປຸງ​ລະບົບ​ກົງຈັກ​ການຈັດຕັ້ງຂອງ​ຄະນະ​ໂຄສະນາ​ອົບຮົມ ແຕ່​ສູນ​ກາງ​ລົງ​ເຖິງ​ທ້ອງຖິ່ນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ ສົມ​ຄູ່​ກັບ​ພາລະ​ບົດບາດ ແລະ ຄວາມ​ສໍາ​ຄັນ ຂອງ​ວຽກ​ງານ​ນີ້. ເອົາໃຈໃສ່​ສ້າງ​-​ຍົກ​ລະດັບ​ຖັນ​ແຖວ​ພະນັກງານ ທີ່​ເຮັດ​ວຽກ​ງານ​ໂຄສະນາ​ອົບຮົມ​ຂອງ​ພັກ ຢ່າງ​ເປັນ​ລະບົບ, ຕໍ່​ເນື່ອງ ເປັນຕົ້ນ ນັກ​ຄົ້ນຄວ້າ​ຂີດ​ຂຽນ, ນັກ​ໂຄສະ​ນາ​-​ປາຖະ​ກະ​ຖາ.

ພ້ອມ​ນັ້ນ ກໍ​ຕ້ອງ​ປັບປຸງ​ເນື້ອ​ໃນ, ຮູບ​ການ, ວິທີ​ການ ຂອງ​ວຽກ​ງານ​ໂຄສະນາ​ອົບຮົມ ໃຫ້​ສອດຄ່ອງ, ຕິດ​ແທດ​ກັບ​ສະພາບ ແລະ ຄວາມ​ຮຽກ ຮ້ອງ​ຕ້ອງການ​ຕົວ​ຈິງ ຂອງ​ໜ້າທີ່​ການເມືອງ, ແທດ​ກັບ​ແຕ່​ລະ​ເປົ້າ​ໝາຍ, ມີ​ຄຸນ​ນະ​ພາບ ແລະ ມີ​ປະສິດ​ທິ​ຜົນ​ສູງ​ຂຶ້ນ​ກວ່າ​ເກົ່າ,ປັບປຸງ​ລະບົບ​ກົນ​ໄກ​ປະສານ​ງານ ລະຫວ່າງ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ກັບ​ຄະນະ​ພັກ​ຂອງ​ກະ​ຊວງ, ​ອົງການ​ຕ່າງໆ ຢູ່​ສູນ​ກາງ ແລະ ກັບ​ຄະນະ​ພັກ ກໍ​ຄື ຄະນະ​ໂຄສະນາ​ອົບຮົມ​ຂັ້ນ​ທ້ອງຖິ່ນ ໃຫ້​ກົມກຽວ ແລະ ວ່ອງໄວ ເພື່ອ​ກໍາ​ສະພາບ​ການ​ຫັນປ່ຽນ ຂອງ​ສະພາບ​ການ ແລະ ດ້ານ​ແນວ​ຄິດ​ຈິດຕະສາດ ຂອງ​ພະນັກງານ, ສະມາຊິກ​ພັກ ກໍ​ຄື ຂອງ​ສັງຄົມ, ເອກະ​ພາບ​ດ້ານ​ການເຄື່ອນໄຫວ​ໂຄສະນາ​ອົບຮົມ ແຕ່​ເທິງ​ລົງ​ລຸ່ມ.

(ຂ່າວ: ສຳ​ນານ