ສ່ອງ 3 ລາສີ ດວງປີ 2021 ຈະເປັນແນວໃດ?

215

ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຜູ້ຂຽນຂໍນໍາພາທ່ານຜູ້ອ່ານມາສືບຕໍ່ກວດເບິ່ງດວງຊາຕາຂອງແຕ່ລະລາສີເກີດນໍາກັນວ່າ ໃນປີ 2021 ນີ້ ຈະເປັນໄປໃນທິດທາງໃດ ໂດຍມື້ນີ້ຂໍນໍາສະເໜີລາສີກໍລະກົດ, ລາສີສິງ ແລະ ລາສີກັນ; ສ່ວນອາທິດໜ້າຢ່າລືມຕິດຕາມອ່ານດວງຂອງອີກ 3 ລາສີສຸດທ້າຍນໍາກັນວ່າຈະເປັນແນວໃດ ກໍອາດເປັນຄະຕິເຕືອນໃຈໃນການດໍາລົງຊີວິດອີກທາງໜຶ່ງ?.

+ ລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ )

ດ້ານວຽກງານ: ເປັນປີແຫ່ງການວາງແຜນ ແລະ ໃຫ້ຫຸ້ນສ່ວນຊ່ວຍເຫຼືອ ທີ່ສໍາຄັນຄວນຮອບຄອບກວດລະອຽດຖີ່ຖ້ວນເລື່ອງເອກະສານໃຫ້ຫຼາຍຂຶ້ນ.

ດ້ານການເງິນ: ດາວການເງິນຄຶກຄັກຫຼາຍ ມີໂຊກຢ່າງບໍ່ຄາດຝັນ ສິ່ງທີ່ຄິດວ່າຂາຍບໍ່ໄດ້ຈະກັບມາຂາຍໄດ້ ແລະ ອາດໄດ້ເງິນຄືນຈາກລູກໜີ້.

ດ້ານຄວາມຮັກ ແລະ ສຸຂະພາບ: ຄວາມຮັກເອົາໄວ້ເປັນເລື່ອງຮອງ ຄວນເອົາໃຈໃສ່ເລື່ອງວຽກເປັນຫຼັກ; ຄົນໂສດ ຖ້າມີຄົນເຂົ້າມາຈະໄດ້ຄູ່ທີ່ເຂົ້າມາຈູ້ຈີ້ມັກຈົ່ມ ຄົນທີ່ເຂົ້າມາມັກຈະແກ່ ກວ່າ ເຕືອນວ່າຢ່າຟ້າວຕົກລົງປົງໃຈ; ສ່ວນສຸຂະພາບ ໃຫ້ລະວັງເລື່ອງລະບົບພາຍໃນບໍ່ວ່າຈະເປັນກະດູກ, ແຂ້ວ, ຄວນກວດສຸຂະພາບແບບຕໍ່ເນື່ອງ.

ไม่มีคำอธิบาย

+ ລາສີສິງ ( ຜູ້ທີ່ເກີດລະຫວ່າງວັນທີ 17 ສິງຫາ ຫາ 16 ກັນຍາ )

ດ້ານວຽກງານ: ຜົນປະໂຫຍດເລື່ອງວຽກຈາກເຄີຍໄດ້ 100% ອາດໄດ້ຜົນປະໂຫຍດຫຼຸດລົງ ແນະນໍາໃຫ້ເຮັດໄປກ່ອນ ລໍຖ້າຈັງຫວະດີໆປີ້ນີ້ມີເຂົ້າມາແນ່ນອນ.

ດ້ານການເງິນ: ການເງິນມີຄວາມແປຜັນໄປໜ້າຖອຍຫຼັງ ເປັນປົກກະຕິ ໄດ້ມາຈ່າຍໄປ ໃຜທີ່ເຮັດເລື່ອງກູ້ຢືມເງິນຢູ່ກໍຈະໄດ້ຮັບການອະນຸມັດ.

ດ້ານຄວາມຮັກ ແລະ ສຸຂະພາບ: ອາດໄດ້ຮ່ວມງານກັບຄົນຮັກ ຫຼື ຄົນຮັກຊ່ວຍເຫຼືອເລື່ອງວຽກ; ສ່ວນຄົນໂສດຈະມີຄົນມາສົນໃຈ ແຕ່ລະວັງໃຫ້ດີລາວອາດມີເຈົ້າຂອງແລ້ວ; ສ່ວນສຸຂະພາບ ລະວັງອາການເຈັບປ່ວຍຊໍ້າເຮື້ອ, ໄຂມັນ, ຄວາມຄຽດ ທີ່ສະສົມໄວ້ຫຼາຍອາດສົ່ງຜົນກະທົບຕໍ່ສຸຂະພາບ.

+ ລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ )

ດ້ານວຽກງານ: ການເຈລະຈາໂອ້ລົມຍັງບໍ່ແມ່ນຈັງຫວະທີ່ໂດດເດັ່ນຫຼາຍ ຄວນສຶກສາກົນລະຍຸດໃໝ່ໆໃນການຄ້າຂາຍ.

ດ້ານການເງິນ: ມີໂອກາດໄດ້ມາແບບບໍ່ໄດ້ຕັ້ງຕົວ ລົງທຶນໜ້ອຍແຕ່ໄດ້ກໍາໄລຫຼາຍຖືເປັນປີທີ່ສະພາບຄ່ອງທາງການເງິນດີ.

ດ້ານຄວາມຮັກ ແລະ ສຸຂະພາບ: ຄູ່ຮັກຢູ່ໃນໄລຍະສ້າງເນື້ອສ້າງຕົວ, ຄົນໂສດຢ່າຟ້າວຮີບຮ້ອນ ໃຫ້ສຶກສາເບິ່ງໃຈກັນໄປກ່ອນ ຢ່າຟ້າວຕົກລົງປົງໃຈ; ສ່ວນສຸຂະພາບແມ່ນແຂງແຮງດີ ແຕ່ຕ້ອງຮູ້ຈັກເບິ່ງແຍງສຸຂະພາບໃຈ ບາງຄົນຄິດຫຼາຍ ວິຕົກກັງວົນເກີນເຫດ.