ທະນາຄານໂລກ ຄາດເສດຖະກິດປີນີ້ຈະຂະຫຍາຍຕົວ 4%

337

ທະນາຄານໂລກໄດ້ອອກບົດລາຍງານໃນວັນທີ 5 ມັງກອນ 2021 ໂດຍປັບຫຼຸດອັດຕາການຂະຫຍາຍຕົວຂອງເສດຖະກິດໂລກລົງຈາກ 4,2% ມາເປັນ 4% ໃນປີ 2021 ເຖິງແມ່ນວ່າເສດຖະກິດໂລກຈະຄ່ອຍຟື້ນຕົວຢ່າງຊ້າໆ ນັບແຕ່ທ້າຍປີ 2020 ເປັນຕົ້ນມາກໍຕາມ.

ບົດລາຍງານຍັງລະບຸວ່າ: ຖ້າສະຖານະການການແຜ່ລະບາດຂອງພະຍາດໂຄ ວິດ – 19 ຍັງຄົງດຳເນີນຕໍ່ໄປດັ່ງເປັນຢູ່ໃນປັດຈຸບັນ ແລະ ການສັກວັກແຊັງປ້ອງກັນລ່າຊ້າ, ເສດຖະກິດໂລກອາດຂະຫຍາຍຕົວພຽງ 1,6% ເທົ່ານັ້ນໃນປີ 2021 ນີ້ ແລະ ເພີ່ມເປັນ 3,8% ໃນປີ 2022, ຫຼັງຈາກທີ່ຕິດລົບ 4,3% ໃນປີ 2020.

ໃນຂະນະທີ່ເສດຖະກິດສະຫະລັດອາເມຣິກາ ຈະຂະຫຍາຍຕົວ 3,5% ຫຼຸດລົງຈາກລະດັບ 4% ທີ່ຄາດການໄວ້ກ່ອນໜ້ານີ້, ຫຼັງຈາກທີ່ຕິດລົບ 3,6% ໃນປີ 2020. ໃນຂະນະທີ່ເສດຖະກິດຂອງເອີໂຣໂຊນ ຈະຂະຫຍາຍຕົວ 3,6% ໃນປີນີ້, ຫຼັງຈາກທີ່ຕິດລົບ 7,4% ໃນປີ 2020.

ສ່ວນເສດຖະກິດຍີ່ປຸ່ນ ຈະຂະຫຍາຍຕົວ 2,5%, ຂະນະທີ່ເສດຖະກິດຈີນ ຈະຂະຫຍາຍຕົວ 7,9% ເພີ່ມຂຶ້ນຈາກລະດັບ 6,9% ທີ່ຄາດການໄວ້ກ່ອນໜ້ານີ້.