ປີ 2021 ທີ່ປຶກສາຄອນຊູລັດລາວພ້ອມທີ່ຈະມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມຫຼາຍຂຶ້ນ

138

ພາຍໃຕ້ວັດຖຸປະສົງ ເພື່ອເຮັດໃຫ້ໂລກຂອງເຮົາດີຂຶ້ນ ໂດຍການຊ່ວຍເຫລືອໃຫ້ບໍລິສັດຕ່າງໆ ສາມາດຄົ້ນພົບຈຸດເດັ່ນໃນຕົວຂອງເຂົາເຈົ້າແລ້ວພັດທະນາສັກກະຍະພາບສ້າງຄວາມເຂັ້ມແຂງຊ່ວຍໃຫ້ພວກເຂົາກາຍເປັນຜູ້ທີ່ມີຄວາມແຕກຕ່າງ ແລະ ໂດດເດັ່ນຈາກພາຍໃນສູ່ພາຍນອກ.

ທ່ານ ນາງ ສິນດາວັນ ມະນີວົງ ຜູ້ອໍານວຍການຄອນຊູລັດ ປະຈໍາປະເທດລາວ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ນັບແຕ່ປີ 2018 ທີ່ຖືກແຕ່ງຕັ້ງເປັນຜູ້ອໍານວຍການຄອນຊູລັດປະຈໍາລາວ ກໍພະຍາ ຍາມປະຕິບັດວິໄສທັດຂອງຄອນຊູລັດຢ່າງເຕັມທີ່ ໂດຍເປົ້າໝາຍຫຼັກຂອງຄອນຊູລັດແມ່ນສ້າງລະບົບເສດ ຖະກິດແບບມີສ່ວນຮ່ວມ ແລະ ເຮັດໃຫ້ດີຂຶ້ນກວ່າເກົ່າ ດ້ວຍການຊ່ວຍບັນດາຜູ້ນໍາທາງດ້ານທຸລະກິດ, ບັນ ດາບໍລິສັດຕ່າງໆ ສາມາດຄົ້ນພົບສັກກະຍະພາບທີ່ແທ້ຈິງຂອງເຂົາເຈົ້າ ແລະ ຊ່ວຍພັດທະນາຈຸດເດັ່ນນັ້ນໃຫ້ມີຄວາມແຕກຕ່າງ ແລະ ໂດດເດັ່ນ. ວິທີການເຮັດວຽກແມ່ນມີການຕັ້ງບັນຫາສົນທະນາ ແລະ ມີແບບສອບຖາມ, ປຶກສາກັບເຈົ້າຂອງທຸລະກິດ ເພື່ອມາສຶກສາເບິ່ງຈຸດທີ່ຕ້ອງປັບປຸງແກ້ໄຂ, ຈຸດແຂງທີ່ຕ້ອງສົ່ງເສີມເພີ່ມຄວາມອາດສາມາດ ແລະ ທ່າແຮງທີ່ບົ່ມຊ້ອນຂອງທຸລະກິດ; ມາຄົ້ນຄວ້ານໍາກັນອັນໃດທີ່ເປັນສັກກະຍະພາບເພື່ອກ້າວໄປຕໍ່ ເຊິ່ງປັດຈຸບັນທີ່ປຶກສາຄອນຊູລັດມີທີມງານ 61 ຄົນ (2 ຄົນບໍ່ປະຈໍາການ) ໃນ 24 ປະເທດ ແຕ່ການນໍາເອົາບົດຮຽນຂອງຕ່າງປະເທດມາໃຊ້ກໍຕ້ອງໄດ້ປັບໃຫ້ແທດເໝາະກັບວັດທະນະທໍາບ້ານເຮົາ ແລະ ສັກກະຍະພາບຂອງຄົນລາວ.

ເມື່ອຖາມເຖິງຜົນຕອບຮັບໃນໄລຍະຜ່ານມາ? ທ່ານ ຜູ້ອໍານວຍການຄອນຊູລັດປະຈໍາລາວ ເຜີຍວ່າ: ຫຼັງຈາກໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19 ຫຼາຍໆບໍລິສັດເລີ່ມເປີດໃຈ ແລະ ພ້ອມທີ່ຈະແລກປ່ຽນປະສົບການນໍາກັນ ເຊິ່ງຈະສົ່ງຜົນດີຕໍ່ການຂັບເຄື່ອນທຸລະກິດໃຫ້ມີຄວາມຊັດເຈນກວ່າເກົ່າດ້ວຍການນໍາເອົາຂໍ້ຄິດປະສົບການຈາກຫຼາຍຄົນມາຕໍ່ຍອດສ້າງ ຄວາມເຂັ້ມແຂງບົນພື້ນຖານຂອງ ຄວາມແຕກຕ່າງທີ່ໂດດເດັ່ນແທ້ໆແບບຍືນຍົງ ເຊິ່ງການສ່ອງເບິ່ງບັນຫາໃນເບື້ອງຕົ້ນຂອງຄອນຊູລັດແມ່ນ ເນັ້ນ  ເບິ່ງດ້ານສະພາບແວດລ້ອມ; ຂອບເຂດເປົ້າໝາຍຫຼັກຂອງທຸລະກິດ; ບຸກຄະລາກອນ; ດ້ານລະບົບການບໍລິຫານ.

ສໍາລັບປີ 2021 ຄອນຊູລັດລາວຈະສືບຕໍ່ສົ່ງເສີມການເຮັດທຸລະກິດໃຫ້ເປັນລະບົບ, ມີແນວທາງສອດຄ່ອງກັບກົນລະຍຸດທີ່ເຂົ້າກັບສະພາບການ ສ້າງຜົນກະທົບທາງດີໃຫ້ຫົວໜ່ວຍທຸລະກິດ, ອັນໃດທີ່ເປັນຄວາມຊ່ຽວຊານສະເພາະດ້ານ ໃນການໃຫ້ຄໍາປຶກສາຜູ້ທີ່ໄດ້ຮັບຜົນກະທົບຈາກ COVID-19 ໂດຍພື້ນຖານ ແລະ ປະເມີນສະພາບທຸລະກິດຂອງຕົນເອງຈາກຄອນຊູລັດ ກໍຍັງຈະສືບຕໍ່ໃຫ້ບໍລິການ ແລະ ບໍ່ໄດ້ມີຄ່າໃຊ້ຈ່າຍ ເຊິ່ງຜູ້ປະກອບການສາມາດປຶກສານໍາຄອນຊູລັດໄດ້ ເພື່ອເປັນການສ້າງຜົນກະທົບໃນທາງບວກ ແລະ ຊ່ວຍຜູ້ປະກອບການ ແລະ ທຸລະກິດສາມາດສ້າງຄວາມເຂັ້ມແຂງໃຫ້ຕົນເອງຢ່າງແທ້ຈິງ.ພ້ອມຂະຫຍາຍການພົວພັນຮ່ວມມືໃຫ້ຫຼາຍຂຶ້ນເພື່ອມີສ່ວນຮ່ວມໃນການພັດທະນາ ຫຼີກລຽງບໍ່ຢາກໃຫ້ຜູ້ໃຊ້ບໍລິການມີມູນຄ່າການໃຊ້ຈ່າຍສູງເກີນໄປ ແຕ່ເນັ້ນການພົວພັນດໍາເນິີນການແບບມີສ່ວນຮ່ວມ.