ເສດຖະກິດ ຣັດເຊຍ ຈະຫົດຕົວລົງ 4,5%

154

ສຳນັກຂ່າວຊິນຮວາລາຍງານ ໂດຍອ້າງການເປີດເຜີຍຂອງ ທ່ານ ອາເລັກຊີ ກູດຣິນ ຫົວໜ້າໜ່ວຍງານດ້ານການເງິນຂອງລັດຖະບານຣັດເຊຍ ໃຫ້ຮູ້ວ່າ: ເສດຖະກິດຂອງຣັດເຊຍ ມີທ່າອ່ຽງວ່າຈະຫົດຕົວລົງເຖິງ 4,5% ໃນປີນີ້ ແລະ ຈະມີປະຊາຊົນທຸກຍາກເພີ່ມຂຶ້ນ ປະມານ 1 ລ້ານຄົນ ຫຼັງຈາກໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດໂຄວິດ – 19.

ໃນຂະນະດຽວກັນ, ຣັດເຊຍກຳລັງນຳໃຊ້ຢາວັກແຊັງປ້ອງກັນໂຄວິດ – 19 ທີ່ຜະລິດພາຍໃນປະເທດ ແລະ ໂຄສະນາໃຫ້ປະຊາຊົນສັກວັກແຊັງປ້ອງກັນໂຄວິດ – 19 ຫຼັງຈາກຜ່ານການທົດລອງມີປະສິດທິພາບສູງເຖິງ 95%.