ຍອດຂາຍລົດໂຕໂຢຕ້າ ເພີ່ມຂຶ້ນ

127

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກບໍລິສັດໂຕໂຢຕ້າ ຄ໊ອບ ຜູ້ຜະລິດລົດລາຍໃຫຍ່ຂອງຍີ່ປຸ່ນ ເປີດເຜີຍວ່າ: ການຜະລິດລົດໂຕໂຢຕ້າທົ່ວໂລກ ເພີ່ມຂຶ້ນ 9% ໃນເດືອນຕຸລາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ 854.107 ຄັນ ໂດຍໄດ້ແຮງຍູ້ຈາກຕະຫຼາດຍີ່ປຸ່ນ, ຈີນ ແລະ ອາເມຣິກາ ທີ່ເລີ່ມຟື້ນຕົວຂຶ້ນ.

ທັງນີ້, ການຜະລິດລົດໃຫຍ່ໄດ້ເພີ່ມຂຶ້ນເປັນເດືອນທີ 2 ຕິດຕໍ່ກັນແລ້ວ, ຫຼັງຈາກທີ່ໃນເດືອນກັນຍາຜ່ານມາ ຍອດການຜະລິດລົດໃຫຍ່ຂອງໂຕໂຢຕ້າ ເພີ່ມຂຶ້ນ 11,7% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຍອດການຜະລິດລົດໃນປະເທດຍີ່ປຸ່ນ ເພີ່ມຂຶ້ນ 12% ຢູ່ທີ່ 309.582 ຄັນ ໂດຍໄດ້ປັດໄຈສະໜັບສະໜູນຫຼັກຈາກລົດສະປອດອະເນກປະສົງລຸ້ນ Harrier ທີ່ກຳລັງໄດ້ຮັບ ຄວາມນິຍົມຢ່າງກວ້າງຂວາງ, ຂະນະທີ່ຍອດການຜະລິດລົດໂຕໂຢຕ້າທົ່ວໂລກ ເພີ່ມຂຶ້ນ 7,4% ຢູ່ທີ່ 535.525 ຄັນ.

ສຳລັບຍອດຂາຍລົດໂຕໂຢຕ້າທົ່ວໂລກໃນເດືອນຕຸລາ ເພີ່ມຂຶ້ນ 8,3% ຢູ່ທີ່ 847.713 ຄັນ ເຊິ່ງເປັນລະດັບສູງສຸດຂອງເດືອນຕຸລາເຊັ່ນດຽວກັນ ໂດຍໄດ້ແຮງຍູ້ຈາກຍອດຂາຍລົດ Lexus ໃນປະເທດຈີນ ເຊິ່ງເປັນຕະຫຼາດລົດໃຫຍ່ທີ່ສຸດຂອງໂລກ ແລະ ຄວາມຕ້ອງການລົດເພີ່ມຂຶ້ນໃນຕະຫຼາດລົດຂອງອາເມຣິກາ.