ອາທິດນີ້ ອາກາດຈະໜາວເຢັນລົງ 1 – 2 ອົງສາ

163

ອາທິດນີ້ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກຮອບໃໝ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງ 1 ຫາ 2 ອົງສາໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1612/ກອຕທ ລົງວັນທີ 24 ພະຈິກ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 23 ຫາ 29 ພະຈິກນີ້ວ່າ: ໃນໄລຍະວັນທີ 23 – 29 ພະຈິກ 2020 ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະໜາວເຢັນລົງ 1 ຫາ 2 ອົງສາ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນ ຫາ ໜາວເຢັນລົງ 1 ຫາ 2 ອົງສາ ຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນເຂດພູສູງ ແລະ ເຂດພູດອຍ ແລະ ຈະມີຝົນຕົກຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 12 – 14 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນ ຫາ ໜາວເຢັນລົງ 1 ຫາ 2 ອົງສາ ຢູ່ທົ່ວໄປໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ບາງທ້ອງຖິ່ນເຂດພູສູງ ແລະ ເຂດພູດອຍ. ອຸນຫະພູມຕ່ຳສຸດ 15 – 18 ອົງສາ ແລະ ສູງສຸດ     28 – 30 ອົງສາ.

ພາກກາງ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 15 – 18 ອົງສາ ແລະ ສູງສຸດ 28 – 30 ອົງສາ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ອາກາດຈະໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 13 – 15 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມຕ່ຳສຸດ 17 – 19 ອົງສາ ແລະ ສູງສຸດ 29 – 31 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 9 – 21 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 29 – 31 ອົງສາ.