ສະຫາຍ ໂພໄຊ ໄຊຍະສອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍສີເຮັງ ຫອມສົມບັດ ແລະ ສະຫາຍນາງ ບຸນທະວີ ດວງລາສີ ເປັນຮອງເລຂາ

303

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 24 ພະຈິກນີ້ ທີ່ສະໂມສອນແຂວງ ພາຍຫຼັງໄດ້ດຳເນີນມາດປັນເວລາ 2 ວັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຮັກສາການເຈົ້າແຂວງໆສາລະວັນ

ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍການນຳຂັ້ນສູນກາງ, ອ້ອມຂ້າງແຂວງ, ບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອາວຸໂສບຳນານ ແລະຜູ້ແທນສົມບູນ 323 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 14 ພັນກວ່າຄົນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກໍ່ໄດ້ຍົກສູງຄວາມຮັບຜິດຊອບ ພ້ອມກັນຄົ້ນຄວ້າພິຈາລະນາ ແລະປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການຊີ້ນຳໆພາ ແລະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ ນອກນັ້ນ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ 2021 – 2025.

ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງສາລະວັນ ຊຸດໃໝ່, ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ເລືອກເອົາ 33 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄດ້ເປັນເອກະສັນເລືອກເອົາ ຄະນະປະຈຳພັກແຂວງ ຈຳນວນ 11ສະຫາຍ (ຍິງ 1ສະຫາຍ) ປະກອບມີ: ສະຫາຍ ໂພໄຊ ໄຊຍະສອນ, ສະຫາຍ ສີເຮັງ ຫອມສົມບັດ, ສະຫາຍ ນາງ ບຸນທະວີ ດວງລາສີ, ສະຫາຍ ພູທົງ ຄຳມະນີວົງ, ສະຫາຍ ວິຊຽນ ນະວິກຸນ,ສະຫາຍ ຈັນສະໝອນ ພົມມະແສງ, ສະຫາຍ ແຫວນເພັດ ລັດດາວົງ, ສະຫາຍ ສົມໃຈ ອຸ່ນຈິດ, ສະຫາຍ ຄຳຕາ ໂຮ່ຊົງເລືອງ, ສະຫາຍ ພັອ ພູວັນ ພິມມະຈັນ ແລະ ສະຫາຍ ຂັນໄຊ ຣັດຖະເຮົ້າ.

ພ້ອມນັ້ນ ກໍໄດ້ເປັນເອກະສັນເລືອກເອົາ ສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສີເຮັງ ຫອມສົມບັດ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ວິຊຽນ ນະວິກຸນ ເປັນປະທານຄະນະກວດກາພັກແຂວງ; ສະຫາຍ ເລີດສະໝີ ຈັນສີຍະວົງ, ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ເປັນຮອງປະທານກວດກາພັກແຂວງ.

ພ້ອມນັ້ນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ເຊິ່ງມີຜູ້ສະໝັກທັງໝົດ 31 ສະຫາຍ, ເລືອກໄດ້24 ສະຫາຍ, ຍິງ 2 ສະຫາຍ, ສໍາຮອງ 3 ສະຫາຍ.


ພ້ອມນັ້ນ ກອງປະຊຸມກໍ່ໄດ້ຮັບຟັງຄຳໂອ້ລົມຈາກ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຊີ່ງໄດ້ຊີ້ທິດເຍືອງທາງໃຫ້ກັບຄະນະບໍລິຫານງານພັກແຂວງ ຊຸດໃໝ່. ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ.

ສະຫາຍໄດ້ເນັ້ນໜັກບາງບັນຫາສຳຄັນ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນ: ຕ້ອງຮີບຮ້ອນນຳເອົາເນື້ອໃນ, ຈິດໃຈຂອງກອງປະຊຸມຄັ້ງນີ້ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຢ່າງກວ້າງຂວາງ, ເລີກເຊີ່ງ ເຖີງຖັນແຖວພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຄຽງຄູ່ກັບການຈັດຕັ້ງປະຕິບັດ, ຫັນເປັນແຜນງານ, ໂຄງການອັນລະອຽດໃນແຕ່ລະຂົງເຂດວຽກງານ, ໃນການຊັບຊ້ອນ ແລະ ປັບປຸງ ແມ່ນຕ້ອງເຊີດຊູຄວາມຮັບຜິດຊອບ, ໜ້າທີ່ການເມືອງ ບົນຫຼັກການຂອງພັກ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນ ແລະ ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ໃຫ້ເລີກເຊີ່ງເຖີງຖອງ, ເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ຮັບປະກັນຄວາມສາມັກຄີ ຢ່າງແໜ້ນແຟ້ນ.

ໂດຍ: ນັກຂ່າວໜັງສືພິມແຂວງສາລະວັນ