ມ່ວນຫຼາຍ! ຫົວພັນ ຊະນະ ບໍ່ແກ້ວ ເປີດເກມບຸກໃສ່ກັນຕັ້ງແຕ່ຕົ້ນເກມ ທີມຊະນະລຸ້ນເຂົ້າຮອບນັດສຸດທ້າຍ

145

ຊົມເຊີຍ ທີມບານເຕະຊາຍ ແຂວງຫົວພັນ ກັບ ແຂວງບໍ່ແກ້ວ ສ້າງຜົນງານໂດດເດັ່ນທັງສອງທີມ ກ່ອນທີ່ໄຊຊະນະຈະຕົກເປັນຂອງແຂວງຫົວພັນ ເອົາຊະນະໄປ 3-2 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ປະຈໍາວັນທີ 12 ພະຈິກ 2020 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເຊິ່ງເປັນການແຂ່ງຂັນຂອງສາຍ ງ.

ນັດນີ້ທັງສອງທີມເປີດເກມບຸກຕັ້ງແຕ່ຕົ້ນເກມ ເຊິ່ງເປັນ ແຂວງຫົວພັນ ທີ່ໄດ້ລຸ້ນປະຕູຢ່າງຕໍ່ເນື່ອງ, ສ່ວນ ບໍ່ແກ້ວ ກໍໄດ້ໂອກາດລຸ້ນຈາກເກມສວນກັບຫຼາຍໆຄັ້ງ ແລະ ເປັນ ຫົວພັນ ທີ່ໄດ້ 2 ປະຕູລວດ ກ່ອນທີ່ ບໍ່ແກ້ວ ຈະຕີໄຂ່ແຕກໄລຍະທ້າຍຂອງເຄິ່ງເວລາທໍາອິດໄລ່ມາເປັນ 1-2.

ສ່ວນເຄິ່ງເວລາທີ 2 ບໍ່ແກ້ວ ມາໄດ້ປະຕູຕີສະເໝີ 2-2 ໃນນາທີໆ 51 ຈາກຈຸດໂທດ,​ ແຕ່ສຸດທ້າຍ ແຂວງຫົວພັນ ບຸກຢ່າງໜັກກໍມາໄດ້ປະຕູໄຊນາທີໆ 72 ເອົາຊະນະ ບໍ່ແກ້ວໄປ 3-2.

ເຮັດໃຫ້ ສະຖານະການ ກຸ່ມ ງ ແຂວງສະຫວັນນະເຂດ ມີ 6 ຄະແນນເຂົ້າຮອບເປັນທີ່ແນ່ນອນແລ້ວ, ສ່ວນ ແຂວງຫົວພັນ ມີ 3 ຄະແນນເທົ່າກັບ ບໍລິຄໍາໄຊ ຕ້ອງໄປຕັດສິນກັນໃນນັດສຸດທ້າຍໃນວັນທີ 14 ພະຈິກ 2020, ສ່ວນບໍ່ແກ້ວ ຕົກຮອບແນ່ນອນແລ້ວຈາກຜົນງານເສຍ 2 ນັດລວດ.