ການນຳເມືອງເຊໂປນພ້ອມດ້ວຍຄະນະກຳມະການເຝົ້າລະວັງໄພພິບັດນໍ້າຖ້ວມ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ບ້ານແກ້ງຫົວປາ

84

ວິທະຍຸກະຈາຍສຽງ ສະຫວັນນະເຂດລາຍງານວ່າ: ຕອນເຊົ້າວັນທີ 20ຕຸລາ 2020 ທີມງານການນຳເມືອງເຊໂປນ ແຂວງສະຫວັນນະເຂດພ້ອມຄະນະທີມງານເຝົ້າລະວັງໄພພິບັດຂັ້ນເມືອງໄດ້ລົງໄປສືບຕໍ່ມອບເຄື່ອງໃຫ້ພໍ່ແມ່ປະຊາຊົນບ້ານແກ້ງຫົວປາຈຳນວນ 76 ຄອບຄົວ, 76 ຫຼັງຄາເຮືອນ,

ເຄື່ອງທີ່ນຳໄປມອບມີ,ມີ່,ນໍ້າດື່ມຕຸກໃຫຍ່, ຕຸກນ້ອຍ, ຜ້າຫົ່ມ, ຖົງຢັງຊີບ ແລະ ເຂົ້າສານ.

ສ່ວນພະຍາກອນອາກາດປະຈໍາວັນທີ 20 ຕຸລາ 2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນທີ່ມີກໍາລັງປານກາງຍັງສືບຕໍ່ແຜ່ລົງມາປົກຄຸມພາກເໜືອ ຫາ ລົງຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງ ພັດປົກຄຸມເປັນສ່ວນໃຫຍ່.

ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະ ດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກ ໃຕ້ຕື່ມອີກ.

ສຳລັບລະດັບແມ່ນໍ້າສາຂາ ແກ້ງກອກ (ເຊຈໍາພອນ) , ແກ້ງໂດນ (ເຊບັ້ງຫຽງ) ເຊໂປນ (ເຊບັ້ງຫຽງ), ລະຫາ ນໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກວ່າເຂດອັນຕະລາຍ ແລະ ເຂດຂົວເຊ (ເຊບັ້ງໄພ) ແມ່ນ ຈະຮອດ ເຂດອັນຕະລາຍແລ້ວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກ ສ່ວນທີ່ອາໃສ ຢູ່ເຂດແຂວງດັ່ງກ່ວາ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ນໍ້າສືບຕໍ່ຖ້ວມສູງ ຂຶ້ນຢູ່ຕື່ມອີກ ແລະ ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນ ໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.