18ຕຸລາ 2020 ຊາວເມືອງເຊໂປນ ແຂວງສະຫວັນນະເຂດ ປະເຊີນນໍ້າຖ້ວມຢ່າງໜັກ

356

ພະຍາກອນອາກາດປະຈໍາວັນທີ 18 ຕຸລາ 2020 ຈາກກົມອຸຕຸນິຍົມແລະອຸທົກກະສາດໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນໄດ້ສືບຕໍ່ແຜ່ລົງມາປົກຄຸມພາກເໜືອ ແລະ ພາກກາງຂອງປະເທດລາວ ພ້ອມດຽວກັນນີ້ ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ແຂວງພາກໃຕ້ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

ສຳລັບລະດັບແມ່ນໍ້າສາຂາ ແກ້ງກອກ (ເຊຈໍາພອນ) ແມ່ນໄດ້ສູງກວ່າເຂດລະວັງໄພ, ສ່ວນ ແກ້ງໂດນ (ເຊບັ້ງຫຽງ) ເຊໂປນ (ເຊບັ້ງຫຽງ) ແລະ ລະຫານໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກວ່າເຂດອັນຕະລາຍ.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ເຂດແຂວງດັ່ງກ່ວາ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ນໍ້າສືບຕໍ່ຖ້ວມສູງຂຶ້ນຢູ່ຕື່ມອີກ ແລະ ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

.

ສະພາບນໍໍ້າຖ້ວມທີ່ເມືອງເຊໂປນ ວັນທີ18 ຕຸລາ 2020

ພະຍາກອນລະດັບນໍ້າແລະລະດັບສາຂາແມ່ນໍ້າຂອງ ປະຈໍາວັນທີ 18 ຕຸລາ 2020

.

ສ່ວນປະລິມານນໍ້າຝົນໃນ24ຊົ່ວໂມງຜ່ານມາ ພາກກາງແລະພາກໃຕ້ມີຝົນຕົກຢ່າງໜັກ ໃນນັ້ນຕົກແຮງທີ່ສຸດຢູ່ເມືອງດາກຈຶງແຂວງສະຫວັນນະເຂດແທກໄດ້70ມິນລິແມັດ,  ຮອງມາແມ່ ນ ສະຫວັນນະເຂດ 68,9ມິນລະແມັດ ແລະ ສາລະວັນ 62,7ມິນລິແມັດ.

.

.

.

ພາບນໍ້າຖ້ວມໂດຍ: Viengmani Vongsavanh