WHO ຊີ້ ໂຄວິດ ອາດມີເດັກນ້ອຍເສຍຊີວິດ ຍ້ອນຂາດສານອາຫານ 10 ພັນຄົນຕໍ່ເດືອນ

93

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ທີໂດຣສ ອັກຮານອມ ກິບຣີເຢຊູດ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ອາດຈະມີເດັກນ້ອຍສູງເຖິງ 10.000 ຄົນຕໍ່ເດືອນ ເສຍຊີວິດຍ້ອນຂາດແຄນສານອາຫານ ເນື່ອງຈາກຜົນກະທົບຂອງການລະບາດພະຍາດໂຄວິດ – 19.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ໃນກອງປະຊຸມຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ( FAO ) ຄາດການວ່າຈະມີເດັກນ້ອຍໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວເພີ່ມຂຶ້ນ 14% ໃນປີນີ້ ເຊິ່ງເທົ່າກັບຈຳນວນເດັກນ້ອຍທີ່ປະສົບກັບບັນຫາດ້ານໂພຊະນາການເພີ່ມສູງຂຶ້ນເປັນປະມານ 6,7 ລ້ານຄົນ ເຊິ່ງສ່ວນໃຫຍ່ຢູ່ທະວີບອາຟຣິກກາ ແລະ ອາຊີ.

ທ່ານກ່າວອີກວ່າ: ການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ການບໍລິການທີ່ຈຳເປັນຢູ່ບາງພາກພື້ນຖືກຢຸດສະງັກ ໂດຍສະເພາະການສ້າງພູມຄຸ້ມກັນ, ການໃຫ້ບໍລິການດ້ານສຸຂະພາບຈິດ, ການເບິ່ງແຍງໂພຊະນາການເດັກ, ການວາງແຜນຄອບຄົວ ແລະ ບັນຫາອື່ນໆ.