ທີມແຂວງສາລະວັນ ຄັດໄດ້ແລ້ວ 25 ນັກເຕະກຽມລຸຍບານເຕະທົ່ວປະເທດ (ວັນຊາດຄົບຮອບ 45 ປີ)

166

ອີກໜຶ່ງສີສັນໃນວົງການບານກັບລາຍການໃຫຍ່ທີ່ຫຼາຍຄົນລໍຖ້າໃກ້ຈະເລີ່ມຂຶ້ນ ໃນລາຍການບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ລະຫວ່າງວັນທີ 7-21 ພະຈິກ 2020 ເຊິ່ງທີມແຕ່ລະແຂວງໃນທົ່ວປະເທດ ຈະໄດ້ທົດສອບນັກເຕະ ແລະ ມື້ນີ້ຈະພາໄປເບິ່ງຄວາມເຄື່ອນໄຫວຂອງທີມຊາຍ ແຂວງສາລະວັນ ທີ່ໜ້າສົນໃຈ ເພາະຕ້ອງຢູ່ຮ່ວມສາຍກັບ 2 ທີມໃນນາມເຈົ້າພາບກໍຄື ນະຄອນຫຼວງວຽງ ເຈົ້າພາບລາຍການນີ້ ແລະ ແຂວງຊຽງຂວາງ ເຈົ້າພາບງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11.

ທີມແຂວງສາລະວັນ ແມ່ນສົ່ງເຂົ້າຮ່ວມພຽງທີມຊາຍ ໃນບານເຕະທົ່ວປະເທດ ຕ້ອນຮັບວັນຊາດປີນີ້ ໂດຍຢູ່ຮ່ວມສາຍທີ່ແຂວງທີ່ສຸດເລີຍກໍວ່າໄດ້ ເຊິ່ງຈັບຢູ່ຮ່ວມສາຍ ກ ທີ່ມີ ແຂວງຄໍາມ່ວນ ແຊັມໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ເຂົ້າພາບ ແລະ ແຂວງຊຽງຂວາງ ເຈົ້າພາບງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11.

ຫຼ້າສຸດ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກຂອງທີມແຂວງສາລະວັນ ໄດ້ລາຍງານຄວາມເຄື່ອນໄຫວຂອງທີມຕໍ່ ທີມຂ່າວເສດຖະກິດ-ການຄ້າວ່າ: ສໍາລັບ ການຄັດເລືອກນັກກີລາຂອງທີມແຂວງພວກເຮົາແມ່ນໄດ້ຄັດເລືອກມາຕັ້ງແຕ່ວັນເສົາທີ 10 ຕຸລາ 2020 ໂດຍມີນັກກີລາເຂົ້າຮ່ວມຄັດເລືອກທັງໝົດ 42 ຄົນ ໂດຍນັກກີລາຫຼັກແມ່ນມາຈາກສະໂມສອນ ສາລະວັນ ອາຄາເດມີ, ພະລັງງານບໍ່ແຮ່ ແລະ ກອງທັບ ລວມເຖິງບັນດານ້ອງໆນັກຮຽນຈາກບັນດາໂຮງຮຽນພາຍໃນແຂວງ ເຂົ້າຮ່ວມຄັດເລືອກ.

“ ຜ່ານການຄັດເລືອກປາກົດວ່າ ສາມາດຄັດໄດ້ນັກກີລາດີເດັ່ນຈໍານວນ 25 ( ຕົວສໍາຮອງ 5 ຄົນ ) ຄົນໃນປັດຈຸບັນ ແລະ ຈະສືບຕໍ່ຄັດເລືອກໃຫ້ເຫຼືອ 20 ຄົນສຸດທ້າຍ ກ່ອນກໍານົດເດີນທາງຂຶ້ນໄປແຂ່ງຂັນໃນນະຄອນຫຼວງວຽງຈັນ ໃນວັນທີ 5 ພະຈິກ 2020, ສ່ວນຈໍານວນ 25 ຄົນນີ້ແມ່ນໄດ້ເຂົ້າສູນເກັບຕົວຝຶກຊ້ອມໃນວັນທີ 13 ຕຸລາ 2020 ເປັນຕົ້ນມາ ເຊິ່ງນັກເຕະຊຸດນີ້ແມ່ນນັກເຕະໜ້າໃໝ່ສ່ວນຫຼາຍ ໂດຍສະເພາະແມ່ນ ຄໍາປານ ດວງມະນີ ກັບ ຄົມສັນ ຈາກທີມ ສາລະວັນ ອະຄາເດມີ ທີ່ໄດ້ມີປະສົບການໃນທີມຊາດລາວ ຢູ 15 ແລະ ລາຍການທີ່ແຂວງຈໍາປາສັກ ” ຄູຝຶກຂອງທີມແຂວງສາລະວັນ ລາຍງານ.

ທ່ານກ່າວອີກວ່າ: ດັ່ງທີ່ຮູ້ ແຂວງສາລະວັນ ຢູ່ຮ່ວມສາຍຫີນ ເພາະມີທັງ ເຈົ້າພາບລາຍການນີ້ ແລະ ເຈົ້າພາບງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11. ນອກນັ້ນ ກໍຍັງມີແຂວງ ຄໍາມ່ວນ ທີ່ລ້ວນແລ້ວແຕ່ເປັນທີມທີ່ແຂວງແກ່ນ ແລະ ມີນັກກີລາທີ່ດີໆຫຼາຍຄົນ. ຢ່າງໃດກໍຕາມ ການເຂົ້າຮ່ວມລາຍການນີ້ຈະເປັນປະສົບການ ແລະ ເວທີອັນສໍາຄັນສໍາລັບນັກກີລາ.

ສໍາລັບ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຄູຝຶກຂອງທີມແຂວງສາລະວັນ ແມ່ນເຄີຍເປັນນັກກີລາຂອງທີມແຂວງສາລະວັນ ເຂົ້າຮ່ວມງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 8 ທີ່ແຂວງຈໍາປາສັກ ແລະ ຄັ້ງທີ 9 ທີ່ແຂວງຫຼວງພະບາງ ກ່ອນຫຼ້າສຸດຈົບການຝຶກອົບຮົມການເປັນຄູຝຶກທີ່ແຂວງຈໍາປາສັກ ເມື່ອເດືອນທີ່ຜ່ານມາ ກຽມນໍາພາທັບນັກກີລາທີມແຂວງສາລະວັນ ເດີນທາງຂຶ້ນມານະຄອນຫຼວງວຽງຈັນ ໃນວັນທີ 5 ພະຈິກ 2020 ເພື່ອຮ່ວມແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ.
ສ່ວນ ລາຍຊື່ 25 ນັກເຕະທີມແຂວງສາລະວັນ ມີດັ່ງນີ້:
-ຜູ້ຮັກສາປະຕູ: ເພັດທະວີໄຊ ທີລະວົງ ແລະ ພຸດທະສອນ ເມກຄໍາຫຼ້າ
-ກອງຫຼັງ: ອານຸຊາ ສຸວິມົນ, ໄຊຍະລາດ ຂິມມະລີ, ທານະກອນ ວົງສຸວັນ, ຈິບ ກົງຕາ, ສໍດາພອນ ມົນທິສານ, ສີວິໄລ ກັນລະຍາ, ສຸກສໍາລານ ວົງສາ ແລະ ແກ້ວອຸດອນ ສີສະໝຸດ.

-ກອງກາງ: ວິສະວາ ຕາອິນ, ທັກສິນ ແກ້ວຝັ່ງໂຂງ, ຄໍາປານ ດວງມະນີ, ສຸກອາລຸນ ອິນທະວົງສາ, ຄົມສັນ ຈັນທະລັງສີ, ຫຼໍມີໄຊ ດວງພອນໄຊ ແລະ ຊີດີ ລາດທະວົງ.
-ກອງໜ້າ: ເລວານົກ ແທ່ງສົມບັດ, ວິສິດ ບຸນປະເສີດ ແລະ ບຸນຜາສຸກ ໄຊຍະບຸບຜາ.
-ຕົວສໍາຮອງມີ: ໄຊຊະນະ ໄຊຍະລາດ, ສິດທິສອນ ລາດຊະພົນ, ກິຫຼ້າ ກິດຕະລາດລັງສີ, ສົມພູ ສັນຍາເດດ ແລະ ສົມພານ ສັນຍາເດດ.
ຂ່າວ: ຫຼ່້າ, ຮູບຈາກ: ທີມແຂວງສາລະວັນ