ອົງການໂກຟີ ສົ່ງເສີມໃຫ້ຜູ້ໃຫ້ບໍລິການມີສຸຂະພາບທີ່ດີ

154

ເພື່ອເປັນການສົ່ງເສີມໃຫ້ຜູ້ໃຫ້ບໍລິການດ້ານສາທາລະນະສຸກມີສຸຂະພາບທີ່ດີ, ອົງການໂກຟີ ພາຍໃຕ້ Dr. Lee Jong-wool Seoul Project ໄດ້ໃຫ້ການສະໜັບສະໜູນການປັບປຸງ ແລະ ການເປີດໃຫ້ບໍລິການຂອງຫ້ອງກວດສຸຂະພາບສຳລັບນັກສຶກສາແພດ ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເຊິ່ງ ພິທີເປີດນຳໃຊ້ຫ້ອງກວດດັ່ງກ່າວ ໄດ້ໄຂຂື້ນໃນວັນທີ 9 ເດືອນ ຕຸລາ ປີ 2020 ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ.

ຫ້ອງກວດດັ່ງກາວມີຈຸດປະສົງຈະໃຫ້ບໍລິການແກ່ນັກສຶກສາ ພະນັກງານ ຂອງ ມະຫາວິທະຍາໄລສຸຂະພາບ ແລະ ມີແຜນຈະໃຫ້ບໍລິການແກ່ບຸກຄົນທົ່ວໄປໃນອະນາຄົດ.