ແຕ່ງຕັ້ງທ່ານ ທະນົງໄຊ ຄຸດໄພທູນ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຜູ້ໃໝ່

423

ໃນຕອນເຊົ້າຂອງວັນທີ 13 ຕຸລາ 2020 ໄດ້ມີພິທີມອບ-ຮັບຫົວໜ້າ ຄະນະຄຸ້ມຄອງເຂດເສດຖະ ກິດພິເສດນະຄອນຫຼວງວຽງຈັນ (ຄຂສພ.ນວ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ (ທີ່ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ),​ ນະຄອນຫຼວງວຽງຈັນ.

ໂດຍການເຂົ້າຮ່ວມເປັນປະທານ ແລະ ສັກຂີພະຍານຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາດສະພັງທອງ ສີພັນດອນຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງມີບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້ກົມ ຈາກກະຊວງແຜນການ ແລະ ການລົງທຶນ, ຄະນະຈັດຕັ້ງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ ຈາກນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນພິທີ ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການອະນຸມັດໃຫ້ລັດຖະກອນ ອອກພັກຜ່ອນຮັບອຸດໜູນບຳນານ.

ແລະ ຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

ໂດຍເຫັນດີແຕ່ງຕັ້ງ ທ່ານ ທະນົງໄຊ ຄຸດໄພທູນ, ເລຂາໜ່ວຍພັກ ຮອງຫົວໜ້າ ຄຂສພ.ນວ ເປັນ ຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຜູ້ໃໝ່ແທນ ທ່ານ ສຸບັນ ຈຸນລະຊາ ຫົວໜ້າ ຄຂສພ.ນວ ຜູ້ເກົ່າທີ່ອອກພັກຜ່ອນຮັບອຸດໜູນບຳນານ.

.

ຂ່າວ:​ສັນຕິ, ຮູບ: ສອນໄຊ