ປະໂຫຍດຂອງໄຂ່ໄກ່ ກິນທຸກມື້ຈະໃຫ້ປະໂຫຍດຫຍັງແກ່ຮ່າງກາຍ

157

ໄຂ່ໄກ່ ຖືວ່າເປັນສຸດຍອດອາຫານທີ່ຢາກແນະນຳໃຫ້ທຸກໆ ຄົນໄດ້ຮັບປະທານກັນແບບທຸກມື້ ເນື່ອງຈາກໄຂ່ໄກ່ນັ້ນເປັນແຫຼ່ງໂປຣຕີນລາຄາຖືກ ອີກທັງຍັງເຕັມໄປດ້ວຍສານອາຫານຕ່າງໆ ທີ່ຈຳເປັນກັບຮ່າງກາຍຂອງເຮົາຢ່າງຄົບຖ້ວນ ແລ້ວທ່ານຮູ້ບໍ່ວ່າກິນໄຂ່ທຸກມື້ນັ້ນມີຜົນດີກັບຮ່າງກາຍແນວໃດແນ່ ເຮົາຈະມາບອກໃຫ້ທ່ານໄດ້ຮູ້ ຮັບຮອງວ່າທ່ານຈະຕ້ອງຢາກກິນໄຂ່ໄກ່ຢ່າງແນ່ນອນ.

1 ເສີມສ້າງກ້າມຊີ້ນ ສ້ອມແຊມສ່ວນທີ່ຫຼູ້ຍຫ້ຽນ

ເພາະໄຂ່ໄກ່ເປັນອາຫານທີ່ມີໂປຣຕີນສູງ ແຕ່ລາຄາບໍ່ແພງເໝາະສຳລັບຜູ້ທີ່ຕ້ອງການເສີມສ້າງກ້າມເນື້ອ ສາມາດເລືອກຮັບປະທານໄດ້ ພຽງແຕ່ທ່ານຮັບປະທານໄຂ່ຕົ້ມ ຫຼື ໄຂ່ທີ່ບໍ່ຜ່ານການຈືນຈະດີກວ່າ ເພື່ອຫຼຸດຄວາມສ່ຽງໃນການຮັບໄຂມັນເຂົ້າສູ້ໍ່ຮ່າງກາຍຫຼາຍເກີນໄປ.

2 ຊ່ວຍບຳລຸງຫົວໃຈ

ເນື່ອງຈາກໄຂ່ໄກ່ນັ້ນ ມີໄຂມັນດີຢ່າງໂອເມກ້າ 3 ແລະ ກົດອະມິໂນທີ່ສຳຄັນ ເຊິ່ງຈຳເປັນຕໍ່ຮ່າງກາຍເປັນຢ່າງຫຼາຍ ທັ້ງຍັງຊ່ວຍບຳລຸງໃຫ້ຫົວໃຈແຂງແຮງ ແລ້ວກໍຍັງສາມາດຫຼຸດຄວາມສ່ຽງຈາກການອັກເສບທີ່ເປັນສາເຫດຂອງພະຍາດຫົວໃຈ

3 ຊ່ວຍໃຫ້ກະດູກ ແລະ ແຂ້ວແຂງແຮງ

ເນື່ອງຈາກໄຂ່ໄກ່ນັ້ນອຸດົມໄປດ້ວຍແຄວຊຽມ ໄຂ່ໄກ່ໜ່ວຍໜຶ່ງມີແຄວຊຽມສູງເຖິງ 50 mg ທີ່ມີສ່ວນສ່ວນໃຫ້ແຂ້ວ ແລະ ກະດູກແຂງແຮງ.

ໄຂ່ໄກ່ນັ້ນສາມາດເຮັດເປັນເມນູອາຫານໄດ້ຫຼາກຫຼາຍເມນູ ບໍ່ຕ້ອງຢ້ານວ່າຈະເບື່ອໄຂ່ ເພາະໄຂ່ເຮັດໄດ້ຫຼາກຫຼາຍ ຂໍພຽງແຕ່ທ່ານເພີ່ມໄຂ່ໃນມື້ອາຫານໃນທຸກມື້ ພຽງເທົ່ານີ້ສຸຂະພາບຂອງທ່ານກໍຈະດີຂຶ້ນໄດ້ຫຼາຍ.