ໄຊຍະບູລີ ປະຕິບັດໂຄງການລົງທຶນໄດ້ 185 ໂຄງການ ມູນຄ່າ 23,32 ຕື້ກີບ

112

9 ເດືອນຜ່ານມາ ແຂວງໄຊຍະບູລີ ເກັບລາຍຮັບເຂົ້າງົບປະມານໄດ້ 806 ຕື້ກີບ ເທົ່າກັບ 72,34% ຂອງແຜນດັດແກ້, ປະຕິບັດໂຄງການລົງທຶນຂອງລັດໄດ້ 185 ໂຄງການ ມູນຄ່າ 23,32 ຕື້ກີບ.

ກອງປະຊຸມສະຫຼຸບວຽກງານພັດທະນາເສດຖະກິດ – ສັງຄົມ 9 ເດືອນ ແລະ ກໍານົດວຽກງານຈຸດສຸມ 3 ເດືອນທ້າຍປີ 2020 ຂອງອົງການປົກຄອງແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນວັນທີ 8 – 9 ຕຸລາ 2020 ເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຮອງເຈົ້າແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເຈົ້າເມືອງເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນ ຄວ້າຢ່າງເປັນເອກະພາບກັນໃນບັນດາວຽກງານຮອບດ້ານຂອງແຂວງ ແລະ ຈະໄດ້ລົງເລິກຄົ້ນຄວ້າການຊີ້ນໍາ – ນໍາພາໃນແຕ່ລະຂົງເຂດວຽກງານທີ່ສໍາຄັນ ຄື: ລົງເລິກກ່ຽວກັບວຽກງານການຈັດລະບຽບສັງຄົມ ແລະ ການແກ້ໄຂປາກົດການຫຍໍ້ທໍ້, ວຽກງານເສດຖະກິດ, ວຽກງານວັດທະນະທໍາ – ສັງຄົມ, ວຽກງານການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງ ກ່າວວ່າ: ໄລຍະ 9 ເດືອນ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄາດວ່າຈະບັນລຸ 4,8% ( ແຜນດັດ    ແກ້ ), ລວມຍອດຜະລິດຕະພັນພາຍໃນບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 3.031 ໂດລາສະຫະລັດ, ເກັບລາຍຮັບເຂົ້າງົບປະມານໄດ້ 806 ຕື້ກີບ ເທົ່າກັບ 72,34% ຂອງແຜນດັດແກ້, ປະຕິບັດໂຄງການລົງທຶນຂອງລັດໄດ້ 185 ໂຄງການ ມູນຄ່າ 23,32 ຕື້ກີບ, ເກັບກູ້ຜົນຜະລິດເຂົ້ານາແຊງໄດ້ 9.542 ໂຕນ, ປູກເຂົ້ານາປີໄດ້ 35.913,03 ເຮັກຕາ, ສາມາດເກັບກ່ຽວແລ້ວ 751,71 ເຮັກຕາ, ເຂົ້າໄຮ່ເກັບກ່ຽວແລ້ວ 5,1%, ເກັບກູ້ພືດລະດູຝົນໄດ້ 5,26%.

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ]