ທ່ຽວເມືອງເຟືອງດິນແດນ “ ຜາທໍ່ໜໍ່ຄຳ ” ຕຳນານອັນເລື່ອງລື - Laoedaily

ທ່ຽວເມືອງເຟືອງດິນແດນ “ ຜາທໍ່ໜໍ່ຄຳ ” ຕຳນານອັນເລື່ອງລື

ເມືອງເຟືອງ ເປັນເມືອງໜຶ່ງທີ່ຕັ້ງຢູ່ແຂວງວຽງຈັນ ເຊິ່ງມີໄລຍະທາງຫ່າງຈາກນະຄອນຫຼວງວຽງຈັນ ປະມານ 130 ກິໂລແມັດ ເປັນອີກເມືອງທີ່ທຳມະຊາດສວຍງາມ ແລະ ຕຳນານເລົ່າຂານທີ່ໜ້າອັດສະຈັນ.

ທິດເໜືອຕິດກັບເມືອງວັງວຽງ, ທິດໃຕ້ຕິດກັບເມືອງໝື່ນ, ທິດຕາເວັນອອກຕິດກັບເມືອງຫີນເຫີບ ແລະ ທິດຕາເວັນຕົກຕິດກັບເມືອງແມດ.

ເມືອງເຟືອງມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ເປັນທັງທຳມະຊາດ ແລະ ເປັນຕຳນານທີ່ເລົ່າຂານກັນມາແຕ່ສະໄໝປູ່ຍ່າຕາຍາຍ ທັງເປັນຈຸດທີ່ເຮັດໃຫ້ນັກທ່ອງທ່ຽວຢາກມາເບິ່ງ ມາສຳຜັດສະຖານທີ່ຕົວຈິງ ເຊິ່ງໃຜທີ່ໄດ້ມາແລ້ວກໍຈະມັກ ແລະ ຕິດໃຈບັນຍາກາດຂອງທຳມະຊາດເມືອງເຟືອງ ແຂວງວຽງຈັນ.

ຕຳນານ ສາມໝື່ນເມືອງເຟືອງ ເຊິ່ງເມືອງມີທີ່ຕັ້ງທີ່ອຸດົມສົມບູນ ແລະ ສວຍງາມ ທີ່ຂຶ້ນກັບແຂວງວຽງຈັນ ແລະ ມີຕຳນານຊ່າລືກ່ຽວກັບຄວາມອຸດົມສົມບູນ, ສວຍງາມມາແຕ່ດຶກດຳບັນ ໂດຍອີງຕາມຕຳນານເລົ່າວ່າ: ໃນສະໄໝບູຮານໄດ້ມີການຊ່າລືກ່າວຂານ ກ່ຽວກັບຜາທໍ່ໜໍ່ຄຳ ແຕ່ບໍ່ມີຜູ້ໃດຮູ້ວ່າ ຜາທໍ່ໜໍ່ຄຳນັ້ນຕັ້ງຢູ່ໃສ, ບັງເອີນມີກຸ່ມຄົນຈຳນວນຫຼວງຫຼາຍເດີນທາງມາແຕ່ພາກໃຕ້ຫວັງຄົ້ນຫາທີ່ຕັ້ງຂອງຜາທໍ່ໜໍ່ຄຳ ວ່າຕັ້ງຢູ່ແຫ່ງຫົນໃດແທ້ ເຊິ່ງເຂົາເຈົ້າໃຊ້ການເດີນທາງດ້ວຍສາຍນໍ້າເປັນຫຼັກ ແລະ ເປັນເຂັມຊີ້ທິດບອກ ໂດຍເລີ່ມຕົ້ນເລາະລ່ອງຂຶ້ນມາຕາມສາຍແມ່ນໍ້າຂອງ, ຕໍ່ໃສ່ສາຍນໍ້າງື່ມ, ຕໍ່ໃສ່ສາຍນໍ້າລີກ.

ຂະບວນດັ່ງກ່າວເດີນທາງຮອດປາກນໍ້າບ່ອນໃດ ກໍມີການພັກຜ່ອນດູມໍ, ຈັບຕົງລົງຫວ່າງ ແລະ ສ່ຽງດູໄປພ້ອມ ແຕ່ລະບ່ອນຜ່ານມາເຫັນວ່າບໍ່ທັນຈັບຕົງໄດ້ເທື່ອ ຈຶ່ງສ່ຽງອີກເລີຍຈັບຕົງໄດ້, ຫົວໜ້າດູມໍເວົ້າອອກມາວ່າ: ໄດ້ແລ້ວ, ແມ່ນແລ້ວຈັບຕົງໄດ້ແລ້ວພວກເຮົາທັງໝົດຕ້ອງເລາະຕາມນໍ້າຕົງນີ້ຂຶ້ນໄປຕ້ອງພົບ ຜາທໍ່ໜໍ່ຄຳ ຢ່າງແນ່ນອນ ແລ້ວຂະບວນກໍສືບຕໍ່ເຄື່ອນຍ້າຍບໍ່ພໍເທົ່າໃດກໍພົບ ຜາທໍ່ໜໍ່ຄຳ ດັ່ງຄຳໝໍດູເວົ້າອອກມາຢ່າງແທ້ຈິງ.

ເມື່ອພົບແລ້ວກໍພາກັນພັກຜ່ອນຢູ່ຕີນຜາ ຢູ່ເປັນກຸ່ມເປັນກອງຫຼາຍໆກຸ່ມ ເຊິ່ງບ່ອນນັ້ນໄດ້ເອີ້ນວ່າ ຫາດຫີນກ້ອນ ຍ້ອນຄົນມາພັກເຊົາຢູ່ເປັນຫຼາຍກຸ່ມຫຼາຍກອງ. ຈາກນັ້ນ, ຫົວໜ້າຂະບວນການໄດ້ຊີ້ນຳວາງແຜນປຸກຕູບ ເພື່ອເປັນບ່ອນພັກພາອາໄສຢູ່ບໍລິເວນນັ້ນ ເປັນຈຳນວນ ສາມໝື່ນຕູບເຟືອງ ເພາະເອົາເຟືອງມາມຸງແຕ່ຈຳນວນຄົນແມ່ນບໍ່ຮູ້ເພາະວ່າບໍ່ກ່າວໄວ້ໃນຕຳນານ ແຕ່ບໍລິເວນແຫ່ງນີ້ພັດມີ 3 ຜາຄ້າຍຄືກ້ອນເສົ້າ, ຕອນນັ້ນບໍ່ທັນຮູ້ວ່າໃສ່ຊື່ຜາແຕ່ລະໜ່ວຍແນວໃດ, ບັງເອີນມີນົກອິນຊີໃຫຍ່ໂຕໜຶ່ງບິນມາຈັບຜາໜ່ວຍທຳອິດ ເຮັດໃຫ້ໜ່ວຍຜາເດື່ອງໄປເດື່ອງມາຄືຊິລົ້ມ ເລີຍໃສ່ຊື່ຜາໜ່ວຍທຳອິດວ່າຜາເດື່ອງ, ແຕ່ດຽວນີ້ເອີ້ນວ່າ: ຜາເລືອງ, ນົກອິນຊີບິນໄປຈັບຜາໜ່ວຍທີສອງໝັ້ນຕຶ້ງບໍ່ເໜັງ ບໍ່ສະເທືອນຫຍັງເລີຍ ເອີ້ນວ່າ: ຜາຕຶ້ງ ເວລານົກອິນຊີຕົວນັ້ນບິນຈັບຜາຕຶ້ງຫາງກ່າຍຜາເລືອງ, ຈາກນັ້ນກໍບິນມາຈັບຜາໜ່ວຍທີສາມຄືວ່າທໍ່ໆກັນກັບຜາຕຶ້ງຈຶ່ງເອີ້ນວ່າ: ຜາທໍ່ໜໍ່ຄຳ ເພາະວ່າມີສິ່ງປະຫຼາດຄ້າຍຄືກັບຄຳເປັນ 2 ໜໍ່ ໃຫ້ທຸກຄົນໄດ້ເບິ່ງໄດ້ແຍງຈົນເຖິງທຸກມື້ນີ້.

ໃນໄລຍະທີ່ນົກອິນຊີບິນມາຈັບຜາແຕ່ລະໜ່ວຍນັ້ນ ໄດ້ສົ່ງສຽງຮ້ອງເປັນຕາອອນຊອນຟັງແລ້ວມ່ວນເບື່ອບໍ່ເປັນ ຫົວໜ້າຂະບວນໃນຄາວນັ້ນຈຶ່ງມີຄຳເຫັນວ່າ: ພວກເຮົາທຸກຄົນຄວນສ້າງສິ່ງໃດສິ່ງໜຶ່ງໄວ້ເພື່ອເປົ່າທົດແທນໃຫ້ຄ້າຍຄືກັບສຽງນົກອິນຊີຕົວນັ້ນໄວ້ໃຫ້ຮຸ່ນລູກຮຸ່ນຫຼານໄດ້ອະນຸຮັກຕໍ່ໄປພາຍໜ້າ, ຜູ້ທີ່ມີຫົວຄິດປັນຍາກໍໄດ້ເຮັດເປັນປີ່, ເປັນຂຸ່ຍ, ກະຈັບປີ່ ແລະ ອື່ນໆນຳມາເປົ່າ, ມາຕ່ວຍໃສ່ກັນກໍບໍ່ມີສຽງຫຍັງຄ້າຍຄື.

ອີກຜູ້ໜຶ່ງຈຶ່ງມີຫົວຄິດເຮັດແຄນຂຶ້ນມາເປົ່າທຽບກັບສຽງນົກອິນຊີຮ້ອງ ເມື່ອຫຼາຍຄົນໄດ້ຟັງກໍເວົ້າເປັນສຽງດຽວກັນວ່າ ອັນນີ້ແຄນ ຄ້າຍຄືສຽງນົກອິນຊີຮ້ອງຈຶ່ງໃສ່ຊື່ວ່າ ແຄນ ຈົນມາເຖິງປັດຈຸບັນນີ້; ເມື່ອໄດ້ຊື່ຜາແຕ່ລະໜ່ວຍຄົບຖ້ວນແລ້ວ ປວງຊົນທີ່ມາປອງເອົາໜໍ່ຄຳກໍນັບມື້ຫຼາຍຂຶ້ນມາແຕ່ເໜືອ ແລະ ໃຕ້ກໍມີ. ເບື້ອງຕົ້ນໜໍ່ຄຳແມ່ນຢູ່ລຸ່ມ, ມີພໍ່ເຖົ້າຜູ້ໜຶ່ງໄປອະທິຖານສັນຍາວ່າຈະເປັນຜູ້ບົວລະບັດຜັດສີປົກປັກຮັກສາໜໍ່ຄຳໃຫ້ເຫຼືອງງາມຢູ່ຕະຫຼອດເວລາ, ແຕ່ລະເຊົ້າ ແລະ ແລງ ໄດ້ເອົາຫີນຊາມາຜັດຖູໜໍ່ຄຳ ເຮັດໃຫ້ຄຳນັ້ນຂຸລົ່ນອອກເທື່ອລະໜ້ອຍ, ຍ້ອນຄວາມສັກສິດຂອງເຈົ້າພໍ່ຜາທໍ່ໜໍ່ຄຳ ໃນປາງນັ້ນໜໍ່ຄຳໄດ້ຫາຍຕົວ, ຢູ່ຕໍ່ມາຈຶ່ງໄດ້ເຫັນໜໍ່ຄຳພົ້ນຂຶ້ນຈອມຜາ ເຮັດໃຫ້ຄົນຂຶ້ນໄປບົວລະບັດຜັດສີຄືຜ່ານມາບໍ່ໄດ້; ຫົວໜ້າຂະບວນການຜູ້ມີຄວາມຄິດໄວ້ແລ້ວ ຫວັງມາເອົາໜໍ່ຄຳໃຫ້ມັນໄດ້ກໍມີແຜນການໃຫ້ສະມາຊິກທັງໝົດອອກແຮງຕັດໄມ້ໄຜ່ ເພື່ອສ້າງເປັນຂັ້ນໄດດົ່ງໄປຫາໜໍ່ຄຳ, ຈຸດທີ່ຕັ້ງຂັ້ນໄດໄປຫາໜໍ່ຄຳແມ່ນທົ່ງນາດົ່ງໃກ້ກັບບ້ານດອນ, ທຸກຄົນໄດ້ມີຄວາມສາມັກຄີກັນອອກແຮງຕັດໄມ້ໄຜ່ໃຫ້ໄດ້ຫຼາຍເຮັດຂັ້ນໄດໃຫ້ສຳເລັດປອງເອົາໜໍ່ຄຳໃຫ້ໄດ້ ເພາະໜໍ່ຄຳເປັນຊັບສົມບັດອັນລໍ້າຄ່າ.

ຫຼາຍມື້ຫຼາຍເດືອນຕໍ່ມາຂັ້ນໄດທີ່ສ້າງຂຶ້ນດົ່ງໄປຫາໜໍ່ຄຳເກືອບສຳເລັດເລີຍຄ່ຳກ່ອນ, ຫົວໜ້າຂະບວນເວົ້າຂຶ້ນວ່າ: ມື້ນີ້ພວກເຮົາພັກຜ່ອນກ່ອນ, ມື້ອື່ນເຊົ້າຈຶ່ງພ້ອມກັນຂຶ້ນມາປັນເອົາໜໍ່ຄຳ. ຍ້ອນຄົນເຮົາມີແນວຄິດບໍ່ຄືກັນ ມີແນວຄິດໂລບມາກໂລພາ ຢາກໄດ້ແຕ່ໂຕ, ຟ້າບໍ່ທັນແຈ້ງຄັກຕ່່າງຄົນຕ່າງຍາດຊີງກັນຂຶ້ນຢ້ານບໍ່ໄດ້ໜໍ່ຄຳນຳໝູ່ເຮັດໃຫ້ຂັ້ນໄດຮັບນ້ຳໜັກບໍ່ຫຼ້ອນ ໄມ້ໄຜ່ທີ່ນຳມາເຮັດຂັ້ນໄດນັ້ນຫຼາຍເດືອນມັນກໍໂດກ, ເຄືອຫວາຍ ແລະ ເສັ້ນຕອກທີ່ເອົາມາມັດຂັ້ນໄດກໍຂຸຫຼົ່ນ ເກີດມີສິ່ງອັດສະຈັນ ຄື: ຂອດຕອກເກີດເປັນຂີ້ເຂັບ, ແມງງອດ, ເປັນງູໄລ່ຕອດຄົນ, ຂັ້ນໄດໄດ້ຫັກລົງມາຍ້ອນຝູງຄົນຈັບພ້າໄລ່ຟັນແມງສາລະຜິດຮ້າຍຈຳນວນຄົນທີ່ຂຶ້ນຂັ້ນໄດໄດ້ຕົກລົງມາ, ເກີດມີນ້ຳຖ້ວມບໍລິເວນນັ້ນພັດເອົາຄົນຈຳນວນຫຼວງຫຼາຍໄຫຼໜີ ຍັງເຫຼືອແຕ່ສອງຄົນແມ່ໝ້າຍທີ່ເຂົາບໍ່ບອກໃຫ້ຮູ້ ບໍ່ໄດ້ຂຶ້ນຂັ້ນໄດຈຶ່ງບໍ່ຕາຍ ໄດ້ເປັນຜູ້ທຳບຳເພັນກຸສົນກໍ່ທາດກວມດູກຈຳນວນໜຶ່ງໄວ້ແຄມນ້ຳຕົງ ( ໃກ້ກັບດິນສວນຂອງພໍ່ເຖົ້າສີວິໄລ ຈັນໂທ ) ໃນປັດຈຸບັນຍັງມີຮ່ອງຮອຍປາກົດການໃຫ້ເຫັນຢູ່.

ມາເຖິງດຽວນີ້ໄດ້ຢັ້ງຢືນໄວ້ວ່າ: ທີ່ມາຂອງບ້ານນາທົ່ວ ແມ່ນຈຳນວນຄົນຕົກຢູ່ບໍລິເວນນັ້ນຈົນທົ່ວ, ບ້ານນາແຍງແມ່ນບ່ອນນັ່ງຊົມນັ່ງແຍງໜໍ່ຄຳທັງເຊົ້າ ແລະ ແລງ, ບ້ານທ່າແມ່ນມີທ່ານ້ຳ ແລະ ເປັນບ່ອນນັດໝາຍເຕົ້າໂຮມລໍຖ້າກັນ, ບ້ານດອນແມ່ນເປັນດອນໜຶ່ງຂອງຈຸດເລີ່ມຕົ້ນຂອງການສ້າງຂັ້ນໄດ. ແຕ່ມື້ນັ້ນມາເຖິງມື້ນີ້ ກໍບໍ່ທັນຮັບຂ່າວອັນແນ່ນອນວ່າແມ່ນໜໍ່ຄຳແທ້ ຫຼື ບໍ່ ເພາະຢູ່ສູງຫຼາຍທາງຈະຂຶ້ນໄປຫາໜໍ່ຄຳກໍບໍ່ມີ, ບໍ່ມີຜູ້ໃດຈະປີນຂຶ້ນໜ້າຜາໄປຫາໜໍ່ຄຳໄດ້ ມີແຕ່ຄຳຊ່າລືກັນມາແຕ່ບູຮານນະການວ່າ: ຜາທໍ່ໜໍ່ຄຳ ຄຳວ່າ: ສາມໝື່ນ – ຕູບເຟືອງໃນເມື່ອກ່ອນ, ຕໍ່ມາປ່ຽນເປັນ ເມືອງໝື່ນ ແລະ ເມືອງເຟືອງ ໃນປັດຈຸບັນເຖິງທຸກວັນນີ້.

ເຖິງວ່າເມືອງເຟືອງມີທິວທັດທຳມະຊາດງົດງາມມັດໃຈຜູ້ມາຢ້ຽມຢາມ ແຕ່ການພັດທະນາດ້ານບໍລິການ – ທ່ອງທ່ຽວຍັງບໍ່ຂະຫຍາຍຕົວເທົ່າທີ່ຄວນຈຳເປັນຕ້ອງໄດ້ກຳນົດ, ຈັດສັນການພັດທະນາ ແລະ ດຶງດູດການລົງທຶນເຂົ້າຕື່ມເພື່ອດູດດຶງໃຫ້ຜູ້ຄົນເຂົ້າມາຢ້ຽມຢາມເມືອງແຫ່ງຕຳນານແຫ່ງນີ້.

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ