ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມການລົງທະບຽນເບີໂທລະສັບ

114

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ສົມທົບກັບບໍລິສັດຜູ້ສະໜອງ ແລະ ໃຫ້ບໍລິການເຄືອຂ່າຍມືຖືພາຍໃນປະເທດ ເປີດພິທີໃຫ້ພະນັກງານທົ່ວຫ້ອງການກະຊວງ ອຄ ໃນການລົງທະບຽນເບີໂທລະສັບ ຂຶ້ນໃນວັນທີ 7 ຕຸລາ 2020 ທີ່ກະຊວງ ອຄ.

ການເປີດລົງທະບຽນເບີໂທລະສັບມືຖືຄັ້ງນີ້ ເພື່ອປະຕິບັດຕາມເນື້ອໃນໃບສະເໜີຂອງກະຊວງໂທລະຄົມມະນາຄົມ ແລະ ການສື່ສານ ກ່ຽວກັບການຂຶ້ນທະບຽນໝາຍເລກໂທລະສັບ ແລະ ຊິມເນັດໃນທົ່ວປະເທດ, ໃຫ້ພະນັກງານບັນດາກົມໃນກະຊວງ ອຄ ມາຂຶ້ນທະບຽນໝາຍເລກໂທລະສັບແລະ ຊິມເນັດຄືນໃໝ່ ( ຫຼັກ 2, ຫຼັກ 5, ຫຼັກ 7 ແລະ ຫຼັກ 9 ) ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງກັບລະບຽບກົດໝາຍ.

ສໍາລັບພະນັກງານທີ່ລົງທະບຽນໄດ້ນໍາເອົາປຶ້ມສໍາມະໂນຕົວ, ບັດປະຈໍາຕົວ ແລະ ໜັງສືຜ່ານແດນທີ່ບໍ່ໝົດອາຍຸນໍາໃຊ້ ໂດຍເລືອກເອົາປະເພດໃດກໍໄດ້ມາຂຶ້ນທະບຽນ ຫຼື ສາມາດລົງທະບຽນດ້ວຍຕົນເອງ.