ຈະເລີນເຊກອງ ອຸປະຖໍາເງິນ 100 ລ້ານກີບ ສົ່ງເສີມການພັດທະນາກີລາດອກປີກໄກ່ລາວ

284

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໃຫ້ການອຸປະຖຳສະໜັບສະໜູນເງິນສົດ ຈຳນວນ 100 ລ້ານກີບ ໃຫ້ແກ່ຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດລາວ ເພື່ອນຳໄປສົ່ງເສີມການພັດທະນາວົງການກິລາດອກປີກໄກ່ລາວ ກໍຄື ສ້າງບຸກຄະລາກອນກາຍເປັນກຳມະການຕັດສິນ ແລະ ຄູຝຶກລະດັບຂັ້ນພື້ນຖານ ກ້າວສູ່ລະດັບຊາດ ພ້ອມທັງປັ້ນນັກກິລາດອກປີກໄກ່ທີມຊາດລາວ ທັງຮຸ່ນເຍົາວະຊົນ ແລະ ຊຸດໃຫຍ່ ເພື່ອກ້າວສູ່ຜົນງານຄັ້ງປະຫວັດສາດໃນງານກິລາລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ.

ພິທີມອບ-ຮັບເງິນສົດ ຈຳນວນ 100 ລ້ານກີບ ສະໜັບສະໜູນສະຫະພັນດອກປີກໄກ່ແຫ່ງຊາດລາວ ໄດ້ມີຂຶ້ນ ເມື່ອທ້າຍອາທິດ ຜ່ານມາ ທີ່ສະໜາມກີລາດອກປີກໄກ່ ເສດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ມີທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ປອ. ໄຊບັນດິດ ຣາຊະພົນ ເລຂາສະຫະພັນດອກປີກໄກ່ແຫ່ງຊາດ ພ້ອມດ້ວຍບັນດາພະນັກງານຂອງທັງສອງພາກສ່ວນດັ່ງກ່າວ ຕະຫຼອດຮອດນັກກີລາດອກປີກໄກ່ ທີ່ມາໃຊ້ບໍລິການສະໂມສອນ ເສດຖາ ຫຼິ້ນກິລາ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ກໍໄດ້ກ່າວສະແດງຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງບໍລິສັດດັ່ງກາວ ທີ່ໄດ້ແບ່ງປັນນໍ້າໃຈ ແລະ ສັບສິນໃຫ້ການຊຸກຍູ້ສະໜັບສະໜູນສົ່ງເສີມການພັດທະນາວົງການກີລາດອກປີກໄກ່ລາວ ຂໍໃຫ້ເຊື່ອໝັ້ນວ່າ ເງິນຈຳນວນດັ່ງກ່າວທຸກກີບ ຈະນຳໃຊ້ເຂົ້າໃນການພັດທະນາການເຄື່ອນໄຫວວົງການກີລາດອກປີກໄກ່ລາວເທົ່ານັ້ນ ເປັນຕົ້ນແມ່ນ ການສ້າງບຸກຄະລາກອນ ກໍຄື ການຝຶກອົບຮົມກຳມະການຕັດສິນ ແລະ ຄູຝຶກ ພ້ອມທັງການສົ່ງເສີມການພັດທະນານັກກີລາດອກປີກໄກ່ທີມຊາດລາວທຸກຮຸ່ນ ນັບຕັ້ງແຕ່ຮຸ່ນເຍົາວະຊົນຈົນຮອດຊຸດໃຫຍ່ ເພື່ອກຽມເປັນຕົວແທນນັກກີລາດອກປີກໄກ່ປະເທດລາວ ເຂົ້າຮ່ວມສ້າງຜົນງານໃນງານກີລາລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນເປັນການກະກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບໃນປີ 2021.
ຂ່າວຈາກ: ສົງການ