ອາເມເນຍ – ອາແຊັກໄບຊານ ປະທະກັນມີຜູ້ເສຍຊີວິດ 16 ຄົນ

156

ກອງທັບອາເມເນຍ ແລະ ອາແຊັກໄບຊານ ໄດ້ຍິງຕໍ່ສູ້ກັນຢ່າງດຸເດືອດ ໃນບໍລິເວນຊາຍແດນທາງຕອນໃຕ້ຂອງພູເຂົາ ຄໍເຄຊັສ ເຊິ່ງເປັນປະຕູໃນການສ້າງທໍ່ສົ່ງນ້ຳມັນ ແລະ ແກ໊ສທຳມະຊາດອອກສູ່ຕະຫຼາດໂລກ.

ເບື້ອງຕົ້ນມີລາຍງານວ່າເຫດການດັ່ງກ່າວມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ໂດຍທັງສອງປະເທດລ້ວນແລ້ວແຕ່ເປັນອະດີດສະຫະພາບໂຊວຽດ ເຊິ່ງແຍກຕົວອອກມາຕັ້ງແຕ່ຕົ້ນປີ 1990. ຄວາມຮຸນແຮງຄັ້ງນີ້ເກີດຂຶ້ນຈາກບັນຫາຄວາມຂັດແຍ່ງໃນດິນແດນ Nagorno-Karabakh ເຊິ່ງເປັນຊົນເຜົ່າໜຶ່ງທີ່ແຍກຕົວອອກຈາກອາແຊັກໄບຊານ ແຕ່ປົກຄອງດ້ວຍຊົນເຜົ່າອາເມເນຍ.

ກອງທັບອາແຊັກໄບຊານ ໄດ້ລະດົມຍິງປືນໃຫຍ່ເຂົ້າໃນເຂດ Nagorno-karabakh ຈົນເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະ ມີຜູ້ບາດເຈັບອີກ 100 ກວ່າຄົນ.