ຈີນ ສັ່ງຫ້າມພາກເອກະຊົນ ນຳເຂົ້າອາຫານຈາກຕ່າງປະເທດ

83

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພະແນກການຄ້າຕ່າງປະເທດນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນຳເຂົ້າຜະລິດຕະພັນອາຫານແຊ່ແຂງຈາກຕ່າງປະເທດ ໂດຍສະເພາະປະເທດທີ່ກຳລັງປະສົບກັບການແຜ່ລະບາດຂອງພະຍາດໂຄວິດ – 19, ຫຼັງຈາກທີ່ກວດພົບອາຫານແຊ່ແຂງນຳເຂົ້າຈາກຕ່າງປະເທດຫຼາຍກໍລະນີ ເມື່ອບໍ່ດົນມານີ້.

ພະແນກການຄ້າ ນະຄອນຫຼວງປັກກິ່ງ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນຳເຂົ້າຕິດຕາມສະຖານະການການແຜ່ລະບາດຂອງພະຍາດໂຄ   ວິດ – 19 ຢ່າງໃກ້ຊິດ ຖ້າພົບເຫັນການແຜ່ລະບາດຂອງພະຍາດໂຄວິດ – 19 ຄວນຫຼີກລຽງການນຳເຂົ້າອາຫານແຊ່ແຂງຈາກປະເທດນັ້ນໆ.

ທັງນີ້ ສປ ຈີນ ບໍ່ພົບຜູ້ຕິດເຊື້ອພາຍໃນປະເທດມາຫຼາຍເດືອນແລ້ວ, ແຕ່ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ຂອງ ສປ ຈີນ ໄດ້ກວດພົບເຊື້ອໂຄວິດ – 19 ປົນເປື້ອນໃນອາຫານແຊ່ແຂງນຳເຂົ້າຈາກຕ່າງປະເທດ ເຊິ່ງເຮັດໃຫ້ ສປ ຈີນ ສັ່ງຢຸດຕິການນຳເຂົ້າອາຫານແຊ່ແຂງຈາກຕ່າງປະເທດ ໂດຍສະເພາະ ບຣາຊິນ, ອິນໂດເນເຊຍ ແລະ ຣັດເຊຍ.