4 ປະເທດ ສະເໜີຂໍເປັນສະມາຊິກຖາວອນໃນຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສປຊ

167

ສຳນັກຂ່າວເອເອັຟພີ ລາຍງານວ່າ: ບຣາຊິນ, ເຢຍລະມັນ, ອິນເດຍ ແລະ ຍີ່ປຸ່ນ ໄດ້ຍື່ນໃບສະເໜີຂໍເປັນສະມາຊິກຖາວອນໃນຄະນະມົນຕີ ຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ ( ສປຊ ) ອີກຄັ້ງ ໃນກອງປະຊຸມສະມັດຊາ   ໃຫຍ່ສະຫະປະຊາຊາດ. ທັງນີ້, ເພື່ອຂະຫຍາຍສະມາ   ຊິກຖາວອນໃນຄະນະມົນຕີ ຄວາມໝັ້ນຄົງ ແຫ່ງ ສປຊ ຈາກທີ່ມີປັດຈຸບັນ 5 ປະເທດ.

ຖະແຫຼງການຂອງລັດຖະມົນຕີຕ່າງປະເທດຂອງ 4 ຊາດ ລະບຸເຖິງການປະຕິຮູບຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສປຊ ວ່າ: ປັດຈຸບັນໂລກໄດ້ມີການປ່ຽນແປງໄປຈາກເມື່ອຄັ້ງທີ່ຕັ້ງອົງການ ສປຊ ເມື່ອ 75 ປີກ່ອນໜ້ານີ້ ໂດຍມີປະເທດສະມາຊິກ ສປຊ ເພີ່ມຂຶ້ນ, ປະຊາກອນກໍເພີ່ມຂຶ້ນ, ຄວາມທ້າທາຍກໍເພີ່ມຂຶ້ນ ພ້ອມລະບຸວ່າຕ້ອງປະຕິຮູບອົງການສະຫະປະຊາຊາດເທົ່ານັ້ນ ຈຶ່ງສາມາດປັບປຸງອົງການ ສປຊ ໃຫ້ເຂັ້ມແຂງໄດ້.

ທັງນີ້ ບຣາຊິນ, ເຢຍລະມັນ, ອິນເດຍ ແລະ ຍີ່ປຸ່ນ ໄດ້ສະເໜີໃຫ້ຂະຫຍາຍສະມາຊິກຖາວອນໃນຄະນະມົນຕີ ຄວາມໝັ້ນຄົງ ແຫ່ງ ສປຊ ມາແລ້ວ ແຕ່ຕະຫຼອດ 15 ປີຜ່ານມາ ຄວາມພະຍາຍາມດັ່ງກ່າວບໍ່ມີຄວາມຄືບໜ້າ ເນື່ອງຈາກບໍ່ໄດ້ຮັບການສະໜັບສະໜູນຈາກສະມາຊິກຖາວອນປັດຈຸບັນ ໄດ້ແກ່: ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ ແລະ ສະຫະລັດອາເມຣິກາ ລວມທັງການຄັດຄ້ານຈາກຄູ່ແຂ່ງບາງປະເທດ.