ເມືອງລະຄອນເພັງ ເລີ່ມຂຶ້ນທະບຽນພະພຸດທະຮູບທີ່ວັດພະບາດນາດູ່

300

ໃນວັນທີ 22 ກັນຍາ 2020 ນີ້, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ລົງຕິດຕາມການຂຶ້ນທະບຽນພະພຸດທະຮູບຢູ່ວັດພະບາດນາດູ່, ໃຫ້ກຽດເຂົ້າຮ່ວມມີທ່ານຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ – ສັງຄົມ, ເຈົ້າອະທິການວັດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວປະສິດ ຊິນນະຈັກ ຮັກສາການຫົວໜ້າຂະແໜງວິຈິດສິນ ແລະ ມໍລະດົກ ກໍໄດ້ລາຍງານການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການປົກປັກຮັກສາມໍລະດົກຂອງຊາດກໍຄືຂອງທ້ອງຖິ່ນໄວ້ບໍ່ໃຫ້ຕົກເຮ່ຍເສຍຫາຍໄປ, ໄວ້ໃຫ້ເຊັ່ນລູກ – ຫຼານ ແລະ ຮຸ່ນຕໍ່ໆໄປ. ການຂຶ້ນທະບຽນແມ່ນຈະໄດ້ເຮັດຢ່າງລະອຽດໃຊ້ເວລາ 2 ອາທິດ ຈຶ່ງຈະສຳເລັດ ແລະ ເປັນແຫ່ງທີ 2 ຂອງແຂວງ, ພາຍຫຼັງໄດ້ສຳເລັດການຂຶ້ນທະບຽນພະພຸດທະຮູບແລ້ວຢູ່ວັດສີມຸງຄຸນ ( ວັດກາງ ) ເມືອງ ແລະ ແຂວງສາລະວັນ.

ທ່ານ ບຸນປອນ ອິນທະສອນ ຮອງຫົວໜ້າພະແນກ ຖວທ ແຂວງ ໃຫ້ສຳພາດວ່າ: ຈຸດປະສົງຫຼັກທີ່ສຳຄັນອີກອັນໜຶ່ງໃນການຂຶ້ນທະບຽບບັນຊີພະພຸດທະຮູບແຫ່ງນີ້ ແມ່ນເພື່ອກຽມຮັບຮອງເອົາວັດພະບາດນາດູ່ ເປັນມໍລະດົກຂັ້ນທ້ອງຖິ່ນກໍຄືຂອງແຂວງ. ພ້ອມນັ້ນກໍຍັງຈະໄດ້ມີການສຳຫຼວດ, ສັນນິຖານວັດຖຸຕ່າງໆທີ່ມີຢູ່ໃນວັດ ເປັນຕົ້ນ: ວັດຖຸທີ່ມີອາຍຸແຕ່ 50 ປີຂຶ້ນໄປ ຈະໄດ້ຂຶ້ນບັນຊີເປັນມໍລະດົກຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນຮອຍພະບາດ ແລະ ຮອຍສັງກະລີວ່າມີອາຍຸຈັກປີກໍຍັງບໍ່ທັນຮູ້.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]