ເລື່ອງດີໆມາອີກແລ້ວ! ປະຊາຊົນບ້ານນາຫຼວງ ນະຄອນຫຼວງພະບາງ ສາມັກຄີສ້າງທາງເບຕົງເອງ

147

ລະດູຝົນແບບນີ້ທຸກປີ ຫຼາຍເສັ້ນທາງໃນປະເທດເຮົາແມ່ນທຽວໄປມາລຳບາກແມ່ນແຕ່ທາງຮ່ອມເຂົ້າເຮືອນຍັງໄປຍາກ ດັ່ງນັ້ນ, ຫຼາຍກຸ່ມໃນບ້ານຕ່າງຈິ່ງຕົກລົງກັນສົມທົບທຶນ, ອຸປະກອນ ແລະກຳລັງແຮງງານ ເພື່ອຍົກລະດັບເສັ້ນທາງຈາກທາງດິນແດງໃຫ້ເປັນເສັ້ນທາງປູຢາງ ແລະທາງເບຕົງ ເພື່ອຄວາມສະດວກແກ່ຕົນເອງ.

ຫຼ້າສຸດ, ວັນທີ 18 ກັນຍາ 2020 ນີ້, ປະຊາຊົນບ້ານ ນາຫຼວງ ນະຄອນ-ຫຼວງພະບາງ ໄດ້ສາມັກຄີກັນສ້າງເສັ້ນທາງເບຕົງ ທາງເຂົ້າຮ່ອມ 4 ຂອງບ້ານ ເພື່ອໃຫ້ມີຄວາມສະດວກໃນການສັນຈອນ, ທ່ານ ອຸດອນ ນາຍບ້ານ ໄດ້ໃຫ້ສໍາພາດວ່າ: ບ້ານ ນາຫຼວງ ມີ 371 ຄອບຄົວ, ປະຊາກອນ 2.345 ຄົນ, ຍິງ 175 ຄົນ, ພາຍໃນບ້ານມີທາງຮ່ອມ 11 ຮ່ອມ, ສຳລັບການສ້າງເສັ້ນທາງເບຕົງ ໄດ້ລິເລີມສ້າງຮ່ອມ 4, ໂດຍການປະກອບສ່ວນທຶນຮອນ ແລະແຮງງານຂອງປະຊາຊົນພາຍໃນບ້ານ ຜູ້ທີ່ຊົມໃຊ້ເສັ້ນທາງ 70% ແລະທຶນສົມທົບຂອງພາກລັດ 30%, ລວມມູນທັງໝົດ 61 ລ້ານກີບ, ເສັ້ນທາງທີ່ກໍ່ສ້າງມີລວງຍາວ 97 ເມັດ, ລວງກວ້າງ 5 ເມັດ, ຄາດວ່າຈະໃຊ້ເວລາ 5 ວັນຈິ່ງຈະສໍາເລັດ. ພາຍຫຼັງສໍາເລັດຮ່ອມ 4 ແລ້ວຈະສຶບຕໍ່ສ້າງທາງເບຕົງຮ່ອມ 7 ແລະຮ່ອມອີກ 9 ຮ່ອມ ພາຍໃນບ້ານໃຫ້ການໄປມາສະດວກ.

ນອກຈາກບ້ານນາຫຼວງ ອົງການປົກຄອງ ແລະປະຊາຊົນ ບ້ານປ່ອງຄຳ ໄດ້ສ້າງເສັ້ນທາງເຂົ້າຮ່ອມນໍ້າດື່ມລາວີ ຫຼັງໂຮງຮຽນມັດສົມບູນທະຍົມປ່ອງຄໍາ ມີຄລວງຍາວ 350 ເມັດ, ລວງກ້ວາງ 5 ເມັດ, ລວມູນຄ່າ 195 ລ້ານກີບ ແລະບ້ານນາສໍາພັນ ໄດ້ສ້າງເສັ້ນທາງຮ່ອມ 3 ຂອງບ້ານ ມີລວງຍາວ 315 ເມັດ, ລວງກວ້າງ 5 ເມັດ, ລວມມູນຄ່າ 194 ລ້ານກີບ. ການສ້າງເສັ້ນທາງຮ່ອມເຂົ້າບ້ານພາຍໃນ ນະຄອນ-ຫຼວງພະບາງຄັ້ງນີ້ ເປັນການສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ 8 ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງພະບາງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ຂ່າວ: ສົມແກ້ວ ຈົ່ວຈູ່ລີ ( ນະຄອນ-ຫຼວງພະບາງ )