ທ່ານ ອິນທີ ເດືອນສະຫວັນ ຜູ້ບຸກເບີກທຸລະກິດທ່ອງທ່ຽວ – ບໍລິການ

218

ສະບັບນີ້ຈະພາມາຮູ້ຈັກກັບຊີວິດການງານຂອງ ທ່ານ ອິນທີ ເດືອນຫວັນ ນັກທຸລະກິດຜູ້ບຸກເບີກທຸລະກິດການທ່ອງທ່ຽວ – ບໍລິການ ປັດຈຸບັນມີທຸລະກິດຕັ້ງແຕ່ເຂດແຂວງພາກເໜືອ ຈົນຮອດໃຕ້ ສາມາດຈ້າງງານໄດ້ຫຼາຍ 500 ຕໍາແໜ່ງງານ.

ທ່ານ ອິນທີ ເດືອນສະຫວັນ ເປັນຜູ້ກໍ່ຕັ້ງໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງລະດັບປະເທດ ບໍ່ວ່າຈະເປັນ The Rock View Point ທີ່ພູຜາມ່ານ ແຂວງຄຳມ່ວນ, Tree Top Explorer ທີ່ປ່າສະຫງວນດົງຫົວສາວ ແຂວງຈຳປາສັກ, ຮ້ານອາຫານຂອບໃຈເດີ ແລະ ອີກຫຼາຍແຫ່ງ ເຊິ່ງມີທັງຢູ່ແຂວງພາກເໜືອ ຈົນຮອດພາກໃຕ້ ປັດຈຸບັນມີພະນັກງານທີ່ເຮັດວຽກນຳ ປະມານ 500 ກວ່າຄົນ. ນອກຈາກນັ້ນ, ກໍຍັງເຮັດວຽກຮ່ວມກັບຊຸມຊົນກໍຄືຊາວບ້ານ ໂດຍໄດ້ຈ້າງຊາວບ້ານເປັນພະນັກງານແບບບໍ່ປະຈຳ ຖ້າມື້ໃດມີວຽກຈຶ່ງໄດ້ມີການຈ້າງເຂົາເຈົ້າ ໃນເວລາມີການທ່ອງທ່ຽວເປັນຜູ້ນຳທ່ຽວປ່າ, ຄົວກິນ, ຂົນເຄື່ອງ, ເຝົ້າແຄັມຕ່າງໆ ລວມຫຼາຍ 100 ຄົນ.

ທ່ານ ອິນທີ ເດືອນສະຫວັນ ໃຫ້ສຳພາດວ່າ: ປັດຈຸບັນຕົນເອງໄດ້ມີການເຮັດທຸລະກິດພັດທະນາແຫຼ່ງທ່ອງທ່ຽວ ເຊິ່ງມີບ່ອນພັກຢູ່ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ຄຳມ່ວນ ແລະ ຈຳປາສັກ ເຊິ່ງໄດ້ເລີ່ມຕົ້ນເຮັດທຸລະກິດແຕ່ປີ 1998 ຮອດປັດຈຸບັນແມ່ນໄດ້ 22 ປີແລ້ວ.

ກ່ອນໜ້ານີ້ແມ່ນເປັນພຽງພະນັກງານຂາຍຢາສູບ 5 ປີ, ແລ້ວກໍເລີ່ມເຮັດທຸລະກິດຮ້ານຂອບໃຈເດີ ແລະ ຫຼັງຈາກເປີດຮ້ານຂອບໃຈເດີມາ ກໍເປັນຈຸດລິເລີ່ມຂອງທຸລະກິດອື່ນ ໂດຍສະເພາະເລື່ອງການທ່ອງທ່ຽວ. ພາຍຫຼັງທີ່ເປີດຮ້ານອາຫານ ກໍໄດ້ມີໂອກາດພົບກັບບັນດານັກທ່ອງທ່ຽວທີ່ມາລາວ ກໍເລີຍເປັນໂອກາດເຮັດໃຫ້ເປີດບໍລິສັດທ່ອງທ່ຽວ, ເປີດຮ້ານອາຫານ, ໂຮງແຮມຂຶ້ນມາ ເຊິ່ງມາຮອດປັດຈຸບັນມີ 3 ໂຮງແຮມ ຄື: ຢູ່ເມືອງວັງວຽງ, ເມືອງທ່າແຂກ ແລະ ແຂວງຈຳປາສັກ, ທ່ານ ອິນທີ ກ່າວ.

ທ່ານຍັງໃຫ້ຮູ້ວ່າ: ເສັ້ນທາງທຸລະກິດຂອງຕົນເອງໄດ້ຜ່ານຮ້ອນຜ່ານໜາວມາພໍສົມຄວນ ມີທັງສຸກ ແລະ ທຸກ ແຕ່ດ້ວຍເລືອດນັກສູ້ທີ່ມີເປົ້າໝາຍຮັກໃນອາຊີບທີ່ຕົນເອງເລືອກ ບໍ່ຮູ້ຈັກຄຳວ່າເມື່ອຍ ຈຶ່ງກາຍມາເປັນຮ້ານອາຫານຂອບໃຈເດີ, ຮ້ານໄຊໂຍ ເຂດວັດຊຽງຍືນ, ໂຮງແຮມອິນທິລາ ແລະ ທຸລະກິດຂະແໜງບໍລິການອີກຫຼາຍແຫ່ງໃນເຄືອອິນທີ ກຣຸບ. ຖາມວ່າຕົນເອງປະສົບຜົນສຳເລັດທາງທຸລະກິດແລ້ວບໍ່ ບອກໄດ້ເລີຍວ່າຍັງບໍ່ເຖິງ ແຕ່ມັນຢູ່ໃນລະດັບໜຶ່ງເທົ່ານັ້ນ ເພາະມັນໄດ້ເຮັດໄປໃໝ່ຕະຫຼອດ ເຊັ່ນ: ທຸລະກິດນັ້ນເກີດຂຶ້ນມາແລ້ວ ອາດເອີ້ນວ່າສຳເລັດ ແຕ່ມັນຍັງບໍ່ທັນປິດລົງ ແລະ ກໍຍັງດຳເນີນໄປເລື້ອຍໆ ເພາະວ່າທຸລະກິດການທ່ອງທ່ຽວ – ບໍລິການ ບໍ່ຄືທຸລະກິດຜູ້ຮັບເໝົາກໍ່ສ້າງທີ່ເຮັດແລ້ວມີການມອບຮັບ, ແຕ່ຂອງເຮົາຄືທຸລະກິດຮ້ານອາຫານ ເຮັດຮ້ານແລ້ວມັນເປັນພຽງການເລີ່ມຕົ້ນ ເຊິ່ງຕອນຕໍ່ໄປແມ່ນການບໍລິຫານຈັດການໃຫ້ມີແຂກ ແລະ ຖ້າມີແຂກເຂົ້າມາ ເອີ້ນວ່າເຮົາສຳເລັດແລ້ວບໍ່ ກໍຍັງເອີ້ນວ່າສຳເລັດບໍ່ໄດ້ ເພາະວ່າເຮົາຍັງບໍ່ທັນປິດເທື່ອ ຖ້າຕໍ່ໄປບໍ່ມີແຂກເຂົ້າມາຈະເຮັດແນວໃດ. ສະນັ້ນ, ຈຶ່ງເວົ້າໄດ້ວ່າຕ້ອງໄດ້ບໍລິຫານໄປເລື້ອຍໆ.

ແຕ່ສິ່ງທີ່ເຮັດໃຫ້ທຸລະກິດຂະຫຍາຍໄດ້ປານນີ້ ຕົນເອງມີລັກສະນະການຄິດ, ຮູບການເຮັດທຸລະກິດທີ່ຊັດເຈນ ໂດຍເນັ້ນເລື່ອງພັດທະນາລະບົບເປັນຫຼັກ ເຊິ່ງການທີ່ຈະຂະຫຍາຍທຸລະກິດໄດ້ລະບົບນັ້ນເປັນສິ່ງສຳຄັນ ເຊິ່ງເຮົາບໍ່ໄດ້ອີງໃສ່ຄົນເປັນຫຼັກ ແຕ່ອີງໃສ່ລະບົບເປັນຫຼັກ ຖ້າບຸກຄົນເປັນຫຼັກເຮົາຈະຕ້ອງໄດ້ໄປເບິ່ງວ່າຕ້ອງແມ່ນຄົນທີ່ຖືກຕ້ອງ, ຊື່ສັດ ເຊິ່ງແນ່ນອນຄົນແບບນີ້ພວກເຮົາກໍຕ້ອງການ ແຕ່ຄົນທີ່ເກັ່ງ, ຊື່ສັດ ມັນກໍຍັງບໍ່ພຽງພໍ ຕ້ອງມີລະບົບເຂົ້າໄປຊ່ວຍ ເພື່ອເຮັດໃຫ້ເຂົາເຈົ້າເຮັດວຽກໃຫ້ໄດ້ປະສິດທິພາບ ເພາະຖ້າຂະຫຍາຍທຸລະກິດນີ້ມັນກໍຂະຫຍາຍໄດ້ ແຕ່ຄົນຜູ້ທີ່ຈະຂັບເຄື່ອນລະບົບ ຂັບເຄື່ອນມັນບໍ່ດີກໍໄປຕໍ່ບໍ່ໄດ້.

ສະນັ້ນແລ້ວເລື່ອງລະບົບກັບຄົນຕ້ອງໄປຄຽງຄູ່ກັນ ຈະອີງໃສ່ລະບົບ ຫຼື ອີງໃສ່ຄົນຢ່າງດຽວກໍບໍ່ໄດ້ ເຊິ່ງທັງ 2 ຢ່າງນີ້ ຕ້ອງໄປຄູ່ກັນ ແລະ ພວກເຮົາກໍພັດທະນາທັງສອງດ້ານໄປນຳກັນ ແລະ ເຮັດໃຫ້ສາມາດຂະຫຍາຍສາຂາໄດ້ຈົນເຖິງປັດຈຸບັນ.

ນອກຈາກນີ້, ທ່ານ ອິນທີ ເດືອນສະຫວັນ ຍັງໃຫ້ຮູ້ຕື່ມອີກວ່າ: ການພັດທະນາສະຖານທີ່ທ່ອງທ່ຽວທີ່ເປັນຈຸດເດັ່ນໃນປັດຈຸບັນ ແລະ ກຳລັງໄດ້ຮັບຄວາມນິຍົມ ແມ່ນ The Rock View Point ທີ່ພູຜາມ່ານ ແຂວງຄຳມ່ວນ ພາຍຫຼັງເປີດມາເດືອນໜຶ່ງມີຜູ້ເຂົ້າຫຼິ້ນກິດຈະກຳສະເລ່ຍ 1 – 2 ພັນຄົນ ແລະ ມີຄົນທີ່ໄປແວ່ຊົມປະມານ 7 ພັນກວ່າຄົນ ເຊິ່ງຖືວ່າຫຼາຍສຳລັບສະຖານທີ່ດັ່ງກ່າວ.