ອີຊີບີ ມີມະຕິຮັກສາອັດຕາດອກເບ້ຍ 0%

130

ໃນກອງປະຊຸມນະໂຍບາຍການເງິນຂອງທະນາຄານກາງເອີຣົບ ຫຼື ອີຊີບີ ( ECB ) ເມື່ອວັນທີ 10 ກັນຍາຜ່ານມາ ມີມະຕິຮັກສາດອກເບ້ຍນະໂຍບາຍ ຫຼື ອັດຕາດອກເບ້ຍ ຣີຟາຍແນນ ທີ່ລະດັບ 0% ເຊິ່ງເປັນອັດຕາດອກເບ້ຍຕໍ່າສຸດເປັນປະຫວັດສາດ ແລະ ຍັງຄົງອັດຕາດອກເບ້ຍເງິນຝາກຂອງທະນາຄານທຸລະກິດໄວ້ກັບ ອີຊີບີ ທີ່ລະດັບ -0,50% ຂະນະທີ່ອັດຕາເງິນກູ້ຢູ່ທີ່ລະດັບ 0,25%.

ອີຊີບີ ຍັງລະບຸວ່າ: ຈະຍັງຄົງຮັກສາອັດຕາດອກເບ້ຍລະດັບນີ້ໄວ້ຕໍ່ໄປ ຫຼື ອາດຈະປັບຫຼຸດລົງອີກຈົນກວ່າອັດຕາເງິນເຟີ້ຈະຢູ່ໃນລະດັບເປົ້າໝາຍທີ່ວາງໄວ້ຄື ບໍ່ເກີນ 2%.
ນອກຈາກນີ້, ອີຊີບີ ຍັງມີມະຕິ ຮັກສາວົງເງິນໃນການຊື້ພັນທະບັດຕາມໂຄງການ Pandemic Emergency Purchase Programme ( PEPP ) ທີ່ລະດັບ 1.350 ຕື້ເອີໂຣ ໂດຍຈະຊື້ພັນທະບັດຕາມໂຄງການດັ່ງກ່າວຈົນເຖິງເດືອນມິຖຸນາປີ 2021 ຫຼື ຈົນກະທັງ ອີຊີບີ ພິຈາລະນາວ່າວິກິດໂຄວິດ – 19 ຈະຜ່ານພົ້ນໄປແລ້ວ.