ຄຳແນະນຳຈາກນັກຮຽນເກັ່ງ ມ 4 ແລະ ມ 7 ມສ ວຽງຈັນ

396

ໃນໂອກາດເຂົ້າຮ່ວມສະຫຼຸບຜົນການຮຽນຂອງນັກຮຽນຊັ້ນ ມ 4 ແລະ ມ 7 ຂອງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ( ມສ ວຽງຈັນ ) ໃນສົກຮຽນ 2019 – 2020 ພວກເຮົາໄດ້ມີໂອກາດໂອ້ລົມກັບນ້ອງນັກຮຽນເກັ່ງ ມ 4 ແລະ ມ 7 ທີ່ໄດ້ຮັບທັງໃບປະກາດແດງ, ນັກຮຽນເກັ່ງອັນດັບທີ I ຂອງເມືອງ ແລະ ຂອງນະຄອນຫຼວງວຽງຈັນພວກເຮົາຈຶ່ງຂໍຖອດເອົາບາງບົດຮຽນດີທມາແນະນຳເພື່ອເປັນຊ່ອງທາງນຳໄປປັບໃຊ້ກັບຕົນເອງເພື່ອພັດທະນາການຮຽນໃຫ້ກາຍເປັນນັກຮຽນດີນັກຮຽນເກັ່ງ.

ນາງ ສະຫຼັກຈິດ ວໍລະໄຊ ນັກຮຽນ ມ 4 ໄດ້ຮັບໃບປະກາດແດງຂອງໂຮງຮຽນ, ໄດ້ເປັນນັກຮຽນເກັ່ງອັນດັບທີ I ຂັ້ນເມືອງ ແລະ ຂັ້ນນະຄອນຫຼວງວຽງຈັນ ໃນວິຊາຟີຊິກສາດ: ເຮັດແນວໃດຈຶ່ງໄດ້ເປັນນັກຮຽນເກັ່ງ? ກ່ອນອື່ນຕ້ອງຮູ້ວ່າຕົວເຮົາເອງມັກວິຊາຫຍັງ? ສຳລັບນ້ອງເອງມັກວິຊາຟີຊິກສາດ ຈຶ່ງໄດ້ໄປຮຽນເພີ່ມຕັ້ງແຕ່ພັກແລ້ງ ມ 3 ພະຍາຍາມຮຽນ ແລະ ໃຫ້ເຂົ້າໃຈບົດຮຽນທີ່ໄດ້ຮຽນຜ່ານມາ, ແກ້ບົດຝຶກຫັດ, ແກ້ຂໍ້ສອບເສັງເກົ່າໆໃຫ້ຫຼາຍ ເພື່ອໃຫ້ສາມາດແກ້ໄດ້ໄວ ແລະ ມີ ຄວາມຖະໜັດ.

ໃນເວລາວ່າງມັກຈະສຶກສາຂໍ້ສອບເກົ່າໆຈາກອິນເຕີເນັດ ແລ້ວນຳມາແກ້ ແລະ ພະຍາຍາມທຳຄວາມເຂົ້າໃຈກັບບົດຮຽນທີ່ໄດ້ຮຽນມາ. ສ່ວນຄຳແນະນຳກ່ອນອື່ນເລີ່ມຈາກການຄົ້ນຫາຕົວເອງວ່າມີ ຄວາມມັກວິຊາຫຍັງ ເມື່ອມັກວິຊາໃດແລ້ວໃຫ້ຕັ້ງໃຈຮຽນວິຊານັ້ນພະຍາຍາມຮຽນ, ສຶກສາຫາຄວາມຮູ້ນຳຄູ – ອາຈານ ແລະ ໝູ່ເພື່ອນ ຖ້າມີເງື່ອນໄຂໄປຮຽນເພີ່ມຕື່ມ.

ນາງ ສຸພາພອນ ທຳມະວົງສາ ນັກຮຽນ ມ 7 ໄດ້ຮັບໃບປະກາດແດງຂອງໂຮງຮຽນ, ໄດ້ເປັນນັກຮຽນເກັ່ງອັນດັບທີ I ຂອງເມືອງ ແລະ ຂອງນະຄອນຫຼວງວຽງຈັນ ໃນວິຊາຟີຊິກສາດ: ສຳລັບເຄັດລັບໃນການຮຽນຂອງນ້ອງ ຄືຈະເນັ້ນເປັນພິເສດສຳລັບວິຊາທີ່ຖະໜັດ ແລະ ມັກ, ພະຍາຍາມສຶກສາຄົ້ນຄວ້າຫາຄວາມຮູ້ນຳອາຈານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
ສ່ວນຄຳແນະນຳສຳລັບຜູ້ທີ່ຢາກເປັນນັກຮຽນເກັ່ງແມ່ນຕ້ອງຮູ້ວ່າຕົວເອງມັກວິຊາຫຍັງ ແລະ ເໝາະກັບວິຊານັ້ນແທ້ບໍ່ ແລ້ວພະຍາຍາມຮຽນໃຫ້ຖືກວິທີ, ຮຽນໃຫ້ຖືກເປົ້າ ແລະ ຟັງຄຳແນະນຳຂອງອາຈານ.

ທ້າວ ລີວາ ວ່າງ ນັກຮຽນ ມ 7 ໄດ້ຮັບໃບປະກາດແດງຂອງໂຮງຮຽນ, ໄດ້ເປັນນັກຮຽນເກັ່ງອັນດັບ I ຂັ້ນເມືອງ ແລະ ຂັ້ນຂອງນະຄອນຫຼວງວຽງຈັນ ວິຊາຄະນິດສາດ: ກ່ອນຈະເປັນນັກຮຽນເກັ່ງຕ້ອງຫາວິຊາທີ່ເຮົາມັກ ແລະ ມີຄວາມເຂົ້າໃຈ ທີ່ສຳຄັນຄືດຸໝັ່ນສຶກສາ – ຮ່ຳຮຽນ.
ເມື່ອເວົ້າເລື່ອງການຮຽນຂອງແຕ່ລະຄົນຈະມີວິທີແຕກຕ່າງກັນ ສຳລັບນ້ອງຈະແບ່ງເປັນ 2 ຢ່າງ ຄື: 1. ຮຽນເພື່ອໜ້າທີ່ ແລະ 2. ຮຽນເພື່ອເຂົ້າໃຈ.

ຕົວຢ່າງ: ຮຽນເພື່ອໜ້າທີ່ ຄືເວລາເຮັດວຽກບ້ານສົ່ງອາຈານມື້ອື່ນ ເຖິງວຽກບ້ານຈະຫຼາຍປານໃດ ແລະ ເມື່ອຍປານໃດກໍຕາມ ຕ້ອງຈະພະຍາຍາມເຮັດໃຫ້ແລ້ວ. ແຕ່ການຮຽນເພື່ອເຂົ້າໃຈ ຕອນທີ່ເຮົາເຂົ້າໃຈຮຽນໄປໂລດ ແລ້ວມັນຈະມີຈຸດໜຶ່ງທີ່ເຮົາບໍ່ເຂົ້າໃຈ ບໍ່ຮຽນກໍໄດ້ ເວລາທີ່ເຂົ້າໃຈເຮົາຕ້ອງຮຽນບໍ່ຕ້ອງເຮັດຢ່າງອື່ນ.
[ ໂດຍ: ສົມລົດ; ຮູບ: ສອນໄຊ ]