ປທສ ເປີດກວ້າງຄົ້ນຄວ້າປັບປຸງ ຮ່າງແຜນແມ່ບົດເສດຖະກິດດິຈິຕອລ ແຫ່ງຊາດ 5 ປີ (2021-2025)

241

ໃນຕອນເຊົ້າຂອງວັນທີ 03 ກັນຍາ 2020ນີ້, ທີ່ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມເປີດກວ້າງຄົ້ນຄວ້າປັບປຸງຮ່າງແຜນແມ່ບົດເສດຖະກິດດິຈິຕອລ ແຫ່ງຊາດ 5 ປີ (2021-2025) ຂຶ້ນທີ່ຫ້ອງປະຊຸມໃຫຍ່ກະຊວງ ປທສ.

ໂດຍການເປັນປະທານຂອງ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ, ຮອງຫົວໜ້າຄະນະສະເພາະກິດ ການຫັນເປັນທັນສະໄໝ ໃນການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບໂທລະສັບມືຖື, ມີທ່ານ ສຈ. ປອ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຊ່ວຍວຽກຄະນະສະເພາະກິດດັ່ງກ່າວ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ທັນສະໄໝ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເສດຖະກິດດິຈິຕອລ ຊຶ່ງໃນປະຈຸບັນ ເສດຖະກິດດິຈິຕອລໄດ້ມີບົດບາດສຳຄັນ ຕໍ່ການຂັບເຄື່ອນເສດຖະກິດຂອງໂລກ ໂດຍການເປັນຕົວເສີມສ້າງນະວັດຕະກຳໃໝ່ໃຫ້ເກີດຂຶ້ນ ເເລະ ຜັກດັນການແຂ່ງຂັນໃຫ້ມີຄວາມດຸເດືອດຫຼາຍຂຶ້ນ. ດັ່ງນັ້ນ, ເຕັກໂນໂລຊີດິຈິຕອລ ຈຶ່ງໄດ້ກາຍເປັນໜຶ່ງໃນອົງປະກອບທີ່ສໍາຄັນ ຂອງການດໍາເນີນກິດຈະກໍາຕ່າງໆ ລວມທັງການປົກຄອງ, ການດໍາເນີນທຸລະກິດ ແລະ ການດໍາລົງຊີວິດຂອງບຸກຄົນ. ການກ້າວໄປສູ່ດິຈິຕອລ ບໍ່ພຽງແຕ່ແມ່ນສ່ວນໜຶ່ງຂອງການເຄື່ອນໄຫວກິດຈະກໍາປະຈໍາວັນ ແຕ່ຍັງແມ່ນສະພາບພາວະວິໃສ ຂອງການຂະຫຍາຍຕົວທາງດ້ານເສດຖະກິດ.

ການພັດທະນາເສດຖະກິດິຈິຕອລ ຂອງ ສປປ ລາວ ໄດ້ມີ 2 ອົງປະກອບໃຫຍ່ຄື: (1)ສ້າງຄວາມເຂັ້ມແຂງໃຫ້ກັບອຸດສາຫະກໍາໄອຊີທີຂອງລາວ ເພື່ອເຮັດໃຫ້ຂະແໜງການດິຈິຕອລປະກອບສ່ວນເຂົ້າໃນໂຄງສ້າງເສດຖະກິດຂອງປະເທດຫຼາຍຂຶ້ນ, (2)ສົ່ງເສີມບັນດາຂະແໜງການເສດຖະກິດອື່ນໆ ໂດຍສະເພາະກະສິກໍາ, ອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ນໍາໃຊ້ເຕັກໂນໂລຊີດິຈິຕອລ ເພື່ອເພີ່ມປະສິດທິພາບ ແລະ ຄວາມອາດສາມາດຂອງການແຂ່ງຂັນ ລວມທັງການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ. ໃນການກໍານົດແນວທາງການພັດທະນາເສດຖະກິດບົນພື້ນຖານການນໍາໃຊ້ເຕັກໂນໂລຊີດິຈິຕອລ ໃຫ້ເກີດການພັດທະນາສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດ ແລະ ກະຕຸກຊຸກຍູ້ແບບກ້າວກະໂດດ ພາຍໃນ ສປປ ລາວ. ກຳນົດປັດໃຈພື້ນຖານ ແລະ ເສົາຄໍ້າ, ກໍານົດຄວາມຈໍາເປັນຫຼັກ ໃນການຂັບເຄື່ອນ ໄປສູ່ເສດຖະກິດຕິຈິຕອລ ຂອງ ສປປ ລາວ ແລະ ກໍານົດຂອບເຂດ, ທ່າແຮງ ທີ່ ສປປ ລາວ ຈະສາມາດເຂົ້າຮ່ວມ ແລະ ຍາດແຍ່ງຈາກກາລະໂອກາດຂອງການພັດທະນາ ເພື່ອກະຕຸ້ນການຂະຫຍາຍຕົວ ຂອງຂະແໜງການເສດຖະກິດ ແລະ ສ້າງຄວາມອາດສາມາດໃນການແຂ່ງຂັນ ໃຫ້ ສປປ ລາວ ຜ່ານການພັດທະນາເສດຖະກິດດິຈິຕອລ ພ້ອມກັບການສຶບຕໍ່ປະຕິບັດນະໂຍບາຍການເຊື່ອມໂຍງ – ເຊື່ອມຈອດ ໄປຕາມສະພາບການປ່ຽນແປງໃໝ່ ທີ່ຫຼີກລຽງບໍ່ໄດ້.


ພ້ອມນັ້ນ, ທ່ານ ແກ້ວວິສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າອະນຸກຳມະການຊ່ວຍວຽກການສ້າງແຜນແມ່ບົດການຫັນໄປສູ່ເສດຖະກິດດີຈີຕອລແຫ່ງຊາດ, ກະຊວງ ປທສ ໄດ້ສະເໜີຮ່າງແຜນແມ່ບົດເສດຖະກິດ ດິຈິຕອນ ຂອງ ສປປ ລາວ 5 ປີ (2021-2025). ພ້ອມນີ້, ທີ່ປະຊຸມໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດ, ຄໍາເຫັນ ຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາຈາກຫຼາຍພາກສ່ວນ ແລະ ເອກະພາບຕໍ່ໂຄງຮ່າງແຜນແມ່ບົດດັ່ງກ່າວ ໃຫ້ຄະນະຮັບຜິດຊອບປັບປຸງ ເນື້ອໃນໃສ່ໃຫ້ຄົບຖ້ວນ ເພື່ອກະກຽມລາຍງານຕໍ່ກອງປະຊຸມລັດຖະບານໃນຂັ້ນຕໍ່ໄປ, ນອກຈາກນັ້ນ ກອງປະຊຸມຍັງໄດ້ແລກປ່ຽນກ່ຽວກັບສະພາບຂອງການນໍາໃຊ້ ແລະ ທິດທາງຂອງພັດທະນາ ເສດຖະກິດດິຈິຕອລ ຂອງ ສປປ ລາວ ໃນແຕ່ລະໄລຍະ.

ພາບ+ຂ່າວ: ຫ້ອງການກະຊວງ ປທສ