ຍິນດີນໍາ! ນາຍ ແລະ ພົນຕໍາຫຼວດ ປກສ ສະຫວັນນະເຂດ ໄດ້ຮັບການເລື່ອນຊັ້ນ 141 ສະຫາຍ

204

ໃນວັນທີ 3 ກັນຍາ 2020 ນີ້, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການເລື່ອນຊັ້ນແກ່ນາຍ ແລະພົນຕຳຫຼວດ ປກສ ແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ, ໃນການປະຕິບັດໜ້າທີ່ວຽກງານ ແລະ ສັບຊ້ອນໃຫ້ນາຍຕຳຫຼວດທີ່ສຳເລັດການສຶກສາຈາກະຖາບັນການສຶກສາ ຂອງກຳລັງປ້ອງການຄວາມສະຫງົບ, ໂດຍເປັນປະທ່ານຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 1620,1619/ປກສ ລົງວັນທີ 14ສິງຫາ 2020, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ,ສະບັບເລກທີ 2807/ກມປສ ລົງວັນທີ 06 ສິງຫາ 2020, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ສະບັບເລກທີ380 /ປກສ.ສຂ, ລົງວັນທີ31 ພຶດສະພາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ໃນນີ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນທັງໝົດຈໍານວນ 141 ສະຫາຍ ຍິງ 26 ສະຫາຍ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 21 ສະຫາຍ, ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 51 ສະຫາຍ, ຍິງ 11 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 33 ສະຫາຍ, ຍິງ 8 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 10ສະຫາຍ, ຍິງ1ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 19 ສະຫາຍ, ຍິງ 4 ສະຫາຍ, ເລື່ອນຊັ້ນສິບໂທ ຂຶ້ນ ສິບເອກ 6 ສະຫາຍ, ຍິງ 1ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ 1ສະຫາຍ.

ໂດຍການປະດັບຊັ້ນຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມນີ້ ຍັງໄດ້ປະກາດສັບຊ້ອນນາຍຕຳຫຼວດທີ່ສຳເລັດການສຶກສາ ຈາກສະຖາບັນການສຶກສາ ໂຮງຮຽນ ປກສ ຊັ້ນສູງ ເລກ 3, ຂອງກໍາລັງປ້ອງກັນຄວາມສະຫງົບ ຈຳນວນ 101 ສະຫາຍ, ຍິງ 9 ສະຫາຍ, ໃຫ້ບັນດາ ປກສ 14 ເມືອງ 1 ນະຄອນ ແລະ ກົມກອງອ້ອມຂ້າງກອງບັນຊາການ ປກສ ແຂວງ.

ຈາກນັ້ນທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍ ຈົງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ,ທີ່ການຈັດຕັ້ງມອບໝາຍໃຫ້, ສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນ, ຂໍ້ກຳນົດກົດໝາຍຂອງລັດວາງອອກຢ່າງເຂັ້ມງວດທັງຮັກສາຄວາມສາມັກຄີພາຍໃນເປັນເອກະພາບກັນເພື່ອຮັບປະກັນເຮັດໜ້າທີ່ວຽກງານການເມືອງທີ່ພັກ-ລັດມອບໝາຍໃຫ້, ເອົາໃຈໃສຝຶກຝົນຫຼໍ່ຫຼອມ, ຊອກຮູ້ຄົ້ນຄ້ວາເພື່ອຍົກສູງຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ອື່ນໆ, ເພື່ອຮັບປະກັນໜ້າທີ່ວຽກງານໃຫ້ໄດ້ຮັບຜົນສູງສຸດ.

ພາບແລະຂ່າວ: ປກສ ແຂວງສະຫວັນນະເຂດ