ສຽວໄສ້! ຮ້ານຄ້າຫຼອຍຂາຍເຄື່ອງໝົດອາຍຸກວ່າ 300 ລາຍການ

103

ປະຈຸບັນນິ້ເຈົ້າໜ້າທີ່ການຄ້າແຕ່ລະແຂວງເວົ້າໄດ້ວ່າ ພວກເພິ່ນໄດ້ອອກກວດສອບສິນຄ້າຕາມຮ້ານຂາຍຍ່ອຍທົ່ວໄປຢ່າງຕໍ່ເນື່ອງ ໂດຍສະເພາະຕິດຕາມສິນຄ້ານຳເຂົ້າບໍ່ຖືກຕ້ອງ, ສິນຄ້າຕ້ອງຫ້າມ ແລະ ເຄື່ອງບໍລິໂພກທີ່ໝົດອາຍຸການນຳໃຊ້ແລ້ວ ແຕ່ຍັງເອົາມາຂາຍ ແຕ່ເຖິງປານນັ້ນຍັງມີແມ່ຄ້າຈຳນວນໜຶ່ງເຫັນແກ່ຜົນປະໂຫຍດ ເອົາສິນຄ້າໝົດຄຸນມາຂາຍຢ່າງເປີດເຜີຍ ຫຼາຍລາຍກໍ່ຖືກຈັບໄດ້ ແລະນຳມາທຳລາຍຖີ້ມ ຜູ້ບໍລິໂພກຖືວ່າໂຊກດີໄປ ແຕ່ອີກຈຳນວນໜຶ່ງທີ່ໄຫວຕົວທັນ ຈັບຢືດບໍໄດ້ ຖ້າຜູ້ຊື້ບໍສັງເກດໃຫ້ດີກໍ່ມີສຽວຄືກັນຖ້າຈ່າຍເງິນຊື້ຂອງໝົດຄຸນມາກິນລົງທ້ອງ.


ຫຼ້າສຸດນີ້ ເຈົ້າໜ້າທີ່ກ່ຽວຂ້ອງພະແນກສາທາລະນະສຸກແຂວງສາລະວັນ ລົງຕິດຕາມ ແລະ ຢຶດສິນຄ້າໝົດອາຍຸ 326 ລາຍການ ໃນຈໍານວນ 139 ຮ້ານ ລວມມູນຄ່າ 33 ລ້ານກີບ ມາທໍາລາຍຖິ້ມເພື່ອປົກປ້ອງສັງຄົມ ກໍຄືຜູ້ບໍລິໂພກບໍ່ໃຫ້ຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ.


ທ່ານ ດຣ. ວິໄລສັກ ໄຊຍະເສນ ຫົວໜ້າຂະແໜງອາຫານ ແລະ ຢາ ໄດ້ໃຫ້ຮູ້ວ່າ: ການລົງກວດກາໃນຄັ້ງນີ້ແມ່ນໄດ້ດໍາເນີນໄປ 4 ວັນ ຄື ວັນທີ 25 – 28 ສິງຫາ 2020 ສະຖານທີ່ກວດແມ່ນຈຸດຕະຫຼາດ ແລະ ຮ້ານແຄມທາງທີ່ຂຶ້ນກັບເມືອງສາລະວັນ ເຊິ່ງສາມາດກວດຮ້ານຂາຍເຄື່ອງອຸປະໂພກ ແລະ ບໍລິໂພກ ທັງໝົດໄດ້ 139 ຮ້ານ, ກວດພົບສິນຄ້າທີ່ໝົດອາຍຸນໍາໃຊ້ – ເສຍຄຸນ ຈໍານວນ 59 ຮ້ານ, ມີ 326 ລາຍການ ( ລວມແຕ່ລະຮ້ານ ), ໃນນັ້ນອາຫານ ແລະ ເຄື່ອງດື່ມທີ່ໝົດອາຍຸມີ 305 ລາຍການ ລວມມູນຄ່າ 27.469.000 ກີບ, ເຄື່ອງສໍາອາງໝົດອາຍຸ ມີ 21 ລາຍການ ລວມມູນຄ່າ 5.960.000 ກີບ ລວມເປັນມູນຄ່າທັງໝົດ 33.429.000 ກີບ.


ສໍາລັບການທໍາລາຍສິນຄ້າຄັ້ງນີ້ແມ່ນທໍາລາຍດ້ວຍການຈູດ ຫຼື ເຜົາຖິ້ມ, ທັງນີ້ກໍເພື່ອເປັນການປູກຈິດສໍານຶກໃຫ້ຜູ້ບໍລິໂພກ, ຜູ້ຊື້ ແລະ ຜູ້ຂາຍ ຄວນເຂົ້າໃຈກ່ອນຈະບໍລິໂພກສິນຄ້າຕ້ອງເບິ່ງອາຍຸການນໍາໃຊ້, ຜູ້ປະກອບການຕ້ອງມີຈັນຍາບັນປະຕິບັດຕາມຂໍ້ກໍານົດ, ລະບຽບກົດໝາຍຂອງບ້ານເມືອງ ທັງເປັນການປົກປ້ອງບັນດາຫົວໜ່ວຍທຸລະກິດ – ການຄ້າ ເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບການ.


ພິທີທໍາລາຍມີຂຶ້ນ ວັນທີ 1 ກັນຍາ 2020 ຢູ່ທີ່ເດີ່ນຍົນເມືອງສາລະວັນ ເຂົ້າຮ່ວມ ຂອງ ທ່ານ ໜູຄໍາ ສີສະຫວັດ ຮອງເຈົ້າເມືອງສາລະວັນ ພ້ອມດ້ວຍພະນັກງານວິຊາການຈາກຂະແໜງການກ່ຽວຂ້ອງ.