ປະທານປະເທດເດີນທາງຢ້ຽມຢາມແຫຼ່ງທ່ອງທ່ຽວໃໝ່ນ້ຳປຽນຢໍລະປາ

261

ໃນວັນທີ 3 ກັນຍາ 2020 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວໃໝ່ນໍ້າປຽນຢໍລະປາ ເຊິ່ງຕັ້ງຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍເປັນກຽດຕ້ອນຮັບຂອງທ່ານ ສົມເພັດ ມ້າວປະເສີດ ປະທານສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ.

ໃນໂອກາດນີ້ ທ່ານ ສົມເພັດ ມ້າວປະເສີດ ໄດ້ລາຍງານໃຫ້ຮູ້ວ່າ: ສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ເລີ່ມພັດທະນາມາແຕ່ຕົ້ນປີ 2019 ໂດຍເອົາຮູບແບບການພັດທະນາມາຈາກສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ແຂວງອຸດົມໄຊ ໄດ້ແບ່ງການພັດທະນາເປັນ 3 ໄລຍະ ໃນນີ້ ໄລຍະທໍາອິດໄດ້ພັດທະນາການທ່ອງທ່ຽວໄດ້ສໍາເລັດໂດຍພື້ນຖານ ປະກອບມີ 8 ລາຍການ ຄື:

ສວນນໍ້າ ຂົວອູ່ ຈຸດຖ່າຍຮູບວິວຕ່າງໆ, ໄຕ່ຂົວອູ່ເທິງປາຍໄມ້ 25 ຂົວ, ຂີ່ໂລເລີ້, ຂີ່ສະລິງ ໂດຍຜ່ານການໄຕ່ຕາໜ່າງຂົວອູ່ ຊົມນໍ້າຕົກ, ໄປຢືນຖ່າຍຮູບໂດຍຜ່ານຕາໜ່າງຂົວອູ່ ນໍ້າຕົກ, ຂີ່ຕາໜ່າງແມງມຸມ, ຂີ່ລຸກເຊິ່ງເປັນລົດນ້ອຍທ່ຽວຊົມທຳມະຊາດ ແລະ ຂີ່ລົດເອທີວີ.

ນອກຈາກນີ້ ຍັງມີກິດຈະກຳທ່ອງທ່ຽວອື່ນໆ ໄວ້ບໍລິການນັກທ່ອງທ່ຽວ ລາຄາເລີ່ມຕົ້ນແຕ່ 30 ພັນກີບຂຶ້ນໄປ ປັດຈຸໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ແລະ ໄດ້ຮັບຜົນຕອບຮັບເປັນຢ່າງດີຈາກປະຊາຊົນ ສ່ວນແຜນໃນຕໍ່ໜ້າ ຈະພັດທະນາໃຫ້ມີຣີສອດ ບ້ານຊົນເຜົ່າ ແລະ ສວນພຶກສາສາດຕື່ມອີກ.