ແຂວງຫົວພັນ ເປີດຂະບວນການເສຍຄ່າທາງ – ພາສີທີ່ດິນ

232

ສ່ວຍສາອາກອນປະຈໍາແຂວງຫົວພັນ ສົມທົບກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ຫົວພັນ ໄດ້ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2020 ຢູ່ທີ່ບ້ານພັນໄຊ ເມືອງຊໍາເໜືອ ແຂວງ ຫົວພັນ.

ການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ເປັນການປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ເປັນພື້ນຖານໃຫ້ແກ່ຄາດໝາຍຂອງການພັດທະນາ, ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດແມ່ນໜ້າທີ່ຂອງທຸກພາກສ່ວນ ນັບທັງອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ.

ການເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2020 ຄັ້ງນີ້ກໍເພື່ອເປັນການປຸກລະດົມກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານ – ລັດຖະກອນ ລວມເຖິງປະຊາຊົນລາວບັນດາເຜົ່າໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ປະຈໍາປີ 2020 ໃຫ້ເປັນຂະບວນຟົດຟື້ນ, ອັນສໍາຄັນກໍແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າ, ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາພັດທະນາປະເທດຊາດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2020 ໂດຍມີ ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ, ທ່ານ ມີຈວນ ພົມເມືອງງາ ຫົວໜ້າສ່ວຍສາອາກອນປະຈໍາແຂວງຫົວພັນ. ພ້ອມນີ້, ກໍມີຜູ້ຕາງໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຫົວ ພັນ, ຕາງໜ້າຈາກຕໍາຫຼວດຈະລາຈອນ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.